ໃນໂລກຂອງການເຮັດວຽກທີ່ມີການປ່ຽນແປງຢູ່ສະເໝີ Strategic Thinking ການຄິດແບບເຊິງກົນລະຍຸດ ຖືວ່າເປັນເລື່ອງສຳຄັນ ເນື່ອງຈາກມັນຈະຊ່ວຍເຮົາໃນການສ້າງ ແລະ ອອກແບບກົນລະຍຸດທີ່ມີປະສິດທິພາບ
ເຊິ່ງການຄິດແບບກົນລະຍຸດຈະສາມາດເກີດຂື້ນໄດ້ກໍຕໍ່ເມື່ອມີຫຼາຍອົງປະກອບມາລວມກັນເຊັ່ນ:
Analytical Thinking.
ທັກສະການຄິດວິເຄາະເປັນພື້ນຖານສຳຄັນຂອງ Strategic Thinking ເພາະມັນເປັນຂະບວນການສຳຄັນໃນການຄິດ ແລະ ປະເມີນຄວາມເປັນໄປໄດ້ຕ່າງໆ ການທີ່ເບິ່ງເຫັນທັງຈຸດດີ ແລະ ຈຸດອ່ອນ, ຂໍ້ດີ ແລະ ຂໍ້ເສຍ ຫຼື ແມ້ກະທັ່ງການປະເມີນແນວໂນ້ມຂອງສິ່ງທີ່ຈະເກີດຂື້ນ.
Creative Thinking.
ໃນການຄິດຫຼາຍໆຄັ້ງ ຈຳເປັນຕ້ອງມີໄອເດີຍ ຫຼື ແນວຄິດໃໝ່ໆ ທາງເລືອກໃໝ່ໆເພື່ອໃຊ້ເປັນໂຕເລືອກໃນການແກ້ປັນຫາ ຫຼື ການກຳນົດທິດທາງທີ່ຕ່າງອອກໄປຈາກເກົ່າ ການມີ Creative Thinking ຈຶ່ງເປັນສິ່ງສຳຄັນທີ່ຄວນມີເພື່ອໃຫ້ເກີດກົນລະຍຸດໃໝ່ໆ.
Systematic Thinking.
ໃນການຄິດຫຼາຍໆຄັ້ງ ຈະມີຫຼາຍຂັ້ນຕອນ ແລະ ຜູ້ຄິດຈຳເປັນຕ້ອງມີທັກສະໃນການຮຽບຮຽງ ອີກທັງຕ້ອງຮູ້ວ່າຄວນເລືອກໃຊ້ວິທີການຄິດໃດກ່ອນ ຫຼື ຫຼັງ ໂດຍການນຳມາຮ້ອຍຮຽງຕໍ່ກັນຈົນເປັນລະບົບເພື່ອໃຫ້ເກີດປະສິດທິພາບທີ່ສູງສຸດ.
Decision Making.
ເມື່ອເຮົາຕ້ອງຄິດແບບມີກົນລະຍຸດນັ້ນ ການຕັດສິນໃຈເປັນໜຶ່ງໃນຂັ້ນຕອນສຳຄັນ ເຊິ່ງຜູ້ທີ່ຈະມີແນວຄິດແບບກົນລະຍຸດ Strategic Thinking ກໍຕ້ອງມິທັກສະຂອງການຕັດສິນໃຈ Decision Making ທີ່ເຂັ້ມແຂງ ຮູ້ວິທີການຕັດສິນໃຈທີ່ມີປະສິດທິພາບ ຫຼີກລ່ຽງການໃຊ້ແນວຄິດອັກຄະຕິ ຫຼື ອາລົມເພາະອາດຈະນຳໄປສູ່ການຕັດສິນໃຈທີ່ຜິດພາດ.
ແລະ ນີ້ກໍເປັນພຽງສ່ວນໜຶ່ງຂອງບັນດາທັກສະທີ່ສຳຄັນທີ່ຕ້ອງປະສານເຂົ້າກັນເພື່ອໃຫ້ເກີດມີ Strategic Thinking ການຄິດແບບມີກົນລະຍຸດທີ່ມີຄຸນນະພາບຫຼາຍກວ່າເກົ່າ ເຊິ່ງເຮົາຈະຕ້ອງມຸ່ງເນັ້ນການພັດທະນາຂອງແຕ່ລະທັກສະໃຫ້ມີສັກກະຍາພາບເພີ່ມຂື້ນ ເພື່ອສົ່ງເສີມໃຫ້ການຄິດແບບມີກົນລະຍຸດເກີດຂື້ນແບບມີປະສິດທິພາບ.
