ເປັນຄືກັນບໍ່? ລົງມືເຮັດວຽກແທ້, ເກັບລາຍລະອຽດແທ້, ແກ້ໄຂບັນຫາແທ້. ແຕ່ພໍຮອດເວລາພຣີເຊັນ ຫຼື ຮັບຄຳຊົມ, ພັດມີບາງຄົນທີ່ແທບບໍ່ໄດ້ຊ່ວຍຫຍັງເລີຍ ກາຍເປັນຄົນທີ່ເບິ່ງໂດດເດັ່ນກວ່າ.
.
ຄົນຕັ້ງໃຈເຮັດວຽກແບບມິດໆຫຼາຍຄົນເຊື່ອວ່າ ການກົ້ມໜ້າກົ້ມຕາເຮັດວຽກໃຫ້ດີ, ດຽວຜົນງານກໍເວົ້າແທນພວກເຮົາເອງ. ແຕ່ໃນຊີວິດການເຮັດວຽກຕົວຈິງ, ບາງຄັ້ງຜົນງານທີ່ດີກໍອາດຖືກເບິ່ງຂ້າມ ຖ້າພວກເຮົາບໍ່ເຄີຍສື່ສານວ່າພວກເຮົາເຮັດຫຍັງສຳເລັດໄປແລ້ວ, ຮັບຜິດຊອບບ່ອນໃດ ແລະ ສ້າງຜົນຮັບຫຍັງໃຫ້ກັບທີມໄດ້ແນ່?.
.
ການນຳສະເໜີຕົວເອງ ບໍ່ໄດ້ແປວ່າອວດເກັ່ງ, ແລະ ການເວົ້າເຖິງຜົນງານຕົວເອງ ກໍບໍ່ໄດ້ແປວ່າຍາດຜົນງານໃຜ?. ແຕ່ມັນຄືການປົກປ້ອງເຄຣດິດຂອງຕົວເອງ ບໍ່ໃຫ້ຄວາມຕັ້ງໃຈຂອງພວກເຮົາຖືກທັບທົມດ້ວຍຄົນທີ່ “ເກັ່ງເອົາໜ້າ” ຫຼາຍກວ່າເກັ່ງລົງມືເຮັດ.
.
ເພາະການເຮັດວຽກດີເປັນເລື່ອງສຳຄັນ, ແຕ່ການເຮັດໃຫ້ຄົນເຫັນຄຸນຄ່າຂອງວຽກທີ່ພວກເຮົາເຮັດ ກໍສຳຄັນບໍ່ແພ້ກັນ. ຢ່າປ່ອຍໃຫ້ຄວາມງຽບຂອງພວກເຮົາ ກາຍເປັນພື້ນທີ່ໃຫ້ຄົນອື່ນເອົາຍາດເອົາຜົນງານໄປ.
108.jobs, ພວກເຮົາເຊື່ອວ່າ "ທຸກຄົນຄືກະແຈສຳຄັນສູ່ຄວາມສຳເລັດ."
ໃຫ້ 108.jobs ເປັນອີກກຳລັງໃຈໜຶ່ງທີ່ຈະຊ່ວຍທ່ານຊອກຫາ "ວຽກທີ່ເໝາະສົມ".
💙 ສ້າງໂປຣໄຟລ໌ສະໝັກວຽກຂອງທ່ານ ແລະ ກົດສະໝົກວຽກຜ່ານພວກເຮົາເລີຍ ບໍ່ຕ້ອງລຸ້ນ ເພາະເອກະສານໄປຮອດນາຍຈ້າງແນ່ນອນ.
