108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

ວັນກຳມະກອນແມ່ນຫຍັງ? ຍ້ອນຫຍັງເຮົາຈື່ງສະເຫຼີມສະຫຼອງວັນກຳມະກອນ?

ວັນກຳມະກອນແມ່ນຫຍັງ? ຍ້ອນຫຍັງເຮົາຈື່ງສະເຫຼີມສະຫຼອງວັນກຳມະກອນ?
30 ເມສາ 2025 · ໂພສ 1 ປີທີ່ແລ້ວ

ເຄີຍສົງໄສບໍ່ວ່າ ວັນກຳມະກອນແມ່ນຫຍັງ? ຍ້ອນຫຍັງເຮົາຈື່ງສະເຫຼີມສະຫຼອງວັນກຳມະກອນ? 

 

ທຸກໆວັນທີ 01 ພຶດສະພາ ທຸກປີ, ຫຼາຍປະເທດທົ່ວໂລກຕ່າງສະເຫຼີມສະຫຼອງ “ວັນແຮງງານ ຫຼື ວັນກຳມະກອນສາກົນ” ເພື່ອຍົກຍ່ອງແຮງງານຜູ້ເປັນຟັນເຟືອງສຳຄັນໃນການຂັບເຄື່ອນເສດຖະກິດ ແລະ ສັງຄົມ. ຫາກເບິ່ງເລິກລົງໄປກວ່າວັນພັກປະຈຳປີແລ້ວວັນກຳມະກອນແມ່ນວັນແຫ່ງປະຫວັດສາດໃນການຕໍ່ສູ້ເພື່ອສິດທິພື້ນຖານຂອງຜູ້ໃຊ້ແຮງງານ. 

ຈຸດເລີ່ມຕົ້ນຂອງວັນກຳມະກອນແມ່ນຍ້ອນກັບໄປໃນຊ່ວງປີ ຄສ 1886 ໃນປະເທດອາເມລິກາ, ແຮງງານຫຼາຍກວ່າແສນຄົນລວມຕົວກັນເພື່ອຮຽກຮ້ອງສິດທີໃນການເຮັດວຽກພຽງ 8 ຊົ່ວໂມງຕໍ່ມື້, ທ່າມກາງສະພາບແວດລ້ອມການເຮັດວຽກທີ່ບໍ່ປອດໄພ, ຄ່າແຮງຕ່ຳ ແລະ ຂາດການຄຸ້ມຄອງທາງກົດໝາຍ. ເຖິງແມ່ນວ່າການຕໍ່ສູ້ນັ້ນຈະຕ້ອງແລກມາດ້ວຍຊີວດ ແລະ ການຈັດບກຸມຂອງແຮງງານຈຳນວນຫຼາຍ, ແຕ່ກໍເປັນຈຸດປ່ຽນສຳຄັນທີ່ເຮັດໃຫ້ທົ່ວໂລກເລີ່ມຕະໜັກເຖິງຄຸນຄ່າ ແລະ ສັກສີຂອງຜູ້ໃຊ້ແຮງງານ ແລະ ເຮັດໃຫ້ວັນທີ 01 ພຶດສະພາ ກາຍເປັນສັນຍາລັກຂອງການເຄື່ອນໄຫວເພື່ອຄວາມເປັນທຳໃນໂລກຂອງການເຮັດວຽກ.

 

ເຖິງແມ່ນວ່າບໍລິບົດຂອງການເຮັດວຽກຈະປ່ຽນໄປຈາກເກົ່າ ແຕ່ຄຳຖາມສຳຄັນຍັງຄົງຢູ່ກໍຄື “ວຽກງານ” ຍັງສ້າງຄວາມໝັ້ນຄົງ ແລະ ສັກສີໃຫ້ກັບຜູ້ຄົນໄດ້ແທ້ ຫຼື ບໍ່? ເຮົາຢູ່ໃນຍຸກທີ່ແຮງງານຈຳນວນຫຼາຍຕ້ອງຜະເຊີນກັບຄວາມບໍ່ແນ່ນອນຈາກລະບົບການເຮັດວຽກຊົ່ວຄາວ, ວຽກອິດສະຫຼະ, ລາຍໄດ້ບໍ່ແນ່ນອນ, ການແຂ່ງຂັນສູງ ແລະ ຄວາມກົດດັນຈາກຊີວິດທີ່ຮີບດ່ວນ. ເຖິງຈະມີເຕັກໂນໂລຊີຈະເຮັດໃຫ້ໂລກຂອງການເຮັດວຽກເປີດກວ້າງຂຶ້ນ ແຕ່ມັນກໍຍັງເຮັດໃຫ້ເກີດຄວາມເລື່ອມລ້ຳໃຫມ່ໆເຊັ່ນກັນ ໂດຍສະເພາະກັບແຮງງານຮຸ່ນໃຫມ່, ຄົນທີ່ບໍ່ມີປະສົບການ ແລະ ກຸ່ມຄົນໃນສັງຄົມ. 

 

ວັນກຳມະກອນຈື່ງມີຄວາມໝາຍຢ່າງຍິ່ງ ເພາະເປັນມື້ທີ່ເຮົາຈະໄດ້ຢຸດພັກເພື່ອເບິ່ງຍ້ອນກັບໄປວ່າ ເຮົາໄດ້ກ້າວໜ້າເລື່ອງສິດທິແຮງງານສ່ຳໃດ? ແລະ ຍັງເຫຼືອສິ່ງໃດທີ່ຕ້ອງຮ່ວມກັນຜັກດັນຕໍ່ໄປ. ມັນເປັນວັນທີ່ເຮົາຈະໄດ້ຮຽນຮູ້ປະຫວັດສາດຂອງທຸກຄົນໃນອາດີດທີ່ໄດ້ຕໍ່ສູ້ຮຽກຮ້ອງສິດທິ ເຮັດໃຫ້ສັງຄົມກ້າວຕໍ່ໄປໄດ້, ບໍ່ວ່າຈະເປັນພະນັກງານປະຈຳ, ລູກຈ້າງລາຍວັນ, ພະນັກງານຂັບລົດສົ່ງເຄື່ອງ, ແມ່ບ້ານ, ຊ່າງ ຫຼື ແມ່ນແຕ່ນັກສຶກສາຝຶກງານ ທຸກໆຄົນລ້ວນມີຄຸນຄ່າ ແລະ ທຸກແຮງງານໃນສັງຄົມສົມຄວນໄດ້ຮັບການເຄົາລົບ.