ເຄັດລັບການເຈລະຈາເງິນເດືອນຢ່າງມືອາຊີບ
ການເຈລະຈາເງິນເດືອນເປັນສ່ວນສຳຄັນໃນການເລີ່ມຕົ້ນ ຫຼື ພັດທະນາອາຊີບຂອງເຮົາ, ຫຼາຍຄົນອາດຈະຮູ້ສຶກກັງວົນ ຫຼື ບໍ່ໝັ້ນໃຈເມື່ອເຖິງເວລາທີ່ຕ້ອງຕໍ່ລອງເງິນເດືອນ ແຕ່ການເຈລະຈາຢ່າງມືອາຊີບສາມາດຊ່ວຍໃຫ້ເຮົາໄດ້ຮັບຄ່າຕອບແທນທີ່ເໝາະສົມກັບທັກສະ ແລະ ຄວາມສາມາດຂອງເຮົາ. ບົດຄວາມນີ້ຈະຊ່ວຍໃຫ້ໄອເດຍ ແລະ ເຮັດເຮົາໝັ້ນໃຈໃນການເຈລະຈາເງິນເດືອນທີ່ຄຸ້ມຄ່າ, ເປັນທຳໄດ້ແນວໃດນັ້ນ ໄປອ່ານຕໍ່ນຳກັນເລີຍ
1. ກຽມຕົວໃຫ້ພ້ອມກ່ອນການເຈລະຈາ
ການກຽມຕົວກ່ອນ ເປັນກະແຈສຳຄັນໃນການເຈລະຈາເງິນເດືອນໃຫ້ມີປະສິດທິພາບ, ເຮົາຄວນເລີ່ມຕົ້ນດ້ວຍການສຶກສາຂໍ້ມູນກ່ຽວກັບອຸດສາຫະກຳ ແລະ ຕຳແໜ່ງວຽກທີ່ເຮົາສະໝັກ ລວມເຖິງການວິເຄາະເງິນເດືອນທີ່ຄາດວ່າຈະໄດ້ຮັບຈາກເວັບໄຊ້ 108.jobs, Wise Reseach ຫຼື ແຫຼ່ງຂໍ້ມູນອື່ນໆທີ່ເຊື່ອຖືໄດ້
ສິ່ງທີ່ເຮົາຕ້ອງເຮັດກ່ອນການເຈລະຈາ:
- ຄົ້ນຄວ້າຂໍ້ມູນ: ສຶກສາເງິນເດືອນສະເລ່ຍຂອງຕຳແໜ່ງວຽກໃນຕະຫຼາດ.
- ປະເມີນທັກສະ ແລະ ປະສົບການຂອງເຮົາ: ວ່າເຮົາມີຄວາມສາມາດ ຫຼື ປະສົບການທີ່ສາມາດເພີ່ມມູນຄ່າໃຫ້ກັບບໍລິສັດໄດ້ຫຼາຍໜ້ອຍສ່ຳໃດ.
- ກຽມຂໍ້ສະເໜີ: ກຳນົດເງິນເດືອນທີ່ເຮົາຄາດຫວັງໄວ້ໃນຫົວຂໍ້ທີ່ເໝາະສົມ.
2. ຮູ້ຄຸນຄ່າຂອງຕົນເອງ ແລະ ຢ່າຢ້ານທີ່ຈະສະເໜີ
ການຮູ້ຄຸນຄ່າຂອງຕົນເອງເປັນເລື່ອງທີ່ສຳຄັນໃນການເຈລະຈາ, ເຮົາຕ້ອງໝັ້ນໃຈໃນທັກສະທີ່ເຮົາມີ ແລະ ສິ່ງທີ່ເຮົາສາມາດນຳມາສູ່ບໍລິສັດ ໂດຍບໍ່ລຳອຽງ. ຢ່າຢ້ານທີ່ຈະສະເໜີເງິນເດືອນທີ່ເໝາະສົມກັບປະສົບການ ແລະ ຄວາມສາມາດຂອງເຮົາ
ເຄັດລັບ:
- ເປີດໃຈ: ເວົ້າກົງໄປກົງມາວ່າເຮົາຄາດຫວັງເງິນເດືອນໃນລະດັບໃດ
- ສະແດງເຖິງຄວາມສາມາດ: ບອກໃຫ້ຊັດເຈນວ່າຍ້ອນຫຍັງເຮົາຈື່ງສົມຄວນໄດ້ຮັບເງິນເດືອນໃນລະດັບນັ້ນ ໂດຍເນັ້ນທີ່ທັກສະ ແລະ ປະສົບການທີ່ເຮົາມີ.
3. ການເຈລະຈາທີ່ຍືດຫຍຸ່ນ
ເຖິງແມ່ນວ່າເງິນເດືອນທີ່ເຮົາຕ້ອງການບໍລິສັດອາດຈະບໍ່ສາມາດໃຫ້ໄດ້ທັນທີ ແຕ່ເຮົາສາມາດສະແດງຄວາມຍືດຫຍຸ່ນ ແລະ ເປີດກວ້າງໃນຂໍ້ສະເໜີອື່ນໆເຊັ່ນ: ສະຫວັດດິການ, ໂບນັດ ຫຼື ການເຮັດວຽກທີ່ຍືດຫຍຸ່ນ ເຊິ່ງສາມາດເປັນຕົວຊ່ວຍໃນການເພີ່ມມູນຄ່າຂອງຂໍ້ສະເໜີໄດ້
ຕົວຢ່າງຂໍ້ສະເໜີທີ່ສາມາດເຈລະຈາໄດ້:
- ສະຫວັດດິການເພີ່ມເຕີມ: ເຊັ່ນ ປະກັນສຸຂະພາບ ຫຼື ສະຫວັດດິການການສຶກສາເພື່ອການພັດທະນາຕົນເອງ
- ໂບນັດ ແລະ ຄ່າຄອມມິດຊັ່ນ: ໃຫ້ເຮົາໄດ້ມີໂອກາດໄດ້ຮັບຄ່າຕອບແທນເພີ່ມເຕີມຈາກຜົນການເຮັດວຽກ
- ເວລາເຮັດວຽກທີ່ຍືດຫຍຸ່ນ: ຫາກການເຮັດວຽກແບບ Remote ຫຼື Hybrid ເຮັດໃຫ້ເຮົາມີຄວາມສະດວກສະບາຍຫຼາຍຂື້ນ.
- 4. ການຟັງ ແລະ ຕອບສະໜອງຢ່າງມືອາຊີບ
ການເຈລະຈາເງິນເດືອນບໍ່ແມ່ນພຽງແຕ່ການສະເໜີອອກໄປພຽງຝ່າຍດຽວ ແຕ່ຕ້ອງຟັງຄຳເຫັນຈາກຜູ້ຈ້າງງານນຳ, ເມື່ອໄດ້ຍິນຂໍ້ສະເໜີຈາກຝ່າຍ HR ຫຼື ຜູ້ຈ້າງງານ, ເຮົາຄວນຕອບສະໜອງຢ່າງມືອາຊີບ ແລະ ສະແດງໃຫ້ເຫັນເຖິງການເປີດໃຈໃນການເຈລະຈາ
ເຄັດລັບໃນການຕອບສະໜອງ:
- ຟັງໃຫ້ຄົບຖ້ວນ: ຢ່າຕັດສິນໃຈ ຫຼື ເວົ້າແຊກ ເມື່ອຝ່າຍກົງກັນຂ້າມຍັງເວົ້າບໍ່ຈົບ
- ຖາມຄຳຖາມເພີ່ມເຕີມ: ຫາກເຮົາບໍ່ເຂົ້າໃຈ ຫຼື ບໍ່ພໍໃຈກັບຂໍ້ສະເໜີໃດໆ ສາມາດຖາມເພື່ອຂໍລາຍລະອຽດເພີ່ມເຕີມໄດ້.
5. ຢ່າຢ້ານທີ່ຈະປະຕິເສດຂໍ້ສະເໜີທີ່ບໍ່ກົງກັບທີ່ເຮົາຄາດຫວັງ
ຫາກຂໍ້ສະເໜີທີ່ເຮົາໄດ້ຮັບຍັງບໍ່ກົງຕາມທີ່ເຮົາຕ້ອງການ ຫຼື ບໍ່ເໝາະສົມກັບທັກສະ ແລະ ປະສົບການຂອງເຮົາ. ການປະຕິເສດຂໍ້ສະເໜີບໍ່ແມ່ນເລື່ອງໜ້າອາຍ ຫຼື ເປັນຕາຢ້ານ, ການເຈລະຈາຢ່າງມືອາຊີບຕ້ອງມີຄວາມໝັ້ນໃຈ ແລະ ຢືນຢັດໃນສິ່ງທີ່ເຮົາສົມຄວນທີ່ຈະໄດ້ຮັບ.
ສິ່ງທີ່ເຮົາຕ້ອງເຮັດ ຫາກປະຕິເສດຂໍ້ສະເໜີ:
- ສະແດງຄຳຂອບໃຈ: ຂອບໃຈທີ່ໃຫ້ໂອກາດເຮົາ ແລະ ສະແດງຄວາມເຄົາລົບຕໍ່ຂໍ້ສະເໜີທີ່ໄດ້ຮັບ.
- ອະທິບາຍເຫດຜົນ: ໃຫ້ເຫດຜົນຢ່າງສຸພາບວ່າ ເປັນຫຍັງຂໍ້ສະເໜີບໍ່ກົງກັບຄວາມຄາດຫວັງຂອງເຮົາ ແລະ ສາມາດສະເໜີຕົວເລກ ຫຼື ຂໍ້ສະເໜີທີ່ເໝາະສົມກວ່າ.
6. ກຽມຄວາມພ້ອມໃນການຕົກລົງ
ເມື່ອທັງສອງຝ່າຍເຫັນດີນຳກັນກ່ຽວກັບຂໍ້ສະເໜີທີ່ດີທີ່ດສຸດແລ້ວ ເຮົາຄວນກຽມຕົວໃຫ້ພ້ອມໃນການຕົກລົງຢ່າງເປັນທາງການ. ຢ່າລືມຢືນຢັນລາຍລະອຽດຕ່າງໆເຊັ່ນ: ເງິນເດືອນ, ສະຫວັດດິການ ແລະ ເງື່ອນໄຂຕ່າງໆໃຫ້ຊັດເຈນກ່ອນການເຊັນສັນຍາຈ້າງງານ.
ສະຫຼຸບລວມແລ້ວ ການເຈລະຈາເງິນເດືອນເປັນທັກສະທີ່ເຮົາທຸກຄົນສາມາດຮຽນຮູ້ ແລະ ພັດທະນາໄດ້. ການກຽມຕົວໃຫ້ພ້ອມ, ຮູ້ຄ່າຂອງຕົນເອງ ແລະ ການເຈລະຈາດ້ວຍຄວາມຍືດຫຍຸ່ນ ແລະ ມືອາຊີບຈະຊ່ວຍໃຫ້ເຈົ້າສາມາດຂໍເງິນເດືອນທີ່ສົມຄວນໄດ້ຮັບໄດ້ຢ່າງໝັ້ນໃຈ, ຢ່າຢ້ານທີ່ຈະຂໍສິ່ງທີ່ເຮົາຄູ່ຄວນ.
