
SOS Children’s Villages Laos
Education / Institution
Kaysone Phomvihan Road, KM6 Hom2 Sivilay, Xaythany District, Vientiane Capital
https://www.sos-childrensvillages.org/where-we-help/asia/laos
49 ຄົນຕິດຕາມ
ກ່ຽວກັບ
ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ໄດ້ລິເລີ້ມຈັດຕັ້ງປະຕິບັດໃນປີ 1993 ເຊິ່ງລັດຖະບານແຫ່ງ ສປປ ລາວ ໄດ້ຕົກລົງເຫັນດີຮັບເອົາການຊ່ວຍເຫຼືອຈາກອົງການ ເອັສໂເອັສ ສາກົນ ຫຼື SOS – KINDERDORF INTERNATIONAL ເພື່ອສ້າງຕັ້ງໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ຂື້ນໂດຍມີຈຸດປະສົງເພື່ອລິເລີ້ມແນວຄວາມຄິດການລ້ຽງດູເດັກນ້ອຍກໍາພ້າ-ກໍາຜອຍ, ເດັກທີ່ຖືກປະຫຼະ ແລະ ເດັກທີ່ສູນເສຍພໍ່ແມ່ ຫຼື ເດັກທີ່ບໍ່ມີຜູ້ເບີ່ງແຍງລ້ຽງດູ ແບບຄອບຄົວ ແລະ ຍາວນານ. ເຊິ່ງໂຄງການພວກເຮົາໃຫ້ການລ້ຽງດູເດັກນ້ອຍໃນຖານະເປັນອົງການຈັດຕັ້ງພັດທະນາທາງສັງຄົມທີ່ບໍ່ແມ່ນລັດຖະບານ. ພວກເຮົາໃຫ້ຄວາມເຄົາລົບຕໍ່ວັດທະນາທໍາ ແລະ ສາສະໜາທີ່ມີຄວາມຫຼາກຫຼາຍ ແລະ ພວກເຮົາຈັດຕັ້ງປະຕິບັດໂຄງການຢູ່ຫຼາຍປະເທດ ແລະ ໃນຊຸມຊົນ ທີ່ພາລະກິດຂອງພວກເຮົາສາມາດປະກອບສ່ວນເພື່ອຊ່ວຍເຫຼືອພັດທະນາ. ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ SOS ລາວ ໄດ້ສຸ່ມໃສ່ແກ້ໄຂບັນຫາເດັກທີ່ມີຄວາມສ່ຽງທີ່ຈະສູນເສຍຄອບຄົວ. ພວກເຮົາໄດ້ຍຶດໝັ້ນໃນການລ້ຽງດູເດັກໃຫ້ມີຫຼາຍຮູບແບບ ແລະ ເໝາະສົມທີ່ສຸດສໍາລັບເດັກນ້ອຍທຸກໆຄົນ ບົນພື້ນຖານຜົນປະໂຫຍດສູງສຸດຂອງເດັກ ແລະ ບົນພື້ນຖານການຮ່ວມງານອັນສະນິດແໜ້ນກັບອໍານາດການປົກຄອງທີ່ຮັບຜິດຊອບ. ໂຄງການບ້ານຊ່ວຍເຫຼືອເດັກນ້ອຍ SOS ລາວ ຈັດຕັ້ງປະຕິບັດໂຄງການບົນ 04 ເອກະສານທີ່ສໍາຄັນຂອງຂອບວຽກສາກົນຄື: ສົນທິສັນຍາຂອງອົງການສະຫະປະຊາຊາດ ວ່າດ້ວຍສິດທິເດັກ, ຄໍາແນະນໍາຂອງອົງການສະຫະປະຊາຊາດ ກ່ຽວກັບ ທາງເລືອກໃນການເບິ່ງແຍງເດັກ, ເປົ້າໝາຍຂອງການພັດທະນາຢ່າງຍືນຍົງ ຂອງ ອົງການສະຫະປະຊາຊາດ, ມະຕິຕົກລົງຂອງອົງການສະຫະປະຊາຊາດ ວ່າດ້ວຍ ສິດທິເດັກ ປີ 2019 ໂດຍເນັ້ນໜັກໃສ່ ເດັກທີ່ບໍ່ໄດ້ຮັບການເບິ່ງແຍງຈາກຜູ້ປົກຄອງ. ພວກເອົາໃຈໃສ່ໃນການລ້ຽງດູເດັກທີ່ດ້ອຍໂອກາດໃນຫຼາຍໆຮູບແບບທາງເລືອກໃນການລ້ຽງດູເດັກ, ພວກເຮົາສ້າງຄວາມເຂັ້ມແຂງໃຫ້ຄອບຄົວເພື່ອປ້ອງກັນການປະຫຼະເດັກນ້ອຍ. ພວກເຮົາຍັງເປັນກະບອກສຽງໃຫ້ວຽກງານສິດທິເດັກ ເພື່ອໃຫ້ເດັກນ້ອຍທຸກຄົນທີ່ສູນເສຍການລ້ຽງດູຂອງຄອບຄົວ, ຫຼື ເດັກທີ່ມີຄວາມສ່ຽງທີຈະສູນເສຍຄອບຄົວໄດ້ຮັບໂອກາດ ແລະ ການສົ່ງເສີມໂດຍຜ່ານໂຄງການ ການລ້ຽງດູເດັກນ້ອຍແບບທາງເລືອກ ເພື່ອໃຫ້ເດັກນ້ອຍເຫລົ່ານັ້ນມີໂອກາດເຕີບໃຫຍ່ໃນຄອບຄົວຕາມ 4 ຫຼັກການຂອງໂຄງການຄື: ມີຜູ້ດູແລ, ອ້າຍເອື້ອຍນ້ອງ, ຄອບຄົວ ແລະ ຊຸມຊົນ. ພາລະກິດພວກເຮົາ ພວກເຮົາສ້າງຄອບຄົວໃຫ້ເດັກທີ່ມີຄວາມຕ້ອງການ ເພືື່ອຊ່ວຍຕົວເດັກສ້າງອະນາຄົດຕົນເອງ ແລະ ປະກອບສ່ວນພັດທະນາຊຸມຊົນຂອງເດັກ. ວິໄສທັດພວກເຮົາ ເດັກນ້ອຍທຸກຄົນຕ້ອງມີຄອບຄົວເບິ່ງແຍງ ແລະ ເຕີບໃຫຍ່ໂດຍໄດ້ຮັບຄວາມຮັກ, ຄວາມເຄົາລົບ ແລະ ຄວາມປອດໄພ. ຄ່ານິຍົມ ຫຼື ຫຼັກການໃນການປະຕິບັດງານ ໂຄງການບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສ ສາກົນ ກໍ່ຄື ເອັສ ໂອເອັສ ລາວ ໄດ້ໃຫ້ຄວາມສຳຄັນໃນການຍຶດຖື 4 ຫລັກການພື້ນຖານໃນການປະຕິບັດໜ້າທີ່ຂອງພະນັກງານ ດັ່ງນີ້: ປະຕິບັດໜ້າທີ່ບົນພື້ນຖານຄວາມກ້າຫານ: ທາງໂຄງການໄດ້ພະຍາຍາມໃນການປ່ຽນຮູບແບບວິທີການລ້ຽງດູເດັກກໍາພ້າແບບເກົ່າ ແລະ ສືບຕໍ່ຄົ້ນຄິດເພື່ອຊອກຫາວິທີໃນການດູແລເດັກນ້ອຍແບບໃຫມ່ໆ ເພື່ອຊ່ວຍເຫລືອເດັກທີ່ຂາດບ່ອນເພິ່ງພາອາໃສ ບົນພື້ນຖານການຄົ້ນຄິດຢ່າງລະອຽດ ແລະ ຮອບຄອບ ພວກເຮົາຕ້ອງກ້າທີ່ຈະຕັ້ງຄຳຖາມວ່າວິທີທີ່ນຳໃຊ້ໃນປັດຈຸບັນດີທີ່ສຸດແລ້ວບໍ່, ກ້າທີ່ຈະຮຽນຮູ້ຈາກສິ່ງທີ່ຜິດພາດ ແລະ ກ້າທີ່ຈະລົງມືໃນການຊອກຫາທາງເລືອກສຳລັບເດັກທຸກຄົນໃນທົ່ວໂລກ. ປະຕິບັດໜ້າທີ່ບົນພື້ນຖານການຮັກສາຄຳຫມັ້ນສັນຍາ: ພວກເຮົາຈະອຸທິດເຫື່ອແຮງ ແລະ ສະຕິປັນຍາ ເພື່ອຊ່ວຍຍົກລະດັບຊີວິດການເປັນຢູ່ຂອງເດັກໃຫ້ດີຂື້ນ ໂດຍການເສີມຂະຫຍາຍສາຍພົວພັນກັບຜູ້ໃຫ້ທຶນ, ຮ່ວມງານ ແລະ ຊຸມຊົນຮາກຖານທີ່ພວກເຮົາຈັດຕັ້ງປະຕິບັດໂຄງການ. ພວກເຮົາເຊື່ອວ່າ ຜ່ານການຍຶດໝັ້ນໃນຄຳໝັ້ນສັນຍາທີ່ພວກເຮົາໃຫ້ໄວ້ ໃນໄລຍະຍາວ ພວກເຮົາຈະສາມາດຍາດມາໄດ້ເຊິ່ງຜົນໄດ້ຮັບທີມີຄວາມໝາຍສຳຄັນ ແລະ ຍືນຍົງ. ປະຕິບັດໜ້າທີ່ບົນພື້ນຖານຄວາມເຊື່ອຫມັ້ນ-ພວກເຮົາເຊື່ອຖືເຊິ່ງກັນ ແລະ ກັນ: ພວກເຮົາເຊື່ອຫມັ້ນວ່າ ບັນດາເພື່ອນຮ່ວມງານມີຄວາມສາມາດທີ່ພົ້ນເດັ່ນບົ່ມຊ້ອນ ດັ່ງນັ້ນ ພວກເຮົາສະຫນັບສະຫນູນ, ເຄົາລົບເຊິ່ງກັນ ແລະກັນ ແລະ ຊ່ວຍກັນສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການປະຕິບັດຫນ້າທີ່ຮັບຜິດຊອບດ້ວຍຄວາມເຊື່ອຫມັ້ນ ເພາະໃນສະພາບແວດລ້ອມທີ່ເຕັມໄປດ້ວຍຄວາມເຊື່ອໝັ້ນເຊິ່ງກັນແລະກັນ ຈະເຮັດໃຫ້ພະນັັກງານເປີດໃຈເຕັມທີ່ໃນການແລກປ່ຽນປະສົບການ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ. ປະຕິບັດໜ້າທີ່ບົນພື້ນຖານຄວາມໂປ່ງໃສ-ພວກເຮົາເປັນພະນັກງານທີ່ເຊື່ອຖືໄດ້: ເລີ່ມຈາກປີ 1949 ເປັນຕົ້ນມາ ພວກເຮົາໄດ້ວາງພື້ນຖານຄວາມເຊື່ອຖືກັບຜູ້ໃຫ້ທຶນ, ລັດຖະບານ ແລະ ພະນັກງານອື່ນໆ ທີ່ສະຫນັບສະຫນູນພາລະກິດພວກເຮົາ ຫນ້າທີ່ຮັບຜິດຊອບຕົ້ນຕໍພວກເຮົາຄື ຮັບປະກັນຊີວິດການເປັນຢູ່ຂອງເດັກນ້ອຍ ໂດຍຮັບປະກັນການດູແລມາດຖານສູງສຸດຕາມມາດຖານຂອງຄູ່ມືນະໂຍບາຍຄຳໝັ້ນສັນຍາໃນການລ້ຽງດູເດັກນ້ອຍ ເອັສໂອເອັສ ໂດຍຫມູນໃຊ້ທຶນ ແລະ ຊັບພະຍາກອນທັງຫມົດ ດ້ວຍຄວາມເຄົາລົບ ແລະ ຄວາມຮັບຜິດຊອບ.
ວິດີໂອ
ຄັງຮູບພາບ
ຜະລິດຕະພັນ ແລະ ການບໍລິການ
ພວກເຮົາໃຫ້ການລ້ຽງດູເບີ່ງແຍງເດັກນ້ອຍ, ໄວໜຸ່ມ, ສົ່ງເສີມທັກສະໃຫ້ໄວໜຸ່ມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວ
ສະຫວັດດີການ
- ເຮັດວຽກ 5ວັນ/ອາທິດ
- ຈຳນວນວັນລາພັກ 15ວັນ/ປີ
- ປັບຂັ້ນເງິນເດືອນປະຈໍາປີ
- ມີເງິນອຸດໜູນການສຶກສາລູກ
- ກວດສຸຂະພາບປະຈໍາປີ