1. ຄົນທີ່ເຮັດເລື່ອງເລັກໆນ້ອຍໆ ແຕ່ເຮັດບໍ່ໄດ້ຢ່າງເຕັມທີ່ ຍ່ອມບໍ່ມີທາງທີ່ຈະເຮັດເລື່ອງໃຫຍ່ໄດ້.
2. ໃຊ້ຄາຖາ A.B.C. ແລ້ວຈະມີເລື່ອງດີໆ ເກີດຂຶ້ນ:
- A : Atarimae ໝາຍເຖິງ ເລື່ອງທຳມະດາ
- B : Baka ni naru ໝາຍເຖິງ ທຸ່ມເທສຸດໂຕ
- C : Chanto suru ໝາຍເຖິງ ເຮັດໃຫ້ດີທີ່ສຸດ
ເມື່ອນຳມາລວມກັນ A.B.C ໝາຍເຖິງ: ທຸ່ມເທສຸດໂຕເຮັດເລື່ອງທຳມະດາໃຫ້ດີທີ່ສຸດ ແລ້ວຈະມີເລື່ອງດີໆ ເກີດຂຶ້ນ.
3. ປັດໄຈພື້ນຖານຂອງການມີຊີວິດທີ່ກ້າວໜ້າ:
- ການແນມໄປທາງໜ້າຢູ່ສະເໝີ ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ.
- ການມີວິທີຄິດທີ່ຖືກຕ້ອງ.
- ການໝັ່ນສຶກສາຊອກຫາຄວາມຮູ້ ເພື່ອເພີ່ມທັກສະໃນສິ່ງທີ່ກຳລັງເຮັດຢູ່.
4. ຊີວິດປຽບຄືກັບ "ທໍ່" ທີ່ພຣະເຈົ້າມອບໃຫ້ ເຮົາບໍ່ສາມາດອອກໄປຈາກທໍ່ນີ້ໄດ້ ແຕ່ເລືອກໄດ້ວ່າຈະຍ່າງຢູ່ຈຸດໃດຂອງທໍ່.
5. ຄົນທີ່ມີວິທີຄິດແບບ "ກ້າວໜ້າ" ຫຼື ຄິດບວກ ຈະຍ່າງຢູ່ເທິງພື້ນທີ່ຂອງຄວາມສຸກ ເຊິ່ງຢູ່ທາງດ້ານເທິງສຸດຂອງທໍ່ ແລະ ມີແນວໂນ້ມທີ່ຈະໄປເຖິງຈຸດສູງສຸດຂອງຊີວິດ ຄື "ຄວາມສຳເລັດ". ໃນຂະນະທີ່ຄົນທີ່ມີວິທີຄິດແບບ "ຖອຍຫຼັງ" ຫຼື ຄິດລົບ ຈະຍ່າງຢູ່ເທິງພື້ນທີ່ແຫ່ງຄວາມທຸກ ເຊິ່ງຢູ່ດ້ານລຸ່ມສຸດຂອງທໍ່ ແລະ ມີແນວໂນ້ມໄປໃນທິດທາງຂອງ "ຄວາມລົ້ມເຫຼວ".
6. "ການຄິດແບບກ້າວໜ້າ" ຖ້າຈະໃຫ້ໄປເຖິງຈຸດສູງສຸດຂອງຊີວິດແລ້ວ ຕ້ອງເຮັດໃຫ້ຄົນອ້ອມຂ້າງມີຄວາມສຸກ ຈຶ່ງຕ້ອງມີຈິດສຳນຶກຕໍ່ຜົນປະໂຫຍດສ່ວນລວມ ເພື່ອໃຫ້ຜູ້ອື່ນມີຄວາມສຸກ ແລະ ຕົນເອງກໍຈະມີຄວາມສຸກໄປນຳ.
7. ການໃຊ້ຊີວິດໂດຍມີທັດສະນະຄະຕິທີ່ດີ ກໍຈະມີຄຸນຄ່າໃນໂຕຂອງມັນເອງ ເມື່ອລົງມືເຮັດຢ່າງເຕັມທີ່ຈົນປະສົບຄວາມສຳເລັດ ເຊິ່ງເຖິງແມ່ນວ່າຈະບໍ່ປະສົບຄວາມສຳເລັດໃນດ້ານການເງິນ ແຕ່ກໍຖືວ່າ ປະສົບຄວາມສຳເລັດໃນດ້ານຄວາມເປັນມະນຸດ.
8. "ຫຼິ້ນກັບສິ່ງຂອງ ເສຍຄວາມມຸ່ງໝັ້ນ ຫຼິ້ນກັບຄົນ ເສຍຄຸນນະທຳ" ໝາຍຄວາມວ່າ ຫາກຍຶດຕິດກັບວັດຖຸຫຼາຍເກີນໄປ ເຮົາຈະລືມຄວາມມຸ່ງໝັ້ນທີ່ມີຕໍ່ສິ່ງອື່ນໃນຊີວິດທີ່ສຳຄັນກວ່າ, ແລະ ຖ້າດູໝິ່ນບໍ່ໃຫ້ຄວາມເຄົາລົບຕໍ່ເພື່ອນມະນຸດ ເຮົາກໍຈະກາຍເປັນຄົນທີ່ບໍ່ມີຄຸນນະທຳໄປໂດຍບໍ່ຮູ້ໂຕ.
9. ຄວາມປາຖະໜາປຽບຄືກັບເຄື່ອງຍົນ ຫາກບໍ່ມີຄວາມປາຖະໜາເລີຍເຮົາຄົງໄປໃສບໍ່ໄດ້. ໃນຂະນະດຽວກັນ ກໍຕ້ອງມີພວງມະໄລ ແລະ ເບຣກທີ່ເໝາະສົມກັບເຄື່ອງຍົນ ນັ້ນຄື ຄວາມມີເຫດຜົນນຳ. ເຮົາຕ້ອງໃຊ້ຄວາມມີເຫດຜົນມາຄວບຄຸມຄວາມປາຖະໜາ ຈຶ່ງຈະປະສົບຄວາມສຳເລັດ.
10. ຊີວິດມະນຸດກໍຄືກັບ ລູກຕຸ້ມ ບາງຄັ້ງກໍຫຼົງທາງ ຫຼື ມີເລື່ອງໃຫ້ກັງວົນຈົນແກວ່ງໄປແກວ່ງມາ ແຕ່ເມື່ອແກວ່ງແລ້ວ ສຸດທ້າຍຈະຕ້ອງກັບມາຍັງຈຸດທີ່ຢູ່ທາງກາງ ເຊິ່ງເປັນ "ທາງສາຍກາງ" ນັ້ນໝາຍເຖິງ ຈຸດທີ່ມະນຸດມີຄຸນນະທຳ ຫຼື ມີທັດສະນະຄະຕິທີ່ດີ.
