108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຂ່າວສານ

ບໍລິສັດ 108Jobs ຮ່ວມມືກັບ ວິທະຍາໄລ ລາວ-ທ໊ອບ ເຊັນບົດບັນທຶກຄວາມເຂົ້າໃຈ (MOU)

ບໍລິສັດ 108Jobs ຮ່ວມມືກັບ ວິທະຍາໄລ ລາວ-ທ໊ອບ ເຊັນບົດບັນທຶກຄວາມເຂົ້າໃຈ (MOU)
8 ພຶດສະພາ 2026 · ໂພສ 5 ເດືອນທີ່ແລ້ວ

ບໍລິສັດ 108Jobs ຮ່ວມມືກັບ ວິທະຍາໄລ ລາວ-ທ໊ອບ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສ້າງຄວາມເຂັ້ມແຂງ ແລະ ກຽມຄວາມພ້ອມໃຫ້ນັກສຶກສາກ່ອນເຂົ້າສູ່ຕະຫຼາດແຮງງານ.

ໃນວັນທີ 30 ເມສາ 2026 ທີ່ຜ່ານມາ ບໍລິສັດ 108Jobs (ຮ້ອຍແປດພັນເກົ້າກຣຸຸບ) ແລະ ວິທະຍາໄລ ລາວ-ທ໊ອບ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານການພັດທະນາທັກສະ ແລະ ການກຽມຄວາມພ້ອມໃຫ້ແກ່ນັກສຶກສາ ເພື່ອຍົກລະດັບຄຸນນະພາບຊັບພະຍາກອນມະນຸດໃຫ້ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານໃນປັດຈຸບັນ.


ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງເປັນທາງການ ໃນເວລາ 10:00 ໂມງ ທີ່ວິທະຍາໄລ ລາວ-ທັອບ ໂດຍການໃຫ້ກຽດລົງນາມຂອງ ທ່ານ ແກ້ວວິສຸດ ດາລາສານ, ຜູ້ອຳນວຍການບໍລິສັດ 108Jobs ແລະ ທ່ານ ພັນທະວິໄລ ນວນຮຸ່ນ, ຜູ້ອຳນວຍການວິທະຍາໄລ ລາວ-ທ໊ອບ, ພ້ອມດ້ວຍຄະນະບໍລິຫານ, ຄູ-ອາຈານ ແລະ ນັກສຶກສາ ຈາກທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. 


👉 ເປົ້າໝາຍຫຼັກຂອງການຮ່ວມມື ແມ່ນມຸ່ງເນັ້ນໃສ່ການສ້າງຂົວຕໍ່ລະຫວ່າງສະຖາບັນການສຶກສາ ແລະ ພາກທຸລະກິດ ຜ່ານກິດຈະກຳຫຼັກໆດັ່ງນີ້:

1. ການແລກປ່ຽນຂໍ້ມູນຂ່າວສານ: ເຊື່ອມໂຍງຂໍ້ມູນຕຳແໜ່ງງານວ່າງ, ວຽກອາສາສະໝັກ, ວຽກເສີມ (Part-time) ແລະ ບ່ອນຝຶກງານ ຈາກບັນດາບໍລິສັດ ແລະ ອົງກອນຕ່າງໆ ເພື່ອໃຫ້ນັກສຶກສາເຂົ້າເຖິງໂອກາດໄດ້ໂດຍກົງ.

2. ການຝຶກອົບຮົມນັກສຶກສາດ້ານການວາງແຜນອາຊີບ ແລະ ກຽມຄວາມພ້ອມກ່ອນການກ້າວເຂົ້າສູ່ຕະຫຼາດແຮງ

3. ການນຳຮອຍນັກສຶກສາຫຼັງຈົບການສຶກສາ (Tracer Study) ທ່ານ ແກ້ວວິສຸດ ດາລາສານ ໄດ້ກ່າວເນັ້ນເຖິງຄວາມສຳຄັນໃນການຮ່ວມມືຄັ້ງນີ້ວ່າ: “ການກຽມພ້ອມດ້ານທັກສະ ແລະ ແນວຄິດ (Mindset) ໃຫ້ແກ່ນັກສຶກສາກ່ອນຈົບການສຶກສາ ແມ່ນປັດໄຈສຳຄັນທີ່ຈະຊ່ວຍໃຫ້ເຂົາເຈົ້າສາມາດປັບຕົວ ແລະ ເຂົ້າສູ່ໂລກແຫ່ງການເຮັດວຽກຕົວຈິງໄດ້ຢ່າງມີປະສິດທິພາບ.


ບໍລິສັດ 108Jobs (ຮ້ອຍແປດພັນເກົ້າກຣຸຸບ) ຂໍສະແດງຄວາມຂອງໃຈທາງ ວິທະຍາໄລ ລາວ-ທ໊ອບ ທີ່ເປີດກວ້າງການຮ່ວມມື ພ້ອມການອຳນວຍຄວາມສະດວກ ດ້ານການປະສານງານ ແລະ ສະຖານທີ່ ເພື່ອໃຫ້ກິດຈະກຳຕ່າງໆພາຍໃຕ້ MOU ສະບັບນີ້ ບັນລຸຜົນສຳເລັດຕາມວັດຖຸປະສົງທີ່ວາງໄວ້.

#108Jobs #VIPO #E2Eby108Jobs