108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

ຍ້າຍບ່ອນເຮັດວຽກໃໝ່ ຄວນເອີ້ນເງິນເດືອນເພີ່ມເທົ່າໃດດີ?

ຍ້າຍບ່ອນເຮັດວຽກໃໝ່ ຄວນເອີ້ນເງິນເດືອນເພີ່ມເທົ່າໃດດີ?
19 ມິຖຸນາ 2026 · ໂພສ 3 ເດືອນທີ່ແລ້ວ

ການຍ້າຍວຽກ ຫຼື ປ່ຽນຕຳແໜ່ງມັກຈະເປັນໂອກາດທີ່ດີໃນການຂໍຂຶ້ນເງິນເດືອນ ແຕ່ຄວນອີງໃສ່ທັກສະ, ປະສົບການ ແລະ ອັດຕາເງິນເດືອນໃນຕະຫຼາດ ເພື່ອໃຫ້ເອີ້ນເງິນເດືອນໄດ້ຢ່າງເໝາະສົມ ແລະ ໝັ້ນໃຈ.


ຄວນປະເມີນຕົນເອງກ່ອນຮຽກຮ້ອງເງິນເດືອນ

ກ່ອນຍ້າຍວຽກ, ຄວນປະເມີນຕົນເອງໃຫ້ຮອບດ້ານຫຼາຍຂຶ້ນ ເພື່ອໃຫ້ການຕັດສິນໃຈເລື່ອງເງິນເດືອນ ແລະ ຕຳແໜ່ງໃໝ່ໃຫ້ມີຄວາມໝັ້ນໃຈ ແລະ ສົມເຫດສົມຜົນ ບໍ່ແມ່ນເບິ່ງແຕ່ຕົວເລກທີ່ຢາກໄດ້:

  • ກວດສອບຊ່ວງເງິນເດືອນຂອງຕຳແໜ່ງໃໝ່ໃນຕະຫຼາດແຮງງານ ວ່າຄ່າສະເລ່ຍຢູ່ໃນລະດັບໃດ.

  • ປະເມີນຄຸນສົມບັດທຽບກັບຕຳແໜ່ງໃໝ່ ວ່າທັກສະ ແລະ ປະສົບການກົງກັບຄວາມຕ້ອງການຫຼາຍໜ້ອຍຊຳໃດ.

  • ພິຈາລະນາທັກສະສະເພາະດ້ານ (Hard Skills) ເຊັ່ນ: Data, Digital, ພາສາອັງກິດ ຫຼື Project Management.

  • ທົບທວນປະສົບການກົງທີ່ກ່ຽວຂ້ອງ ເຊັ່ນ: ເຄີຍເຮັດໂຄງການ (Project) ໃນລັກສະນະດຽວກັນ ຫຼື ມີຜົນງານທີ່ສາມາດນຳມາອ້າງອີງໄດ້.

ໂດຍທົ່ວໄປແລ້ວ, ການຂໍປັບເງິນເດືອນເມື່ອຍ້າຍວຽກມັກຈະຢູ່ໃນຊ່ວງປະມານ 15-30% ຈາກເງິນເດືອນເກົ່າ ທັງນີ້ແມ່ນຂຶ້ນຢູ່ກັບຄຸນຄ່າ ແລະ ສັກກະຍະພາບທີ່ຈະສາມາດເພີ່ມໃຫ້ກັບອົງກອນໃໝ່ໄດ້.


ສູດການຄິດໄລ່:

ເງິນເດືອນໃໝ່ = ເງິນເດືອນປັດຈຸບັນ × (1 + ເປີເຊັນຂອງການເພີ່ມເງິນເດືອນ)


ວິທີຄຳນວນເງິນເດືອນທີ່ຄວນຮຽກຮ້ອງ

ການຄຳນວນເງິນເດືອນໃໝ່ຫຼັງຍ້າຍວຽກຄວນອີງຈາກຂໍ້ມູນຈິງໃນຕະຫຼາດແຮງງານ ບໍ່ແມ່ນການຄາດເດົາ ໂດຍຕ້ອງພິຈາລະນາຊ່ວງເງິນເດືອນສະເລ່ຍຂອງຕຳແໜ່ງ, ປະສົບການ ແລະ ທັກສະຂອງຕົນເອງປະກອບກັນ ໂດຍທົ່ວໄປສາມາດແບ່ງໄດ້ດັ່ງນີ້:


  • 10-15%: ຍ້າຍວຽກໃນສາຍງານເດີມ ຕຳແໜ່ງ ແລະ ລະດັບໃກ້ຄຽງກັນ.

  • 20-25%: ມີທັກສະສະເພາະດ້ານ ຫຼື ມີປະສົບການທີ່ເປັນທີ່ຕ້ອງການຂອງຕະຫຼາດ.

  • 30% ຂຶ້ນໄປ: ຕຳແໜ່ງສູງຂຶ້ນ ຫຼື ມີຄວາມຮັບຜິດຊອບເພີ່ມຂຶ້ນຢ່າງຊັດເຈນ.

ສູດຄຳນວນ

  • ເງິນເດືອນໃໝ່ = ເງິນເດືອນປັດຈຸບັນ + (ເງິນເດືອນປັດຈຸບັນ × ປີເຊັນເພີ່ມທີ່ເໝາະສົມ)
    (ໝາຍເຫດ: ເປີເຊັນເພີ່ມ ມັກຈະຢູ່ທີ່ 10-30% ຂຶ້ນຢູ່ກັບທັກສະ, ປະສົບການ ແລະ ຄວາມຕ້ອງການຂອງຕະຫຼາດ)

  • ກໍລະນີມີໂບນັດ ໃຫ້ນຳມາຄຳນວນລວມເປັນລາຍປີ:

    ເງິນເດືອນລວມໂບນັດ = (ເງິນເດືອນຕໍ່ເດືອນ x 12) + ໂບນັດປະຈຳປີ

ຕົວຢ່າງການຄຳນວນ

ສົມມຸດເງິນເດືອນປັດຈຸບັນ 4,500,000 ກີບ ແລະ ມີໂບນັດ 3 ເດືອນ:

  • ລາຍໄດ້ຕໍ່ປີ = (4,500,000 x 12) + 13,500,000 = 67,500,000 ກີບ

  • ຫາກຕ້ອງການເພີ່ມ 20% ຈະເທົ່າກັບ 67,500,000 ກີບ x 1.2 = 81,000,000 ກີບຕໍ່ປີ.

  • ດັ່ງນັ້ນ, ເງິນເດືອນໃໝ່ຈະຕົກຢູ່ທີ່ປະມານ 6,750,000 ກີບຕໍ່ເດືອນ.