108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

ວິທີເພີ່ມໂອກາດໄດ້ວຽກ ສຳລັບຄົນທີ່ຢາກຍ້າຍສາຍງານ🚀

ວິທີເພີ່ມໂອກາດໄດ້ວຽກ ສຳລັບຄົນທີ່ຢາກຍ້າຍສາຍງານ🚀
28 ກໍລະກົດ 2026 · ໂພສ 2 ເດືອນທີ່ແລ້ວ

ວິທີເພີ່ມໂອກາດໄດ້ວຽກ ສຳລັບຄົນທີ່ຢາກຍ້າຍສາຍງານ🚀

ຢາກຍ້າຍສາຍງານ ແຕ່ຍັງບໍ່ກ້າສະໝັກ? ຫຼາຍຄົນມັກຖາມວ່າ "ປະສົບການບໍ່ກົງສາຍ ຈະສະໝັກໄດ້ເລີຍບໍ? ຫຼື ຕ້ອງຖ້າໃຫ້ພ້ອມກວ່ານີ້ກ່ອນ?"

ທີ່ຈິງແລ້ວຫຼາຍຄົນບໍ່ໄດ້ຂາດຄວາມສາມາດ ແຕ່ຕິດຢູ່ກັບ 3 ຄວາມເຊື່ອທີ່ເຮັດໃຫ້ບໍ່ກ້າເລີ່ມ:

1. ປະສົບການບໍ່ກົງສາຍ ສູ້ຄົນອື່ນບໍ່ໄດ້? ❌

  • ຄວາມຈິງ: HR ບໍ່ໄດ້ເບິ່ງແຕ່ຄົນທີ່ເຄີຍເຮັດສາຍນີ້ມາໂດຍກົງ ແຕ່ເຂົາເບິ່ງວ່າ "ທັກສະທີ່ມີ ປັບມາໃຊ້ກັບວຽກນີ້ໄດ້ບໍ່" ປະສົບການຕ່າງສາຍບໍ່ແມ່ນຈຸດອ່ອນ ຖ້າເຮົາເລົ່າປະສົບການ ແລະ ເຊື່ອມໂຍງກັບທັກສະໃຫ້ເປັນ.

2. ຕ້ອງຮຽນເອົາ Certificate ໃຫ້ໄດ້ກ່ອນ ຈຶ່ງສະໝັກໄດ້? ❌

  • ຄວາມຈິງ: Certificate ບອກໄດ້ແຕ່ເຄີຍຮຽນມາ ແຕ່ບໍ່ໄດ້ບອກວ່າເຮັດວຽກໄດ້ແທ້. ສິ່ງທີ່ HR ເຊື່ອຖືຫຼາຍກວ່າ ຄື "Project ແທ້ ແລະ ຜົນງານຈິງ" ແບບທີ່ເຮົາເຄີຍລອງເຮັດ (ເຖິງຈະເປັນໂຄງການນ້ອຍໆກໍຕາມ).

3. HR ຈະຂ້າມ Resume ເພາະປະສົບການບໍ່ກົງ? ❌

  • ຄວາມຈິງ: HR ຈະເບິ່ງ Profile Summary (3 ແຖວທຳອິດ) ກ່ອນສະເໝີ. ຖ້າຂຽນໃຫ້ຊັດເຈນວ່າເຮົາເຮັດຫຍັງໄດ້ ແລະ ຈະຊ່ວຍບໍລິສັດໄດ້ແນວໃດ ໂອກາດທີ່ເຂົາຈະອ່ານຕໍ່ແມ່ນມີຫຼາຍກວ່າທີ່ຄິດ!

💡 ສະຫຼຸບ: ອຸປະສັກທີ່ແທ້ຈິງ ບໍ່ແມ່ນຄວາມສາມາດ ແຕ່ແມ່ນ "ວິທີການນຳສະເໜີໂຕເອງໃຫ້ຖືກຈຸດ" ຕ່າງຫາກ. 

ໃຜທີ່ຢາກຍ້າຍສາຍງານ ລອງປັບມຸມມອງ ແລະ ລຸຍໄດ້ເລີຍ! ✌️✨ 108jobs ພວກເຮົາເຊື່ອວ່າບໍ່ທີສິ່ງໃດເປັນໄປບໍ່ໄດ້ຖ້າເຮົາບໍ່ຢຸດຫາຫົນທາງກ່ອນ.

👉 ລົງທະບຽນ ຫຼື ຝາກປະຫວັດໄດ້ທີ່ລີ້ງເພື່ອເປີດໂອກາດໃຫ້ໂຕເອງ: https://108.jobs/auth/register?source=Article