108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

ສົ່ງ Resume ໄປແລ້ວງຽບ ບາງທີອາດເປັນຍ້ອນ...

ສົ່ງ Resume ໄປແລ້ວງຽບ ບາງທີອາດເປັນຍ້ອນ...
2 ມິຖຸນາ 2026 · ໂພສ 4 ເດືອນທີ່ແລ້ວ

ມະນຸດຄົນໜຶ່ງ

ທີ່ໃຊ້ເວລາພຽງແຕ່ 7.4 ວິນາທີຕໍ່ Resume 1 ສະບັບ

(Ladders Eye-Tracking Study, 2018)


ບໍລິສັດໃຫຍ່ໆເວລາປະກາດວຽກ 1 ຕຳແໜ່ງ

ມີ Resume ສົ່ງເຂົ້າມາ 300-500 ສະບັບຕໍ່ຮອບ

HR ບໍ່ໄດ້ "ອ່ານ" Resume ຂອງເຈົ້າ ທັງໝົດ

ພວກເຂົາ scan ຫຼື ອ່ານຜ່ານໆເພື່ອຊອກຫາສິ່ງດຽວ


ນັ້ນຄື Profile Summary 3 ແຖວເທິງສຸດ


ຖ້າບໍ່ມີສ່ວນນີ້

ຫຼື ຂຽນແລ້ວບໍ່ໄດ້ບອກວ່າເຈົ້າຈະຊ່ວຍບໍລິສັດໄດ້ແນວໃດ?

HR ກໍຈະວາງແລ້ວເປີດເບິ່ງໂປຣຟາຍອື່ນ

ພາຍໃນ 7 ວິນາທີນັ້ນ


ແລະ 90% ຂອງ Resume ທີ່ພວກເຮົາພົບ ແມ່ນບໍ່ມີສ່ວນນີ້ເລີຍ

Profile Summary ທີ່ດີ ຕ້ອງບອກ HR ໃຫ້ໄດ້ໃນ 7 ວິນາທີວ່າ:


1.) ເຈົ້າແມ່ນໃຜ + ມີປະສົບການດ້ານໃດ,ຈັກປີ?

2.) ສິ່ງທີ່ເຈົ້າເຮັດໄດ້ດີທີ່ສຸດ + ຕົວເລກພິສູດ

3.) Value (ຄຸນຄ່າ) ທີ່ເຈົ້າຈະມອບໃຫ້ບໍລິສັດໄດ້


ຕົວຢ່າງເຊັ່ນ:

"ນັກການຕະຫຼາດ Digital 5 ປີ ຊ່ຽວຊານ Paid Media

ເຄີຍຫຼຸດ Cost per Lead ໄດ້ 40% ໃນ 3 ເດືອນ

ພ້ອມຊ່ວຍແບຣນ Scale ງົບໂຄສະນາຢ່າງມີປະສິດທິພາບ"


ພຽງເທົ່ານີ້ເອງ

ບໍ່ຈຳເປັນຕ້ອງຍາວ ບໍ່ຕ້ອງງາມ

ແຕ່ຕ້ອງຢູ່ເທິງສຸດ ແລະ ບອກໃຫ້ຈະແຈ້ງວ່າເຈົ້າຊ່ວຍບໍລິສັດໄດ້ແນວໃດ?


ລອງເຊັກ Resume ຂອງເຈົ້າຕອນນີ້ເລີຍ

ມີ Profile Summary ຢູ່ເທິງສຸດແລ້ວ ຫຼື ຍັງ?

.

ຖ້າຢາກຮູ້ວ່າ Resume ຂອງເຈົ້າພ້ອມສົ່ງໃຫ້ HR ສໍ່າໃດ

ທັກຫາພວກເຮົາ +856 20 28 027 508