ການແນະນຳໂຕເອງໃນລະຫວ່າງການສຳພາດບໍ່ແມ່ນພຽງແຕ່ການເລົ່າປະຫວັດໃນອະດີດຂອງເຈົ້າທີ່ຜ່ານມາ
ແຕ່ມັນຄືການທີ່ເຈົ້າອະທິບາຍວິທີທີ່ເຄີຍ "ແກ້ໄຂບັນຫາ".
ຄົນສ່ວນໃຫຍ່ມັກຈະກ່າວເຖິງ...
👉 ຊື່ ແລະ ນາມສະກຸນ
👉 ອາຍຸ
👉 ສະຖານທີ່ສຶກສາ
👉 ປະສົບການເຮັດວຽກທີ່ຜ່ານມາ
ທີ່ຈິງການແນະນຳໂຕເອງແບບນີ້ບໍ່ແມ່ນສິ່ງທີ່ຜິດ, ແຕ່ມື້ນີ້ພວກເຮົາຈະແບ່ງປັນວິທີການແນະນຳໂຕເອງທີ່ໜ້າສົນໃຈ ທີ່ສາມາດເພີ່ມໂອກາດໃນການ "ດຶງດູດຄວາມສົນໃຈຂອງ HR".
1.) ເລີ່ມຕົ້ນດ້ວຍສິ່ງທີເຈົ້າເຮັດໄດ້ດີ.
- ບໍ່ຈຳເປັນຕ້ອງເລົ່າທຸກປະສົບການໃນອະດີດ ຫຼື ສິ່ງທີ່ເຈົ້າເຄີຍເຮັດມາ ແຕ່ໃຫ້ເນັ້ນໃສ່ສິ່ງທີ່ເຈົ້າເຮັດໄດ້ດີທີ່ສຸດເຊັ່ນ: ຍອດຂາຍ, ກຳໄລ ຫຼື ການແກ້ໄຂບັນຫາ.
- ພະຍາຍາມເຊື່ອມໂຍງສິ່ງທີ່ເຈົ້າມີກັບສິ່ງທີ່ HR ກຳລັງຊອກຫາ (ສຶກສາລາຍລະອຽດວຽກລ່ວງໜ້າ, ອ່ານ Job Description). ສິ່ງນີ້ຈະເຮັດໃຫ້ HR ຄິດວ່າ, "ວ້າວ! ຄົນນີ້ເໝາະສົມດີ. ປະສົບການໜ້າສົນໃຈ, ແລະ ເຂົ້າໃຈວຽກໄດ້ດີ, ລາວມີຄວາມສົນໃຈແທ້."
2.) ສະແດງທັກສະຂອງເຈົ້າໃຫ້ HR ເຫັນ.
- "ສະແດງ" ບໍ່ໄດ້ໝາຍຄວາມວ່າເຮັດໃຫ້ເຫັນບາງສິ່ງບາງຢ່າງ; ແຕ່ມັນໝາຍເຖິງການໃຊ້ຄຳເວົ້າທີ່ເຮັດໃຫ້ເຫັນພາບ.
- ລອງໃຊ້ສູດນີ້: ຄຳເວົ້າ + ຜົນງານ + ຕົວເລກ (ຫຼື ກະກຽມຜົນງານໄປສະແດງ Portfolio ເພື່ອປະກອບຄຳເວົ້າ), ອະທິບາຍສັ້ນໆໃຫ້ HR ຟັງກ່ຽວກັບສິ່ງທີ່ເຈົ້າໄດ້ເຮັດມາ ແລະ ມັນໄດ້ຜົນແນວໃດ?
3.) ສະແດງໃຫ້ HR ເຫັນເຖິງຄວາມຕັ້ງໃຈຂອງເຈົ້າ.
- ເຈົ້າສາມາດສະແດງຄວາມຫລົງໄຫຼຂອງເຈົ້າ (Passion), ສະແດງໃຫ້ເຫັນສິ່ງທີ່ເຈົ້າຕັ້ງໃຈທີ່ຈະເຮັດຢູ່ທີ່ນີ້ ແລະ ວິທີທີ່ເຈົ້າຈະປະກອບສ່ວນເພື່ອປັບປຸງການດຳເນີນງານຂອງບໍລິສັດແນວໃດ?.
- ຫຼາຍຄົນອາດຍັງລັງເລທີ່ຈະເວົ້າແບບນີ້ຍ້ອນຄວາມບໍ່ກ້າ ຫຼື ຄິດຫຼາຍເກີນໄປ, ແຕ່ເຮົາສາມາດບອກທ່ານໄດ້ເລີຍວ່າ HR ກຳລັງລໍຖ້າຟັງວ່າທ່ານມີຄວາມມັກ ແລະ ຫລົງໄຫຼໃນວຽກນີ້ຫຼາຍປານໃດ.
ດັ່ງທີ່ກ່າວມາໃນເບື້ອງຕົ້ນ, "ການແນະນຳໂຕເອງບໍ່ແມ່ນສະເພາະການບອກວ່າເຈົ້າເປັນໃຜ, ແຕ່ຂື້ນກັບວ່າເຈົ້າສາມາດແກ້ໄຂບັນຫາຫຍັງໄດ້ແນ່?."
ບໍ່ມີຫຍັງທີ່ຈະເສຍ, ສະນັ້ນຈົ່ງກ້າຫານ ແລະ ລອງໃຊ້ເຕັກນິກເຫຼົ່ານີ້. ຢ່າໄປຢ້ານ! ພວກເຮົາຢູ່ທີ່ນີ້ເພື່ອຈະຊ່ວຍເຈົ້າເອງ.
