5 ເຄັດລັບສຳລັບນັກສຶກສາຈົບໃຫມ່ ສະໝັກວຽກແນວໃດໃຫ້ໄດ້ວຽກ!!!
📌 ສະໝັກວຽກຫຼາຍບ່ອນ ແຕ່ກໍຍັງບໍ່ຖືກເອີ້ນສຳພາດຈັກເທື່ອ
📌ກັງວົນວ່າບໍ່ມີປະສົບການແລ້ວຈະຖືກປັດຕົກ?
📌ຢາກໄດ້ວຽກໄວຕ້ອງເຮັດແບບໃດ?
ຖ້ານ້ອງເປັນນັກສຶກສາສຶກສາຈົບໃຫມ່ທີ່ກຳລັງຊອກວຽກ ແລະ ຕ້ອງການໃຫ້ HR ສົນໃຈ CV ຂອງນ້ອງ, ມື້ນີ້ ແອັດມິນ 108.jobs ມີ 05 ເຄັດລັບທີ່ສຳຄັນ ທີ່ຈະຊ່ວຍໃຫ້ນ້ອງໆສະໝັກວຽກແລ້ວໄດ້ວຽກໄວຂຶ້ນ, ເຄັດລັບຈະມີຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ!!!!
1. ປັບ CV ໃຫ້ເຫມາະສົມກັບວຽກທີ່ສະໝັກ “CV ທີ່ດີ ຄືບັດຜ່ານປະຕູສຳລັບການສຳພາດງານ”
- ຢ່າສົ່ງ CV ດຽວໃຫ້ທຸກບໍລິສັດ
- ປັບເນື້ອຫາໃຫ້ສອດຄ່ອງກັບຕຳແໜ່ງທີ່ສະໝັກ
- ເວລາຂຽນ CV, ໃຊ້ຄຳສັບຈາກປະກາດວຽກ ເພື່ອໃຫ້ HR ເຫັນວ່າເຮົາກົງກັບສິ່ງທີ່ຜູ້ຈ້າງງານເບິ່ງຫາ
ຕົວຢ່າງ
❌ : "ສາມາດໃຊ້ Microsoft Office ໄດ້”
✅: “ມີປະສົບການໃນການໃຊ້ Excel ໃນການວິເຄາະຂໍ້ມູນ ແລະ ເຮັດ Pivot table”
2. ສ້າງໂປຣໄຟຣອອນລາຍໃຫ້ໂດດເດັ່ນ
📌 HR ບໍ່ໄດ້ເບິ່ງພຽງແຕ່ CV ຂອງຜູ້ສະໝັກ, ແຕ່ເຂົາເຈົ້າຍັງເບິ່ງໂປຮໄຟຣອອນລາຍຂອງຜູ້ສະໝັກນຳ
- ອັບເດດໂປຣໄຟຣ ແລະ ຝາກ CV ໃນ 108.jobs ໃຫ້ຄົບຖ້ວນ
- ໃຊ້ Plat form ຕ່າງໆໃນການສ້າງເຄືອຂ່າຍ ແລະ ຊອກວຽກ
- ລອງເຮັດ Portfolio Online ຫາກເຈົ້າຢູ່ໃນສາຍວຽກອອກແບບ, ການຕະຫຼາດ ຫຼື ຄຣີເອທີບ
ເຄັດລັບ
✅ໃສ່ຮູບໂປຣໄຟຣທີ່ເບິ່ງເປັນມືອາຊີບ
✅ຂຽນ “ກ່ຽວກັບເຮົາ (About me)” ໃຫ້ດຶງດູດ
✅ໃສ່ຜົນງານ (Work samples) ເພື່ອໃຫ້ HR ເຫັນສັກກະຍະພາບຂອງເຈົ້າ
3. ໃຊ້ຈົດໝາຍສະໝັກວຽກ (Cover Letter) ໃຫ້ເປັນປະໂຫຍດ
📩 HR ໃຊ້ເວລາອ່ານ CV ສະເລ່ຍພຽງແຕ່ 6 ວິນາທີ!! ດັ່ງນັ້ນ ເຮົາຄວນເຮັດໃຫ້ຈົດຫມາຍສະໝັກວຽກ (Cover Letter) ເປັນໂອກາດສຳຄັນໃນການສ້າງຄວາມປະທັບໃຈ
💡 ໂຄງສ້າງ Cover Letter ທີ່ດີ:
- ເປີດເລື່ອງ: ແນະນຳ ແລະ ບອກວ່າເປັນຫຍັງເຈົ້າຈື່ງສົນໃຈຕຳແໜ່ງນີ້
- ເນື້ອຫາ: ອະທິບາຍວ່າເຈົ້າມີທັກສະ ຫຼື ປະສົບການຫຍັງທີ່ກົງກັບຕຳແໜ່ງທີ່ເຈົ້າສະໝັກ
- ປິດທ້າຍ: ຂອບໃຈ ແລະ ສະແດງຄວາມກະຕືລືລົ້ນໃນການຢາກເຮັດວຽກຮ່ວມກັບບໍລິສັດທີ່ເຈົ້າສະໝັກ.
📌Tips: ຖ້າເຈົ້າບໍ່ມີປະສົບການໃຫ້ເນັ້ນທັກສະ (Skills) ແລະ ກິດຈະກຳ (Activities) ທີ່ກ່ຽວກັບວຽກ.
4. ສະໝັກວຽກ + ຕິດຕາມຜົນ = ໂອກາດທີ່ເພີ່ມຂື້ນ
ຢ່າລືມວ່າ HR ໄດ້ຮັບ CV ຈຳນວນຫຼາຍ, ສະນັ້ນຖ້າຢາກໂດດເດັ່ນ ຢ່າລໍຖ້າຢ່າງດຽວ
✅ຫຼັງຈາກສະໝັກວຽກ 1 ອາທິດ, ລອງສົ່ງອີເມວຕິດຕາມຜົນ (Follow-up Email)
✅ສະແດງຄວາມສົນໃຈ ແລະ ຖາມເຖິງຂັ້ນຕອນໃນການພິຈາລະນາ
✅ແຕ່ຕ້ອງຂຽນອີເມລຢ່າງສຸພາບ ແລະ ເປັນມືອາຊີບ
5. ກຽມຕົວສຳພາດໃຫ້ພ້ອມ
📌ຖ້າຫາກຜ່ານຮອບຄັດເລືອກ CV ແລ້ວ ແຕ່ຈະຜ່ານຮອບສຳພາດບໍ່? ຂຶ້ນຢູ່ກັບການກຽມຕົວ
✅ສຶກສາຂໍ້ມູນບໍລິສັດ ແລະ ຕຳແຫນ່ງງານ
✅ຝຶກຕອບຄຳຖາມສຳພາດວຽກທີ່ບໍລິສັດມັກຖາມເຊັ່ນ
- ແນະນຳຕົນເອງ
- ເປັນຫຍັງຈຶ່ງສົນໃຈເຮັດວຽກບໍລິສັດນີ້
ຈຸດແຂງ ແລະ ຈຸດອ່ອນຂອງເຈົ້າແມ່ນຫຍັງ?
ສະຫຼຸບລວມແລ້ວ ສະໝັກວຽກໃຫ້ໄດ້ວຽກ ເຮົາຕ້ອງມີແຜນ
- ປັບ CV ໃຫ້ກົງກັບວຽກທີ່ສະຫມັກ
- ໃຊ້ໂປຣຟາຍອອນລາຍ ແລະ Cover letter ໃຫ້ເປັນປະໂຫຍດ
- ຕິດຕາມຜົນຫຼັງສະໝັກວຽກ ແລະ ກຽມຕົວສະໝັກວຽກໃຫ້ດີ
📌 108.jobs ພ້ອມຫາວຽກໃຫ້ເຈົ້າໄດ້ໄວຂຶ້ນ
ລົງທະບຽນ ສ້າງໂປຣໄຟຣ ແລະ ສະໝັກວຽກກັບເຮົາໄດ້ແລ້ວມື້ນີ້!!!
#ຊອກວຽກ #ນັກສຶກສາຈົບໃຫມ່ #ຊອກວຽກແນວໃດໃຫ້ໄດ້ວຽກ #ສະໝັກວຽກ #ສຳພາດວຽກ #108.jobs
