ເລີ່ມຂຶ້ນແລ້ວ Job Search Club ສຳລັບນ້ອງໆຈົບໃໝ່ທີ່ກຽມຊອກວຽກ
.
Job Search Academy ແມ່ນຫ້ອງຮຽນສອນສະໝັກວຽກສຳລັບນັກສຶກສາຈົບໃໝ່ທີ່ມີຄວາມຕ້ອງການຢາກສະໝັກວຽກ ແຕ່ຍັງບໍ່ຮູ້ຈະເລີ່ມຕົ້ນໃນການສະໝັກວຽກແນວໃດ ໄດ້ເຂົ້າມາຮຽນຮູ້ເພື່ອກຽມຄວາມພ້ອມໃນການສະໝັກວຽກ
ເປົ້າໝາຍຂອງການຝຶກອົບຮົມແມ່ນ:
- ເຂົ້າໃຈຄວາມສຳຄັນຂອງການຮູ້ຈັກຕົນເອງ ແລະ ອົງກອນທີ່ສະໝັກວຽກ.
- ຮຽນຮູ້ໂຄງສ້າງທີ່ດີຂອງ CV
- ຮຽນຮູ້ ແລະ ລົງມືຂຽນ CV ຕົວຈິງ
- ຮຽນຮູ້ວິທີການຄົ້ນຫາວຽກ ແລະ ວິທີການສະໝັກວຽກໃນ 108.jobs
- ກະກຽມຄຳຖາມສຳພາດວຽກທີ່ HR ມັກຖາມ
ໂດຍການສອນພາຍໃນຫ້ອງຮຽນກໍຈະປະກອບມີ:
- ໃຫ້ຄຳແນະນຳໃນການຊອກຕຳແໜ່ງງານ.
- ກະກຽມເອກະສານສະໝັກວຽກ (CV).
- ພາສະໝັກວຽກໂຕຈິງ ພ້ອມໃຫ້ຄຳແນະນຳ.
- ກຽມຄວາມພ້ອມ ກ່ອນເຂົ້າສຳພາດ.
ເຊິ່ງ Job Search Club ໄດ້ຈັດຂຶ້ນໄປແລ້ວ 2 ຮອບຄື: ຮອບທີ1 ຈັດຂຶ້ນວັນທີ 9 ເມສາ 2025 ແລະ ຮອບທີ2 ຈັດຂຶ້ນວັນທີ 30 ເມສາ 2025. ສຳລັບຮອບຖັດໄປແມ່ນພວກເຮົາກຳລັງຈະເປີດຮັບໄວໆນີ້ ຖ້າຕິດຕາມທາງ Facebook Page 108.jobs.
