108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

7 ປັດໄຈທີ່ຄວນພິຈາລະນາກ່ອນຂໍຂື້ນເງິນເດືອນເພີ່ມ 📈🤩

7 ປັດໄຈທີ່ຄວນພິຈາລະນາກ່ອນຂໍຂື້ນເງິນເດືອນເພີ່ມ 📈🤩
19 ມິຖຸນາ 2026 · ໂພສ 3 ເດືອນທີ່ແລ້ວ

7 ປັດໄຈທີ່ຄວນພິຈາລະນາກ່ອນຂໍຂື້ນເງິນເດືອນເພີ່ມ

ກ່ອນຈະຂໍຂື້ນເງິນເດືອນເພີ່ມ, ຄວນພິຈາລະນາທັງທັກສະ, ປະສົບການ ແລະ ອັດຕາເງິນເດືອນໃນຕະຫຼາດ ເພື່ອໃຫ້ການຕໍ່ຮອງມີເຫດຜົນ ແລະ ມີຄວາມໜ້າເຊື່ອຖືຫຼາຍຂຶ້ນ ໂດຍມີປັດໄຈສຳຄັນທີ່ຄວນພິຈາລະນາ ດັ່ງນີ້:


  • ຄ່າປະສົບການ ແລະ ທັກສະສະເພາະດ້ານ: ຫາກມີປະສົບການຝຶກງານ, ເຄີຍເຮັດໂຄງການ (Project) ຫຼື ມີທັກສະສະເພາະເຊັ່ນ: Digital Marketing, Data Analysis ຫຼື ພາສາອັງກິດ ອາດຊ່ວຍເພີ່ມມູນຄ່າໃຫ້ກັບຕົນເອງໄດ້ຫຼາຍຂຶ້ນ.

  • ລະດັບຕຳແໜ່ງງານ ແລະ ຄວາມຮັບຜິດຊອບ: ຕຳແໜ່ງທີ່ມີຄວາມຮັບຜິດຊອບສູງ ຫຼື ກ່ຽວຂ້ອງກັບການວິເຄາະ, ການບໍລິຫານ ຫຼື ການເບິ່ງແຍງລູກຄ້າໂດຍກົງ ມັກຈະມີຖານເງິນເດືອນທີ່ສູງ.

  • ມູນຄ່າຕະຫຼາດແຮງງານ: ແຕ່ລະສາຍງານມີຄ່າສະເລ່ຍເງິນເດືອນທີ່ແຕກຕ່າງກັນເຊັ່ນ: ສາຍເຕັກໂນໂລຊີ, Data ແລະ Programming ມັກຈະມີແນວໂນ້ມເງິນເດືອນເລີ່ມຕົ້ນສູງກວ່າສາຍງານທົ່ວໄປ.

  • ພາວະເສດຖະກິດ ແລະ ນະໂຍບາຍຂອງບໍລິສັດ: ບໍລິສັດແຕ່ລະແຫ່ງມີງົບປະມານ ແລະ ໂຄງສ້າງເງິນເດືອນທີ່ແຕກຕ່າງກັນ ຈຶ່ງຄວນສຶກສາຕະຫຼາດແຮງງານ ແລະ ຂະໜາດຂອງອົງກອນປະກອບສ່ວນນຳ.

  • ທັກສະໃໝ່ທີ່ເພີ່ມຂຶ້ນ: ຫາກມີໃບຢັ້ງຢືນທັກສະ (Certificate) ຫຼື ຜ່ານການຮຽນເພີ່ມເຕີມເຊັ່ນ: Google Certificate Data Analytics ຫຼື ດ້ານພາສາ ອາດຊ່ວຍໃຫ້ເອີ້ນເງິນເດືອນໄດ້ສູງຂຶ້ນ.

  • ສະຫວັດດີການ ແລະ ຜົນຕອບແທນລວມ: ບາງບໍລິສັດອາດຈະໃຫ້ເງິນເດືອນບໍ່ສູງປານໃດ ແຕ່ມີໂບນັດ, ປະກັນໄພສຸຂະພາບ ຫຼື ການເຮັດວຽກແບບ Hybrid Working ທີ່ຊ່ວຍເພີ່ມມູນຄ່າໂດຍລວມໄດ້.

  • ຄ່າໃຊ້ຈ່າຍສ່ວນອື່ນໆ ທີ່ເພີ່ມເຂົ້າມາ: ຄວນຄຳນວນຄ່າຄອງຊີບ, ຄ່າເດີນທາງ, ຄ່າເຊົ່າທີ່ພັກ ຫຼື ຄ່າໃຊ້ຈ່າຍປະຈຳກ່ອນທີ່ຈະຂໍຂື້ນເງິນເດືອນ.