108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

Freelance (ຟີແລ້ນ) VS ວຽກປະຈຳ: ວຽກແບບໃດເໝາະກັບເຮົາ?

Freelance (ຟີແລ້ນ) VS ວຽກປະຈຳ: ວຽກແບບໃດເໝາະກັບເຮົາ?
7 ພຶດສະພາ 2025 · ໂພສ 1 ປີທີ່ແລ້ວ

ໃນໂລກຂອງການເຮັດວຽກຍຸກໃຫມ່ ຄຳວ່າ “ໝັ້ນຄົງ” ແລະ “ອິດສະຫຼະ” ກາຍເປັນສອງທາງເລືອກທີ່ໜ້າສົນໃຈບໍ່ແພ້ກັນ, ບາງຄົນໄຝ່ຝັນເຖິງໂຕະເຮັດວຽກສ່ວນຕົວໃນຫ້ອງການທີ່ເຕັມໄປດ້ວຍຫມູ່ຮ່ວມງານທີ່ເປັນແຮງບັນດານໃຈ. ໃນຂະນະທີ່ບາງຄົນອາດຮູ້ສຶກເປັນອິດສະຫຼະເມື່ອໄດ້ເຮັດວຽກຢູ່ຮ້ານກາເຟຕອນເຊົ້າ ຫຼື ຈາກສະຖານທີ່ຕ່າງໆເວລາໃດກໍໄດ້. ເຊິ່ງວຽກແບບໃດຈະເໝາະກັບເຮົາຫຼາຍກວ່ານັ້ນ ໄປອ່ານຕໍ່ກັນເລີຍ 

 

ວຽກປະຈຳ: ເສັ້ນທາງທີ່ໝັ້ນຄົງ (ແຕ່ບໍ່ໄດ້ແປວ່າບໍ່ຍືດຫຍຸ່ນ) 

 

ວຽກປະຈຳຄືເສັ້ນທາງດັ້ງເດີມທີ່ເຮົາສາມາດສ້າງລາຍໄດ້ແບບສະຫມໍ່າສະເໝີ, ມີສະຫວັດດິການ, ປະກັນສຸຂະພາບ, ວັນລາພັກຮ້ອນ ແລະ ໂອກາດໃນການເຕີບໂຕໃນສາຍອາຊີບແບບເປັນຂັ້ນໄດ, ທີ່ສຳຄັນ ເຮົາມີຫົວໜ້າ ແລະ ມີໂຄງສ້າງທີ່ສາມາດຊ່ວຍໃຫ້ເຮົາບໍ່ຫຼົງທາງ ເໝາະກັບຄົນທີ່ມັກຄວາມຊັດເຈນ ແລະ ຢາກສ້າງອານາຄົດໄລຍະຍາວຢ່າງໝັ້ນຄົງ. ແຕ່ແນ່ນອນວ່າ ໂຄງສ້າງນັ້ນກໍມາພ້ອມກັບຂໍ້ຈຳກັດ, ເວລາເຮັດວຽກທີ່ຕາຍຕົວ, ການອະນຸມັດລາວຽກ ຫຼື ກົດເກນທີ່ເຮົາອາດຈະບໍ່ເຫັນດີນຳສະເໝີໄປ. 

 

Freelance (ຟີແລ້ນ) ອິດສະຫຼະຄືຫົວໃຈ (ແຕ່ຄວາມຮັບຜິດຊອບຄືທຸກສິ່ງ) 

 

ລອງຈິນຕະນາການວ່າ ເຮົາສາມາດເລືອກເວລາເຮັດວຽກເອງໄດ້, ເລືອກລູກຄ້າເອງ ແລະ ຈັດຕາຕະລາງຊີວິດໃຫ້ເໝາະສົມກັບຕົນເອງໄດ້ຢ່າງເຕັມທີ່ ນັ້ນຄືໂລກຂອງການເຮັດວຽກແບບຟີແລ້ນ, ບໍ່ຕ້ອງເຂົ້າຫ້ອງການ, ບໍ່ຕ້ອງກອກບັດເຂົ້າວຽກໃຫ້ກົງເວລາ, ບໍ່ຕ້ອງລໍຖ້າຫົວໜ້າອະນຸມັດວຽກ. ຟັງເບິ່ງອິດສະຫຼະແມ່ນບໍ່? ແຕ່ມັນບໍ່ໄດ້ງ່າຍຂະໜາດນັ້ນ. 

 

ຟີແລ້ນຕ້ອງມີວິໄນສູງ ເພາະເຮົາຄື “ນັກສ້າງ” ແລະ “ນັກບໍລິຫານ” ໃນຄົນດຽວກັນ, ລາຍໄດ້ບໍ່ແນ່ນອນ, ຕ້ອງຫາໂປຣເຈັກເອງ, ຕ້ອງວາງແຜນການເງິນ ແລະ ຜະເຊີນກັບຄວາມບໍ່ແນ່ນອນໃນທຸກເດືອນ. ສຳລັບໃຜທີ່ມັກຄວາມທ້າຍທາຍ, ຮັກການຮຽນຮູ້ ແລະ ພ້ອມທີ່ຈະລົ້ມແລ້ວລຸກໃຫມ່ ນີ້ອາດຈະເປັນທາງເລືອກທີ່ແມ່ນສຳລັບເຈົ້າ. 

 

ແລ້ວເຈົ້າເດ? ເໝາະກັບທາງໃດ

ຄຳຖາມນີ້ບໍ່ມີຄຳຕອບທີ່ຕາຍຕົວ ເພາະຊີວິດຂອງແຕ່ລະຄົນບໍ່ຄືກັນ, ບາງຄົນເລືອກເລີ່ມວຽກຈາກວຽກປະຈຳເພື່ອສ້າງພື້ນຖານທີ່ຫມັ້ນຄົງກ່ອນ ຈື່ງຄ່ອຍໆກ້າວໄປສູ່ Freelance. ບາງຄົນກັບກັນ ເລີ່ມຕົ້ນຈາກວຽກອິດສະຫຼະກ່ອນ ແລ້ວຄົ້ນພົບວ່າສິ່ງທີ່ຕ້ອງການແທ້ໆແລ້ວ ຄືທີມ ແລະ ວັດທະນາທຳອົງກອນທີ່ມີເປົ້າໝາຍຮ່ວມກັນ. ສິ່ງທີ່ສຳຄັນຄືເຈົ້າຕ້ອງ “ຮູ້ຈັກໂຕເອງ” ແລະ “ເປີດໃຈ” ລອງເສັ້ນທາງໃຫມ່ເມື່ອຮອດເວລາ 

 

108.jobs : ບໍ່ວ່າເຈົ້າຈະເລືອກທາງໃດເຮົາກໍພ້ອມຄຽງຂ້າງ 

108.jobs ເຮົາເຂົ້າໃຈໂລກຂອງການເຮັດວຽກໃນຍຸກໃຫມ່ ຍຸກທີ່ບໍ່ແມ່ນຂາວ ຫຼື ດຳ, ແຕ່ມັນຄືຫຼາກຫຼາຍສີສັນທີ່ຜູ້ຊອກວຽກສາມາດອອກແບບເອງໄດ້. ເຮົາຈື່ງລວບລວມວຽກງານຈາກທັງ: ພາກລັດ, ເອກະຊົນ, Start Up ໄປຈົນເຖິງວຽກຟີແລ້ນ, ໂຄງການຕ່າງໆ ແລະ ວຽກພາດທາມໄວ້ໃນບ່ອນດຽວກັນ. ເພາະເຮົາບໍ່ແມ່ນພຽງແຕ່ແພັດຟອມຊອກວຽກຢ່າງດຽວ ແຕ່ເຮົາແມ່ນພື້ນທີ່ທີ່ຊ່ວຍໃຫ້ຜູ້ຊອກວຽກຮູ້ຈັກໂລກຂອງການເຮັດວຽກ, ຮູ້ຈັກຕົນເອງ ແລະ ເຊື່ອມຕໍ່ກັບໂອກາດທີ່ແມ່ນສຳລັບຜູ້ຊອກວຽກແທ້ໆ.  ເຮົາເຊື່ອວ່າທຸກວຽກມີຄວາມໝາຍ ແລະ ທຸກຄົນສົມຄວນໄດ້ວຽກທີ່ແມ່ນໃນແບບຂອງໂຕເຮົາເອງ.