AI ຈະມາຍາດວຽກເຮົາແທ້ບໍ່?
ເຂົ້າໃຈບົດບາດຂອງ AI ໃນຕະຫຼາດແຮງງານຍຸກໃຫມ່.
ໃນຊ່ວງປີຜ່ານໆມາ ເຕັກໂນໂລຊີປັນຍາປະດິດ ຫຼື AI (Artificial Intelligence) ໄດ້ເຂົ້າມາປ່ຽນແປງໂລກຂອງການເຮັດວຽກຢ່າງເຫັນໄດ້ຊັດເຈນ ຫຼາຍຄົນເລີ່ມວິຕົກກັງວົນວ່າ “AI ຈະມາຍາດວຽກມະນຸດ” ແຕ່ໃນອີກດ້ານໜື່ງ ກໍມີຄຳເຫັນຈາກຜູ້ຊ່ຽວຊານທີ່ເບິ່ງວ່າ AI ຈະເປັນເຄື່ອງມືທີ່ສຳຄັນໃນການພັດທະນາອາຊີບ ແລະ ເພີ່ມປະສິດທິພາບຂອງຄົນເຮັດວຽກ ແລ້ວຄວາມເປັນຈິງຈະເປັນແນວໃດແທ້ໄປອ່ານຕໍ່ກັນເລີຍ:
AI ກຳລັງປ່ຽນວິທີການເຮັດວຽກໄປໃນຮູບແບບໃດ?
AI ເຂົ້າມາແທນທີ່ວຽກບາງປະເພດທີ່ເປັນໜ້າວຽກຊ້ຳໆ, ວຽກເຕັກນິກເກົ່າ ຫຼື ວຽກທີ່ສາມາດໃຊ້ລະບົບອັດຕະໂນມັດໄດ້ເຊັ່ນ: ການກອກຂໍ້ມູນ, ວຽກແປພາສາພື້ນຖານ, ວຽກບໍລິການລູກຄ້າເບື້ອງຕົ້ນ ຫຼຶ ແມ່ນແຕ່ການຂຽນໂຄດ (Code) ບາງລະດັບ. ສິ່ງນີ້ອາດເຮັດໃຫ້ບາງອາຊີບຫາຍໄປ ຫຼື ຖືກຫຼຸດບົດບາດລົງ.
ແຕ່ໃນຂະນະດຽວກັນ AI ກໍເປີດໂອກາດໃຫ້ໜ້າວຽກໃຫມ່ໆເກີດຂື້ນຫຼາຍເຊັ່ນ: AI Trainer, Data Analyst, Prompt Engineer, AI Auditor ຫຼື ອາຊີບທີ່ກ່ຽວຂ້ອງກັບການຈັດການເຕັກໂນໂລຊີ ແລະ ການວິເຄາະຂໍ້ມູນ ເຊິ່ງເປັນທັກສະທີ່ກຳລັງເປັນທີ່ຕ້ອງການສູງໃນຕະຫຼາດແຮງງານໃນປະຈຸບັນ.
ແລ້ວຄົນເຮັດວຽກຍັງຈຳເປັນຢູ່ບໍ່?
“ຈຳເປັນແນ່ນອນ” ເພາະເຖິງແມ່ນວ່າ AI ຈະເກັ່ງໃນການປະມວນຜົນຂໍ້ມູນ ແຕ່ຍັງບໍ່ສາມາດທີ່ຈະແທນທີ່ທັກສະມະນຸດໄດ້ທັງໝົດເຊັ່ນ: ຄວາມຄິດສ້າງສັນ, ການເຈລະຈາຕໍ່ລອງ, ຄວາມເຂົ້າໃຈທາງອາລົມ, ຄວາມເປັນຜູ້ນຳ ແລະ ການຕັດສິນໃຈໃນບໍລິບົດທີ່ຊັບຊ້ອນ. ສິ່ງເຫຼົ່ານີ້ຍັງເປັນຈຸດແຂງຂອງມະນຸດທີ່ບໍ່ມີ AI ຂອງບໍລິສັດໃດຮຽນແບບໄດ້.
ທັກສະທີ່ຄວນມີໃນຍຸກທີ່ AI ເຮັດວຽກຮ່ວມກັບຄົນເຮົາ
ແທນທີ່ເຮົາຈະຢ້ານ AI, ຜູ້ຊອກວຽກຄວນຫັນມາຮຽນຮູ້ທັກສະທີ່ “ເຮັດວຽກຮ່ວມກັບ AI” ໄດ້ເຊັ່ນ:
- ຄວາມເຂົ້າໃຈດ້ານເຕັກໂນໂລຊີເບື້ອງຕົ້ນ (AI Literacy)
- ການຄິດວິເຄາະ ແລະ ກົນລະຍຸດ
- ການສື່ສານ ແລະ ການເຮັດວຽກເປັນທີມ
- ການຮຽນຮູ້ຕະຫຼອດຊີວິດ (Lifelong Learning)
ຫາກໃຜທີ່ສາມາດປັບຕົວ ແລະ ຮຽນຮູ້ທັກສະເຫຼົ່ານີ້ໄດ້ ເຮົາໝັ້ນໃຈວ່າເຈົ້າຈະກາຍເປັຮ “ຄົນເຮັດວຽກລຸ້ນໃຫມ່” ທີ່ພ້ອມສຳລັບອານາຄົດແນ່ນອນ.
ບົດບາດຂອງ 108.jobs
ໃນຖານະເວັບໄຊ້ ແລະ ແອັບພຣີເຄຊັ່ນຊອກວຽກຄຽງຄູ່ກັບຄົນຊອກວຽກໃນ ສປປ ລາວ ມາຫຼາຍກວ່າ 10 ປີ, ເຮົາບໍ່ໄດ້ພຽງແຕ່ປະກາດວຽກ ແຕ່ຍັງຊ່ວຍໃຫ້ຜູ້ສະໝັກເຂົ້າໃຈເທຣນແຮງງານໃຫມ່ໆ ພ້ອມຈັດກິດຈະກຳຝຶກອົບຮົມ ແລະ ພັດທະນາທັກສະຕ່າງໆເພື່ອຊ່ວຍໃຫ້ຜູ້ຊອກວຽກສາມາດກ້າວເຂົ້າສູ່ໂລກຂອງການເຮັດວຽກໄດ້ຢ່າງໝັ້ນໃຈ.
#ເພາະຄວາມກ້າວໜ້າທາງດ້ານວຽກງານ ເລີ່ມຕົ້ນຈາກຄວາມເຂົ້າໃຈ ແລະ ການກຽມຕົວທີ່ດີ
#careerready
#howto
ສ້າງສັນໂດຍ: ທີມ 108Okard
ຂໍມູນເພີ່ມຕື່ມ: https://www.facebook.com/108okard
