108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຂ່າວສານ

108.jobs ຈັດງານ Nextdot Ep03 ເປີດມຸມມອງ “ພາສາຕ່າງປະເທດ ໂອກາດຄວາມກ້າວໜ້າໃນສາຍອາຊີບ”

108.jobs ຈັດງານ Nextdot Ep03 ເປີດມຸມມອງ “ພາສາຕ່າງປະເທດ ໂອກາດຄວາມກ້າວໜ້າໃນສາຍອາຊີບ”
8 ມິຖຸນາ 2026 · ໂພສ 4 ເດືອນທີ່ແລ້ວ

ເມື່ອບໍ່ດົນມານີ້, 108.jobs ໄດ້ຈັດງານສຳມະນາສຸດພິເສດ ໃນຊື່: “Nextdot Ep03” ພາຍໃຕ້ຫົວຂໍ້ “ພາສາຕ່າງປະເທດ ໂອກາດຄວາມກ້າວໜ້າໃນສາຍອາຊີບ | Unlock Career Growth Opportunities with Foreign Language Skills” ເຊີ່ງຈັດຂຶ້ນຢ່າງເປັນທາງການ ໃນວັນເສົາ, 06 ມິຖຸນາ 2026 ທີ່ຜ່ານມາ ຢູ່ທີ່ Ayana House (ບ້ານທ່າພະລານໄຊ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ).


ງານໃນຄັ້ງນີ້ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກ ຜູ້ຊອກວຽກ ແລະ ກຸ່ມຄົນເຮັດວຽກ ທີ່ຕ້ອງການຍົກລະດັບທັກສະ ແລະ ເປີດປະຕູສູ່ໂອກາດໃໝ່ໆ ໃນໂລກແຫ່ງການເຮັດວຽກຍຸກປັດຈຸບັນ.

 

ພາຍໃນງານ, ຜູ້ເຂົ້າຮ່ວມໄດ້ຮັບຟັງການແບ່ງປັນຄວາມຮູ້, ເຕັກນິກ ແລະ ປະສົບການຕົວຈິງຈາກ 03 ວິທະຍາກອນຮັບເຊີນສຸດພິເສດ ຈາກຫຼາກຫຼາຍຂະແໜງການຄື:


1.⁠ ⁠ທ່ານ ກັນຍາ ຈະເລີນສຸກ: ຜູ້ຮ່ວມກໍ່ຕັ້ງ ບໍລິສັດ Startnovation

2.⁠ ⁠ທ່ານ ນາງ ສຸນິສາ ລັດຕະນະວົງ: ຜູ້ມີປະສົບການກົງໃນການຮ່ວມງານກັບບໍລິສັດຊັ້ນນໍາໂດຍໃຊ້ພາສາຈີນ

3.⁠ ⁠ທ່ານ ຊັງເກີດັດ ລັດທະຍອດ: ອໍານວຍການ ບໍລິສັດ ອັກຄະຣະ ຈໍາກັດຜູ້ດຽວ


ໂດຍການດຳເນີນລາຍການ ແລະ ການສົນທະນາຈາກ ທ່ານ ແກ້ວວີສຸກ ດາລາສານ, ຜູ້ກໍ່ຕັ້ງ ແລະ ອຳນວຍການບໍລິສັດ 108.jobs.


ງານ Nextdot Ep03 ໃນຄັ້ງນີ້ ບໍ່ພຽງແຕ່ເປັນການນັ່ງຟັງບັນຍາຍເທົ່ານັ້ນ ແຕ່ຍັງອັດແໜ້ນໄປດ້ວຍກິດຈະກຳທີ່ມີປະໂຫຍດຢ່າງຫຼວງຫຼາຍ ເຊັ່ນ:

•⁠  ⁠World of Work: ອັບເດດຂໍ້ມູນຂ່າວສານ, ແນວໂນ້ມ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານໃນໂລກອາຊີບປັດຈຸບັນ ວ່າພາສາຕ່າງປະເທດມີອິດທິພົນແນວໃດຕໍ່ກັບການຂຶ້ນຕຳແໜ່ງ ແລະ ເງິນເດືອນ.

•⁠  ⁠Q&A Session: ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ຖາມ-ຕອບ ກັບວິທະຍາກອນຢ່າງໃກ້ຊິດ, ປົດລັອກຂໍ້ຂ້ອງໃຈ ແລະ ແກ້ໄຂບັນຫາທີ່ກຳລັງປະເຊີນໃນການພັດທະນາທັກສະທາງພາສາ.

•⁠  ⁠Professional Networking: ກິດຈະກຳພົບປະສ້າງເຄືອຂ່າຍ ລະຫວ່າງ ແຂກຮັບເຊີນ, ວິທະຍາກອນ ແລະ ຜູ້ຮ່ວມງານທຸກທ່ານ ເພື່ອແລກປ່ຽນຂໍ້ມູນ ຄວາມຮູ້ດີໆໃນສາຍອາຊີບ.


ງານ Nextdot Ep03 ໄດ້ຈົບລົງດ້ວຍຄວາມປະທັບໃຈ ແລະ ເຕັມໄປດ້ວຍບັນຍາກາດແຫ່ງການຮຽນຮູ້. 

ທາງ 108.jobs ຂໍຂອບໃຈທຸກໆທ່ານ ທີ່ໃຫ້ການສະໜັບສະໜູນ ແລະ ເຂົ້າຮ່ວມງານໃນຄັ້ງນີ້.

ສໍາລັບໃຜທີ່ພາດໂອກາດດີໆແບບນີ້ໄປ ສາມາດຕິດຕາມຂ່າວສານ ແລະ ກິດຈະກຳດີໆ ໃນຄັ້ງຕໍ່ໄປໄດ້ທີ່ເວັບໄຊ ແລະ ເພຈ Facebook ຂອງ 108.jobs.