ນີ້ຄືບັນຫາທີ່ທີມພວກເຮົາເຈີມາຫຼາຍ
ຢາກປ່ຽນວຽກ ແຕ່ບໍ່ຮູ້ວ່າຕ້ອງໃສ່ຫຍັງລົງໃນ Resume ແດ່?
.
ແຖມສ່ວນຫຼາຍ ຂໍ້ມູນທີ່ທ່ານໃສ່ລົງໄປແບບບໍ່ຮູ້ໂຕ
ມັກຈະເປັນໂຕການທີ່ເຮັດໃຫ້ທ່ານພາດໂອກາດໄດ້ວຽກໄປແບບງົງໆຄືກັນ
.
ມື້ນີ້ພວກເຮົາເລີຍຢາກມາແຊຣ໌ 3 ຂໍ້ມູນທີ່ຕ້ອງລະວັງ
ຖ້າບໍ່ຢາກໃຫ້ Resume ຂອງທ່ານຖືກປັດຕົກ ຕັ້ງແຕ່ຍັງບໍ່ທັນໄດ້ເລີ່ມສຳພາດ!
1.) ຂໍ້ມູນສ່ວນຕົວທີ່ HR ບໍ່ໄດ້ຢາກຮູ້
ສາສະໜາ, ບ້ານເກີດ, ສະຖານະພາບການສົມລົດ ຫຼື ແມ່ນແຕ່ອາຍຸ (ໃນບາງອົງກອນ)
ຂໍ້ມູນເຫຼົ່ານີ້ແທບຈະບໍ່ມີຜົນຕໍ່ການພິຈາລະນາຮັບເຂົ້າເຮັດວຽກເລີຍ.
2.) ປະສົບການທີ່ບໍ່ກ່ຽວຂ້ອງກັບຕຳແໜ່ງງານ
ຈື່ໄວ້ວ່າ...ຂໍ້ມູນທຸກແຖວໃນ Resume ຕ້ອງສື່ສານຄຸນຄ່າຂອງເຮົາອອກມາ.
ການໃສ່ປະສົບການທີ່ບໍ່ເຊື່ອມໂຍງກັບຕຳແໜ່ງທີ່ສະໝັກ ບໍ່ໄດ້ຊ່ວຍໃຫ້ Resume ເບິ່ງໜ້າປະທັບໃຈຫຼາຍຂຶ້ນ.
ແຕ່ມັນຈະເຮັດໃຫ້ HR ຊອກຫາຂໍ້ມູນທີ່ເຂົາເຈົ້າຕ້ອງການໄດ້ຍາກຂຶ້ນ ພາຍໃນເວລາການຕັດສິນໃຈອັນໜ້ອຍນິດ (ສະເລ່ຍພຽງ 7 ວິນາທີເທົ່ານັ້ນ!).
ທາງທີ່ດີ ເລືອກສະເພາະປະສົບການທີ່ກົງສາຍ ແລ້ວຂຽນໃຫ້ເຫັນທັກສະທີ່ຊັດເຈນຈະດີກວ່າຫຼາຍ.
3.) Reference (ບຸກຄົນອ້າງອີງ) ທີ່ອາດທຳລາຍໂອກາດໂດຍບໍ່ຮູ້ໂຕ
ພວກເຮົາເຫັນຫຼາຍຄົນທີ່ໃສ່ຊື່ ແລະ ເບີໂທຕິດຕໍ່ຂອງຫົວໜ້າເກົ່າລົງໄປ ໂດຍທີ່ຍັງບໍ່ທັນໄດ້ແຈ້ງ ຫຼື ຂໍອະນຸຍາດເພິ່ນກ່ອນ ປະເດັນນີ້ອັນຕະລາຍຫຼາຍ!
ລອງຄິດເບິ່ງວ່າຖ້າ HR ໂທກວດສອບແລ້ວຫົວໜ້າເກົ່າບໍ່ຮູ້ເລື່ອງ ຫຼື ໃຫ້ຂໍ້ມູນທີ່ບໍ່ກົງກັບສິ່ງທີ່ເຮົາຂຽນໄວ້ ໂອກາດໄດ້ວຽກທີ່ສ້າງມາທັງໝົດອາດຈະປິວຫາຍໄປໃນພິບຕາເລີຍ.
ອ່ານຈົບແລ້ວ ລອງເປີດ Resume ຂອງໂຕເອງເຊັກເບິ່ງດ່ວນໆເລີຍວ່າທັງມີ 3 ຂໍ້ນີ້ຢູ່ບໍ?
ເພາະພຽງແຕ່ເຮົາຕັດສ່ວນທີ່ບໍ່ຈຳເປັນອອກ Resume ຂອງເຮົາກໍຈະເບິ່ງກະທັດຮັດ, ຊັດເຈນ ແລະ ໜ້າສົນໃຈຂຶ້ນອີກຫຼາຍເທົ່າເລີຍ.
ສ່ວນໃຜທີ່ຢາກໃຫ້ເຊັກລະອຽດກວ່າ ນີ້ວ່າ Resume ຕອນນີ້ມີຈຸດໃດທີ່ຕ້ອງປັບປຸງຕື່ມອີກ
