108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

ເຣຊູເມ (Resume) ທີ່ HR ຢາກໂທເອີ້ນສຳພາດ ເປັນແບບໃດ?

ເຣຊູເມ (Resume) ທີ່ HR ຢາກໂທເອີ້ນສຳພາດ ເປັນແບບໃດ?
10 ກໍລະກົດ 2026 · ໂພສ 3 ເດືອນທີ່ແລ້ວ

ສົ່ງ Resume ໄປແລ້ວກໍຖ້າ...

ຖ້າໄປຈັກໜ້ອຍ ກໍຍັງງຽບ...

ແລ້ວກໍເລີ່ມສົງໄສວ່າບັນຫາມັນຢູ່ໃສ?

.

ດັດແກ້ Template ໃໝ່ກໍແລ້ວ

ເພີ່ມຂໍ້ມູນເຂົ້າໄປອີກກໍແລ້ວ

ແຕ່ໂທລະສັບກໍຍັງບໍ່ໂທມາຢູ່ດີ

.

ເຮົາເຂົ້າໃຈຄວາມຮູ້ສຶກນັ້ນດີ

ແລະ ສິ່ງທີ່ຢາກບອກຄື ບັນຫາສ່ວນໃຫຍ່

ບໍ່ໄດ້ຢູ່ທີ່ປະສົບການ, ບໍ່ໄດ້ຢູ່ທີ່ຄວາມງາມຂອງ Resume

ແຕ່ຢູ່ທີ່ວ່າ Resume ຂອງທ່ານ ຕອບຄຳຖາມໃນຫົວຂອງ HR ໄດ້ຫຼືບໍ່?

.

HR ທຸກຄົນມີສິ່ງທີ່ຊອກຫາຄືກັນ

ແລະ Resume ທີ່ໄດ້ຮັບສາຍໂທລະສັບ

ຄື Resume ທີ່ໃຫ້ສິ່ງນັ້ນໄດ້ ຕັ້ງແຕ່ຕອນທຳອິດທີ່ເປີດເບິ່ງ

.

1.) ງາມບໍ່ສຳຄັນ, ອ່ານແລ້ວເຂົ້າໃຈເລີຍສຳຄັນກວ່າ

.

HR ບໍ່ໄດ້ນັ່ງຊົມເຊີຍ Resume ທີ່ດີຊາຍ (Design) ງາມ

ພວກເຂົາແຄ່ຊອກຫາຂໍ້ມູນທີ່ຕ້ອງການໃຫ້ເຈິໄວທີ່ສຸດ

ຍິ່ງເຈິໄວ, ໂອກາດທີ່ພວກເຂົາຈະໂທຫາທ່ານຍິ່ງສູງ

.

2.) Template ແພງບໍ່ຊ່ວຍ ຖ້າໃສ່ຜິດບ່ອນ

.

ຊື້ Template ງາມໆມາ ແລ້ວຍັດຂໍ້ມູນເຂົ້າໄປໃຫ້ຄົບ

ແຕ່ຖ້າຂໍ້ມູນທີ່ HR ຕ້ອງການ ບໍ່ໄດ້ຢູ່ໃນຈຸດທີ່ພວກເຂົາແນມເບິ່ງກ່ອນ

Resume ນັ້ນກໍຖືກຂ້າມໄປຄືກັນ

.

3.) ເປີດມາແລ້ວຮູ້ທັນທີວ່າຄົນນີ້ແມ່ນໃຜ?

.

HR ມີຄຳຖາມດຽວໃນຫົວຕະຫຼອດເວລາທີ່ສະແກນ (Scan) Resume ວ່າ "ຄົນນີ້ແມ່ນໃຜ? ເຮັດຫຍັງ? ຊ່ວຍບໍລິສັດໄດ້ບໍ່?"

Resume ທີ່ຕອບໄດ້ຕັ້ງແຕ່ 3 ແຖວທຳອິດ ຄື Resume ທີ່ໄດ້ຮັບສາຍໂທລະສັບ

.

3 ຂໍ້ນີ້ ບໍ່ໄດ້ຕ້ອງການ Template ແພງໆ, ບໍ່ຕ້ອງການດີຊາຍພິເສດ

ແຕ່ຕ້ອງຮູ້ວ່າ HR ກຳລັງຊອກຫາຫຍັງ ແລ້ວໃສ່ສິ່ງນັ້ນໃຫ້ພວກເຂົາເຫັນຕັ້ງແຕ່ທຳອິດ

.

Resume ຂອງທ່ານ ຕອບຄຳຖາມໃນຫົວ HR ໄດ້ຕັ້ງແຕ່ແຖວທຳອິດແລ້ວ ຫຼື ຍັງ?

ຄົນທີ່ກັບໄປປັບ Resume ໃຫ້ຖືກຈຸດກ່ອນສົ່ງ ບອກວ່າເລີ່ມໄດ້ຮັບສາຍໂທລະສັບໄວເລີຍເກີນຄາດ.