108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

ຢື່ນ CV ໄປຫຼາຍບ່ອນ ແຕ່ຍັງບໍ່ໄດ້ວຽກ. ບັນຫາຢູ່ໃສ ແລະ ຈະແກ້ແນວໃດ?

ຢື່ນ CV ໄປຫຼາຍບ່ອນ ແຕ່ຍັງບໍ່ໄດ້ວຽກ. ບັນຫາຢູ່ໃສ ແລະ ຈະແກ້ແນວໃດ?
18 ມິຖຸນາ 2025 · ໂພສ 1 ປີທີ່ແລ້ວ

ຢື່ນ CV ໄປຫຼາຍບ່ອນ ແຕ່ຍັງບໍ່ໄດ້ວຽກ. ບັນຫາຢູ່ໃສ ແລະ ຈະແກ້ແນວໃດ?

 

ເພາະມີ profile ຢ່າງດຽວອາດຍັງບໍ່ພໍ…. ຕ້ອງເຮັດໃຫ້ HR ຢາກເປີດເບິ່ງນຳ!!

 

ເຄີຍສົງໄສບໍ່ວ່າ ເປັນຫຍັງສະໝັກວຽກໄປຫຼາຍບ່ອນແລ້ວງຽບ ບໍ່ມີຮອດການຕິດຕໍ່ກັບ?

ເຈົ້າອາດຈະກຳລັງພົບກັບບັນຫາທີ່ຫຼາຍຄົນເບິ່ງຂ້າມເຊັ່ນ: ໂປຣໄຟຣ ຫຼື CV ບໍ່ໜ້າສົນໃຈພໍ ຫຼື ບໍ່ກົງກັບສິ່ງທີ່ HR ເບິ່ງຫາ. ແລ້ວຈະແກ້ແນວໃດໃຫ້ມີໂອກາດຫຼາຍຂື້ນ? 

 

1. CV ຂອງເຮົາຍັງບໍ່ “ສະເພາະເຈາະຈົງ” ພຽງພໍ

  • ບັນຫາທີ່ຄົນທົ່ວໄປມັກພົບ: ໂປຣໄຟຮ ຫຼື CV ຂຽນຂໍ້ມູນທົ່ວໄປເກີນໄປເຊັ່ນ: “ດຸຫມັ່ນ, ຊື່ສັດ, ອົດທົນ” ໂດຍບໍ່ມີຕົວຢ່າງ ຫຼື ຜົນງານທີ່ພິສູດໄດ້.
  • ແນວທາງແກ້ໄຂ: ໃຫ້ລະບຸສິ່ງທີ່ເຮົາເຮັດໄດ້ແທ້ເຊັ່ນ: “ສາມາດໃຊ້ Microsoft Excel ຂັ້ນ Advance”, ເຄີຍຈັດກິດຈະກຳທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 300 ຄົນ, ຫຼື ເຄີຍເຮັດຍອດຂາຍເພີ່ມຂຶ້ນໄດ້ 20% ພາຍໃນ 3 ເດືອນ. ເພື່ອໃຫ້ HR ຫຼື ຜູ້ຈ້າງງານເຫັນພາບ ແລະ ເຊື່ອຖືໄດ້. 

2. ບໍ່ມີຄຳເວົ້າຫຼັກ (Keyword) ທີ່ກົງກັບຕຳແໜ່ງງານ. 

  • ບັນຫາທີ່ຄົນທົ່ວໄປພົບ: ໃນຍຸກທີ່ HR ໃຊ້ລະບົບ ATS (Applicant Tracking System) ຫຼື ຄົ້ນຫາ CV ຜ່ານແພັດຟອມອອນໄລຕ່າງໆເຊັ່ນ: 108Jobs ຫາກໂປຣໄຟຣຂອງເຮົາບໍ່ມີຄຳທີ່ກົງກັບຕຳແໜ່ງງານ ກໍອາດຈະບໍ່ຖືກຄົ້ນຫາເລີຍ ກໍເປັນໄປໄດ້.
  • ແນວທາງແກ້ໄຂ: ອ່ານປະກາດວຽກທີ່ເຮົາສົນໃຈ ແລ້ວດຶງເອົາຄຳສຳຄັນ (ເຊັ່ນ “ວາງແຜນການຕະຫລາດ”, ໃຊ້ Adobe Photoshop, ມີທັກສະພາສາອັງກິດ ແລະ ຄຳອື່ນໆທີ່ກົງກັບປະກາດວຽກຕ້ອງການ) ມາໃສ່ໃນໂປຣໄຟຣ ຫຼື CV ຂອງເຮົາ. 

3. ຮູບໂປຣໄຟຣບໍ່ມີອາຊີບ ຫຼື ບໍ່ມີເລີຍ

  • ບັນຫາທີ່ຄົນທົ່ວໄປພົບ: HR ຫຼາຍຄົນພິຈາລະນາຈາກ “ຄວາມໜ້າເຊື່ອຖື” ແລະ “ບຸກຄະລິກກະພາບ” ເບື້ອງຕົ້ນ. ຮູບຖ່າຍທີ່ມືດ, ບໍ່ແຈ້ງ ຫຼື ບໍ່ສຸພາບ ອາດເຮັດໃຫ້ເຈົ້າເສຍຄະແນນໄປໂດຍບໍ່ຮູ້ຕົວ.
  • ແນວທາງແກ້ໄຂ: ເລືອກຮູບຖ່າຍເຄີ່ງຕົວ, ແຕ່ງກາຍສຸພາບ, ຍິ້ມເລັກນ້ອຍ, ພື້ນຫຼັງລຽບ, ຖ່າຍດ້ວຍແສງທຳມະຊາດ ຫຼື ໄຟຣໃນຫ້ອງເບື້ອງຕົ້ນກໍພຽງພໍແລ້ວ. 

4. ຂາດທັກສະທີ່ຕະຫຼາດແຮງງານຕ້ອງການ

  • ບັນຫາທີ່ຄົນທົ່ວໄປພົບ: ຫຼາຍຄັ້ງທີ່ເຈົ້າອາດມີຄຸນນະສົມບັນພື້ນຖານ ແຕ່ຍັງບໍ່ໂດດເດັ່ນພໍໃນສາຍຕາຜູ້ຈ້າງງານ
  • ແນວທາງແກ້ໄຂ: ໝັ່ນອັບເດດຕົນເອງດ້ວຍການຮຽນຄອສອອນລາຍ (ຟຣີ/ລາຄາຍ່ອມເຍົາ) ເພີ່ມທັກສະສະເພາະທາງເຊັ່ນ Digital Marketing, Excel, ການໃຊ້ AI ຫຼື ແມ່ນແຕ່ທັກສະ Soft skills ຢ່າງການສື່ສານເປັນຕົ້ນ. 

5. ຜູ້ສະໝັກບໍ່ Follow up ຜົນຫຼັງຈາກສະໝັກວຽກ

  • ບັນຫາທີ່ຫຼາຍຄົນມັກພົບ: ສະຫມັກແລ້ວຈົບເລີຍ, ບໍ່ເຄີຍສົ່ງ Follow up ຫຼື ອີເມລຂອງໃຈຫຼັງສຳພາດ ເຮັດໃຫ້ HR ອາດລືມເຮົາໄປ.
  • ແນວທາງແກ້ໄຂ: ສົ່ງຂໍ້ຄວາມທີ່ສຸພາບເພື່ອຕິດຕາມຜົນການສະໝັກຫຼັງ 5-7 ວັນ ຫຼື ສົ່ງຂອງໃຈຜ່ານທາງ E-Mail ຫຼັງການສຳພາດ ເພື່ອສະແດງຄວາມສົນໃຈໃນຕຳແໜ່ງທີ່ເຮົາສະໝັກ.

 

ສະຫຼຸບລວມແລ້ວ ໂປຣໄຟຣ ຫຼື CV ທີ່ດີ ບໍ່ແມ່ນພຽງແຕ່ຂໍ້ມູນຖືກຕ້ອງ ແຕ່ຕ້ອງ “ສື່ສານໃຫ້ HR ເຫັນຄຸນຄ່າ” ໄດ້ໃນເວລາສັ້ນໆ, ຫາກເຈົ້າຢາກເພີ່ມໂອກາດໃຫ້ໂປຣໄຟຣຂອງເຈົ້າໂດດເດັ່ນ ລອງກັບໄປເບິ່ງອີກຄັ້ງວ່າມີຈຸດໃດທີ່ຄວນປັບຕື່ມບໍ່ ແລ້ວລົງມືປັບປຸງໃນມື້ນີ້ເລີຍ!! 

 

#ພ້ອມອັບເດດໂປຣໄຟຣ ຫຼື CV ໃຫ້ຖືກໃຈ HR 

ສະໝັກສະມາຊິກຟຣີກັບ 108Jobs ແລະ ເລີ່ມຕົ້ນຊອກວຽກທີ່ແມ່ນສຳລັບເຮົາໄດ້ເລີຍມື້ນີ້ ທີ່ 108.jobs

 

#careerready

#howto

 

ສ້າງສັນໂດຍ: ທີມ 108Okard

ຂໍມູນເພີ່ມຕື່ມ: https://www.facebook.com/108okard