Resume ທີ່ໃຊ້ໄດ້ໃນປີ 2023 ອາດບໍ່ພໍແລ້ວໃນປີ 2026
ຕະຫຼາດງານປ່ຽນ ສິ່ງທີ່ HR ຊອກຫາກໍປ່ຽນຕາມໄປນຳ
.
ພວກເຮົາເຄີຍເຫັນ Resume ທີ່ຂຽນດີຫຼາຍ
ແຕ່ຍັງພາດຍ້ອນຂາດສິ່ງທີ່ຕະຫຼາດປີ 2026 ໃຫ້ຄວາມສຳຄັນ
.
ນີ້ຄື 7 ຢ່າງທີ່ຄວນມີກ່ອນສົ່ງ Resume ຄັ້ງຕໍ່ໄປ📍
.
1.) ສະແດງໃຫ້ເຫັນວ່າໃຊ້ AI ເປັນ ບໍ່ແມ່ນແຕ່ບອກວ່າໃຊ້ເປັນ.
.
JobsDB ສຳຫຼວດນາຍຈ້າງໄທ 702 ລາຍໃນປີ 2025
ພົບວ່າ 65% ເລີ່ມພິຈາລະນາ AI Skill ເປັນ Competency ຫຼັກໃນການຈ້າງງານແລ້ວ
.
ພຽງແຕ່ການຂຽນວ່າ "ໃຊ້ AI ໄດ້" ບໍ່ພໍ
ຕ້ອງບອກວ່າໃຊ້ເຮັດຫຍັງ ແລະ ຜົນຮັບເປັນແນວໃດ?
.
2.) ຕົວເລກທີ່ວັດຜົນໄດ້ໃນ Achievement.
.
"ເບິ່ງແຍງລູກຄ້າ" ກັບ "ເບິ່ງແຍງລູກຄ້າ 40 ບັນຊີ ເພີ່ມ Retention 15% ໃນ 6 ເດືອນ"
ສອງປະໂຫຍກນີ້ເວົ້າເຖິງວຽກດຽວກັນ ແຕ່ໃຫ້ຄວາມຮູ້ສຶກຄົນລະແບບເລີຍ
.
ປີ 2026 HR ບໍ່ໄດ້ພຽງຢາກຮູ້ວ່າເຈົ້າເຮັດຫຍັງ?
ແຕ່ຢາກຮູ້ວ່າເຈົ້າເຮັດແລ້ວເກີດຫຍັງຂຶ້ນ?
.
3.) Profile Summary ທີ່ຂຽນມາເພື່ອຕຳແໜ່ງນັ້ນໂດຍສະເພາະ.
.
Summary ທີ່ໃຊ້ໄດ້ທຸກບ່ອນ ແປວ່າບໍ່ໄດ້ຂຽນມາເພື່ອບ່ອນໃດເລີຍ
HR ຮູ້ທັນທີວ່ານີ້ຄື Resume ຫວ່ານແຫ
.
3 ແຖວເທິງສຸດຕ້ອງບອກໃຫ້ໄດ້ວ່າ
ເຈົ້າຄືຄົນທີ່ບໍລິສັດນັ້ນກຳລັງຕາມຫາຢູ່ພໍດີ
.
4.) ທັກສະທີ່ເຮັດວຽກຂ້າມທີມໄດ້.
.
ອົງກອນປີ 2026 ເຮັດວຽກແບບ Cross-functional ຫຼາຍຂຶ້ນ
HR ຢາກເຫັນວ່າເຈົ້າເຄີຍເຮັດວຽກຮ່ວມກັບທີມອື່ນໄດ້ແນວໃດ?
.
ບໍ່ແມ່ນພຽງແຕ່ບອກວ່າ "ເຮັດວຽກເປັນທີມ"
ແຕ່ຕ້ອງມີຕົວຢ່າງວ່າເຄີຍປະສານງານກັບໃຜ ເພື່ອຫຍັງ ແລະ ໄດ້ຜົນຮັບແນວໃດ?
.
5.) ຄວາມສາມາດໃນການຮຽນຮູ້ສິ່ງໃໝ່.
.
ຕະລາດງານປ່ຽນໄວຂຶ້ນທຸກປີ
ສິ່ງທີ່ HR ຢ້ານທີ່ສຸດຄືຈ້າງຄົນທີ່ປັບໂຕບໍ່ໄດ້
.
ຖ້າມີຄອດສ໌ທີ່ຮຽນເພີ່ມເຕີມ Certification ໃໝ່ ຫຼື ທັກສະທີ່ພັດທະນາຂຶ້ນໃນຊ່ວງຫຼັງ
ໃສ່ໄວ້ໃຫ້ເຫັນຈະແຈ້ງ ມັນບອກ HR ວ່າເຈົ້າບໍ່ໄດ້ຢຸດຢູ່ບ່ອນເກົ່າ.
.
6.) Format ທີ່ອ່ານງ່າຍໃນທຸກອຸປະກອນ.
.
HR ຫຼາຍຄົນເປີດ Resume ໃນໂທລະສັບກ່ອນທີ່ຈະນັດສຳພາດ
ຖ້າ Format ເປີດບໍ່ໄດ້ໃນໂທລະສັບ ໂອກາດທີ່ຈະຖືກເອີ້ນກໍອາດຈະບໍ່ໄດ້ໄປນຳ
.
ຈື່ໄວ້ວ່າສົ່ງເປັນ PDF ສະເໝີ ແລະ ທົດສອບເປີດໃນໂທລະສັບກ່ອນສົ່ງທຸກຄັ້ງ
.
7.) ຄວາມສະໝ່ຳສະເໝີຂອງຂໍ້ມູນໃນທຸກ Platform.
.
HR ປີ 2026 ບໍ່ໄດ້ເບິ່ງພຽງແຕ່ Resume
ຫຼາຍຄົນເຊັກ LinkedIn ຫຼື Portfolio ຄວບຄູ່ກັນໄປນຳ
.
ຖ້າຂໍ້ມູນໃນ Resume ກັບບ່ອນອື່ນບໍ່ກົງກັນ
ມັກສ້າງຄວາມສົງໄສ ຫຼື ເກີດຄຳຖາມໂດຍບໍ່ຈຳເປັນ
.
Resume ທີ່ດີໃນປີ 2026 ບໍ່ແມ່ນພຽງແຕ່ເອກະສານທີ່ບອກວ່າເຈົ້າເຮັດຫຍັງມາແດ່
ແຕ່ຄືເອກະສານທີ່ບອກວ່າເຈົ້າພ້ອມສຳລັບອະນາຄົດສຳໃດ.
