Reskill-Upskill ບໍ່ແມ່ນພຽງແຕ່ເທຣນ ແຕ່ຄື “ໃບເບີກທາງ” ເຂົ້າສູ່ໂລກການເຮັດວຽກໃນອານາຄົດ
ໃນຍຸກທີ່ເຕັກໂນໂລຊີ, ວິຖີຊີວິດ ແລະ ຕະຫລາດແຮງງານປ່ຽນໄປຢ່າງໄວວາກວ່າທີ່ເຄີຍ, ການມີພຽງແຕ່ “ວຸດທິການສຶກສາ” ຫຼື “ປະສົບການເກົ່າ” ອາດບໍ່ພຽງພໍອີກຕໍ່ໄປ. ໜື່ງໃນຄຳເວົ້າທີ່ເຮົາມັກຈະໄດ້ຍິນຫຼາຍຄັ້ງໃນປີ 2025 ຄື Reskill ແລະ Upskill, ຄຳສອງຄຳນີ້ບໍ່ແມ່ນພຽງແຕ່ເປັນຄຳເວົ້າຕາມກະແສ ແຕ່ມັນຄືກະແຈສຳຄັນທີ່ຈະຊ່ວຍໃຫ້ເຈົ້າ “ບໍ່ຕົກຂະບວນລົດໄຟ” ໃນໂລກຂອງການເຮັດວຽກທີ່ໝຸນຢູ່ຕະຫຼອດເວລາ
Reskil ຄືການຮຽນຮູ້ທັກສະໃຫມ່ ເພື່ອປ່ຽນສາຍອາຊີບ ຫຼື ຍ້າຍໄປເຮັດວຽກໃນຕຳແໜ່ງທີ່ແຕກຕ່າງຈາກເກົ່າ
Upskil ຄືການພັດທະນາທັກສະເກົ່າໃຫ້ເລີກ ແລະ ທັນສະໄຫມຫຼາຍຂຶ້ນ ເພື່ອໃຫ້ເຮັດວຽກໄດ້ດີຂຶ້ນໃນຕຳແໜ່ງເກົ່າ ຫຼຶ ຕຳແໜ່ງທີ່ສູງຂຶ້ນ.
ຫຼາຍບໍລິສັດ ຫຼື ອົງກອນ ເລີ່ມເບິ່ງຫາຄົນທີ່ມີຄວາມສາມາດໃນການຮຽນຮູ້ຕະຫຼອດເວລາ (Lifelong Learning) ຫຼາຍກວ່າຄົນທີ່ມີແຕ່ຄຸນສົມບັດທາງເຕັກນິກແບບເກົ່າໆ ເພາະໃນອານາຄົດ ທັກສະທີ່ “ແມ່ນ” ໃນມື້ນີ້ ອາດກາຍເປັນທັກສະທີ່ “ລ້າສະໄຫມ” ໃນປີໜ້າ.
ແລ້ວເຮົາຈະເລີ່ມ Reskill-Upskill ໄດ້ແບບໃດແດ່?
- ປະເມີນຕົນເອງກ່ອນ: ເຮົາມີທັກສະຫຍັງ? ຈຸດອ່ອນຈຸດແຂງມີຫຍັງແດ່ ແລະ ຢາກໄປຕໍ່ໃນສາຍວຽກໃດ?
- ຕັ້ງເປົ້າໝາຍໃຫມ່: ວຽກໃນຝັນຕ້ອງການທັກສະຫຍັງແດ່ ? ຕ້ອງຮຽນຫຍັງເພີ່ມເຕີມຈື່ງຈະໄປຮອດຈຸດນັ້ນໄດ້
- ເລືອກຮຽນຢ່າງສະຫຼາດ: ທຸກມື້ນີ້ມີຄອສອອນລາຍຟຣີ/ເສຍເງິນຫຼາຍບ່ອນໃຫ້ເລືອກຮຽນ ບໍ່ວ່າຈະເປັນ: Coursera, SkillLane, FutureLearn, Youtube, LinkedIn Learning.
- ລົງມືຝືກຕົວຈິງ: ບໍ່ແມ່ນພຽງແຕ່ຮຽນໃນຫ້ອງຮຽນຢ່າງດຽວ ເຮົາຕ້ອງທົດລອງຝຶກ ແລະ ປະຕິບັດໃຫ້ໄດ້ຈິງ.
ຕົວຢ່າງວຽກທີ່ຕ້ອງການທັກສະໃຫມ່ມາແຮງ:
- Digital Marketing: ຕ້ອງການທັກສະ SEO, Content AI, Data Analytics
- Customer Experience (EX): ຕ້ອງການທັກສະຄວາມເຂົ້າໃຈ Journey ຂອງລູກຄ້າ ແລະ ໃຊ້ເຄື່ອງມື CRM
- Tech & IT: ບໍ່ແມ່ນພຍງແຕ່ Dev ແຕ່ຍັງຕ້ອງມີ Product manager, Data Analyst, UX/UI
- ວຽກສາຍ HR: ຕ້ອງເຂົ້າໃຈ Employee Experience, HR Tech ແລະ ລະບົບ Cloud HR
ສະຫຼຸບແລ້ວ ຢ່າຖ້າໃຫ້ຕະຫຼາດແຮງງານປ່ຽນແລ້ວຄ່ອຍປັບຕົວ ແຕ່ຈົ່ງເປັນຄົນທີ່ພ້ອມກ່ອນທີ່ໂອກາດຈະມາເຖິງ.
ຢູ່ 108.jobs ເຮົາບໍ່ແມ່ນພຽງແຕ່ເວັບໄຊ້ຊອກວຽກ ແຕ່ຄືພື້ນທີ່ທີ່ໃຫ້ຄົນຊອກວຽກສາມາດເບິ່ງງເຫັນພາບອານາຄົດຂອງຕົນເອງໄດ້ຊັດເຈນຂື້ນ ພ້ອມທັງຂໍ້ມູນ ແລະ ໂອກາດໃນການພັດທະນາຕົນເອງໃຫ້ກ້າວໄປອີກຂັ້ນ.
#careerready
#howto
ສ້າງສັນໂດຍ: ທີມ 108Okard
ຂໍມູນເພີ່ມຕື່ມ: https://www.facebook.com/108okard
