108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຂ່າວສານ

108.Jobs ຈັບມື VIPO+ ລົງພື້ນທີ່ຈັດຝຶກອົບຮົມພິເສດ ປູທາງສູ່ຄວາມສຳເລັດໃຫ້ນັກສຶກສາ ວິທະຍາໄລ ລາວ-ທັອບ ໃນຫົວຂໍ້ “ການກຽມຄວາມພ້ອມກ່ອນການສະໝັກວຽກ”

108.Jobs ຈັບມື VIPO+ ລົງພື້ນທີ່ຈັດຝຶກອົບຮົມພິເສດ ປູທາງສູ່ຄວາມສຳເລັດໃຫ້ນັກສຶກສາ ວິທະຍາໄລ ລາວ-ທັອບ ໃນຫົວຂໍ້ “ການກຽມຄວາມພ້ອມກ່ອນການສະໝັກວຽກ”
12 ມິຖຸນາ 2026 · ໂພສ 4 ເດືອນທີ່ແລ້ວ

ໃນວັນທີ 12 ມິຖຸນາ 2026, ເວລາ 9:30 - 11:00 ໂມງ, ບໍລິສັດ 108.Jobs ໄດ້ຮ່ວມມືກັບ VIPO+ ຈັດກິດຈະກຳຝຶກອົບຮົມສຸດພິເສດໃຫ້ແກ່ນັກສຶກສາ ວິທະຍາໄລ ລາວ-ທັອບ (Lao-Top College) ພາຍໃຕ້ຫົວຂໍ້ “ການກຽມຄວາມພ້ອມກ່ອນການສະໝັກວຽກ”. ກິດຈະກຳໃນຄັ້ງນີ້ໄດ້ຮັບກະແສຕອບຮັບດີຫຼາຍ ໂດຍມີນັກສຶກສາໃຫ້ຄວາມສົນໃຈ ແລະ ເຂົ້າຮ່ວມຢ່າງພ້ອມພຽງກັນທັງໝົດ 92 ຄົນ.


ຈຸດປະສົງຫຼັກຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຕອບໂຈດ ແລະ ແກ້ໄຂບັນຫາຄວາມກັງວົນຂອງນັກສຶກສາທີ່ກຳລັງຈະຈົບ ແລະ ກຽມກ້າວເຂົ້າສູ່ຕະຫຼາດແຮງງານຈິງ. ທີມງານວິທະຍາກອນມືອາຊີບຈາກ 108.Jobs ແລະ VIPO+ ໄດ້ຮ່ວມກັນຖ່າຍທອດຄວາມຮູ້, ເທັກນິກ ແລະ ເຄັດລັບສຳຄັນຕ່າງໆ ທີ່ຊ່ວຍເພີ່ມໂອກາດໃນການຖືກຄັດເລືອກເຂົ້າເຮັດວຽກ ເຊິ່ງເນື້ອຫາຫຼັກປະກອບມີ:


1.⁠ ⁠ເທັກນິກການຂຽນ CV / Resume ໃຫ້ໂດດເດັ່ນ: ວິທີການນຳສະເໜີຈຸດແຂງ, ປະສົບການ ແລະ ທັກສະຂອງຕົນເອງໃຫ້ດຶງດູດຄວາມສົນໃຈຂອງຝ່າຍບຸກຄົນ (HR).

2.⁠ ⁠ການກຽມຕົວເຂົ້າສຳພາດວຽກຢ່າງໝັ້ນໃຈ: ເຄັດລັບການຕອບຄຳຖາມຍອດຮິດ, ການຄວບຄຸມຄວາມຕື່ນເຕັ້ນ ແລະ ທັດສະນະຄະຕິ (Mindset) ທີ່ອົງກອນຊອກຫາ.

3.⁠ ⁠ການວາງຕົວ ແລະ ບຸກຄະລິກກະພາບ: ການແຕ່ງກາຍ ແລະ ກິລິຍາມາລະຍາດທີ່ສະແດງເຖິງຄວາມເປັນມືອາຊີບຕັ້ງແຕ່ຄັ້ງທຳອິດທີ່ພົບເຫັນ, ລວມເຖິງການປະຕິບັດໂຕໃນຊ່ວງທົດລອງວຽກ.

4.⁠ ⁠ສະຫວັດດີການຕ່າງໆທີ່ຄວນຈະໄດ້ຮັບ ແລະ ຄວາມຮູ້ເບື້ອງຕົ້ນກ່ຽວກັບກົດໝາຍແຮງງານ.


ການຈັດຝຶກອົບຮົມໃນຄັ້ງນີ້ ບໍ່ພຽງແຕ່ຊ່ວຍໃຫ້ນັກສຶກສາມີຄວາມໝັ້ນໃຈກ່ອນການເຂົ້າສູ່ຕະຫຼາດແຮງງານຈິງ, ແຕ່ຍັງເປັນການກຽມຄວາມພ້ອມໃຫ້ນັກສຶກສາກາຍເປັນບຸກຄະລາກອນທີ່ມີຄຸນນະພາບ ແລະ ເປັນທີ່ຕ້ອງການຂອງຕະຫຼາດແຮງງານຢ່າງແທ້ຈິງ.


ໃນຕອນທ້າຍຂອງກິດຈະກຳ, ທາງທີມງານ 108.Jobs ແລະ VIPO+ ຍັງໄດ້ຮ່ວມກັນຖ່າຍພາບເປັນທີ່ລະນຶກກັບນັກສຶກສາ ວິທະຍາໄລ ລາວ-ທັອບ ທຸກນ້ອງທີ່ເຂົ້າຮ່ວມເຊິ່ງເຕັມໄປດ້ວຍຮອຍຍິ້ມ ແລະ ຄວາມປະທັບໃຈ.