ສາເຫດທີ່ເຈົ້າບໍ່ຜ່ານການສຳພາດ ອາດຈະຍ້ອນ 3 ເລື່ອງນີ້
ສຳພາດແລ້ວ ຮູ້ສຶກວ່າຕົວເອງຕອບໄດ້ດີ
ແຕ່ສຸດທ້າຍກໍບໍ່ໄດ້ຮັບການຕິດຕໍ່ກັບມາ
.
ບໍ່ຮູ້ວ່າພາດຢູ່ບ່ອນໃດ
ບໍ່ມີໃຜບອກ
ແລະ ກໍບໍ່ຮູ້ວ່າຈະແກ້ໄຂແນວໃດ
.
ພວກເຮົາເຂົ້າໃຈຄວາມຮູ້ສຶກນັ້ນດີ
ສິ່ງທີ່ຢາກບອກຄື ຄົນສ່ວນໃຫຍ່ບໍ່ໄດ້ພາດຍ້ອນຕອບຜິດ
ແຕ່ພາດໃນຈຸດທີ່ບໍ່ຮູ້ວ່າຕົວເອງກຳລັງເຮັດຢູ່
.
HR ສັງເກດທຸກຢ່າງຕະຫຼອດການສຳພາດ
ແລະ 3 ເລື່ອງນີ້ຄືສິ່ງທີ່ເຮັດໃຫ້ຫຼາຍຄົນຫຼຸດອອກໄປໂດຍບໍ່ຮູ້ຕົວ
.
1.) ຕອບຕາມທີ່ຝຶກຊ້ອມມາ ບໍ່ແມ່ນຕາມທີ່ HR ຖາມແທ້ໆ
.
ການກຽມຕົວມາດີບໍ່ແມ່ນເລື່ອງຜິດ
ແຕ່ຖ້າຕັ້ງໜ້າຕັ້ງຕາ ຈະຖ້າໃສ່ຄຳຕອບທີ່ກຽມມາ ໂດຍບໍ່ໄດ້ຟັງວ່າ HR ຖາມຫຍັງແທ້ໆ
HR ຈະຮູ້ສຶກໄດ້ທັນທີວ່າບໍ່ໄດ້ລົມກັບຄົນ ແຕ່ກຳລັງລົມກັບສະຄຣິບ (Script)
.
2.) ພາສາກາຍສົ່ງສັນຍານຜິດ ທັງໆທີ່ຕອບຄຳຖາມດີ
.
ບໍ່ສົບສາຍຕາ, ນັ່ງບໍ່ສຸພາບ (ນັ່ງເອື່ອຍ, ນັ່ງອີງ), ງຶກຫົວບໍ່ເປັນທຳມະຊາດ
ບໍ່ມີໃຜບອກເຮົາຕົງໆ ແຕ່ HR ສັງເກດຕັ້ງແຕ່ນາທີທຳອິດທີ່ພົບກັນ
ບາງທີພາສາກາຍສາມາດບອກຄວາມສົນໃຈໄດ້ຊັດເຈນກວ່າຄຳເວົ້າດ້ວຍຊ້ຳ
.
3.) ຕອບວົກໄປວົນມາ ຈົນບໍ່ຮູ້ວ່າຈະສະຫຼຸບແນວໃດ
.
ຢາກອະທິບາຍໃຫ້ຄົບຖ້ວນ ເລີຍເລົ່າທຸກຢ່າງທີ່ຄິດອອກ
ແຕ່ HR ຟັງໄປຄາວໜຶ່ງກໍຫຼຸດໂຟກັດໄປແລ້ວ
ຄຳຕອບທີ່ດີບໍ່ແມ່ນຄຳຕອບທີ່ຍາວທີ່ສຸດ ແຕ່ແມ່ນຄຳຕອບທີ່ກົງປະເດັນທີ່ສຸດ
.
3 ເລື່ອງນີ້ບໍ່ມີໃຜບອກເຈົ້າຫຼັງສຳພາດຈົບ
ແຕ່ວ່າມັນຄືສິ່ງທີ່ HR ຄິດຫາຕອນກຳລັງນັ່ງຕັດສິນໃຈວ່າຈະໂທຫາໃຜດີ
.
ຖ້າກຳລັງຈະມີນັດສຳພາດ ລອງກັບໄປເຊັກເບິ່ງວ່າຕົວເອງຍັງເຮັດຂໍ້ໃດຢູ່ບໍ່?
ຄົນທີ່ຮູ້ວ່າຕ້ອງລະວັງຫຍັງ ມີໂອກາດຜ່ານ ຫຼາຍກວ່າຄົນທີ່ພຽງແຕ່ຊ້ອມຄຳຕອບມາຄົບ
