108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

ການສ້າງເຄືອຂ່າຍ “Networking” ສຳຄັນແນວໃດຕໍ່ກັບການຊອກວຽກ!

ການສ້າງເຄືອຂ່າຍ “Networking” ສຳຄັນແນວໃດຕໍ່ກັບການຊອກວຽກ!
11 ກຸມພາ 2025 · ໂພສ 2 ປີທີ່ແລ້ວ

ການສ້າງເຄືອຂ່າຍ (Networking) ເປັນເຄື່ອງມືທີ່ມີອິດທິພົບທີ່ສຸດໃນການຊອກຫາວຽກເຮັດງານທຳ. ເຊິ່ງການສ້າງເຄືອຂ່າຍບໍ່ແມ່ນພຽງແຕ່ຊ່ວຍເປີດໂອກາດ ໃຫ້ກັບຕຳແໜ່ງງານທີ່ອາດຈະບໍ່ໄດ້ປະກາດທົ່ວໄປ ແຕ່ຍັງຊ່ວຍສ້າງຄວາມສຳພັນທີ່ມີຄຸນຄ່າໃນໄລຍະຍາວໃຫ້ກັບເຮົາໄດ້ ໃນອານາຄົດ! ເຊິ່ງການສ້າງເຄືອຂ່າຍຈະມີຄວາມສຳຄັນແນວໃດ ແລະ ຈະເຮັດແບບໃດນັ້ນ ໄປອ່ານຕໍ່ນຳກັນເລີຍ!

 

 

1. ເປີດໂອກາດສູ່ຕຳແໜ່ງວຽກທີ່ບໍ່ໄດ້ປະກາດຢູ່ທົ່ວໄປ

ຍັງມີວຽກຈຳນວນຫຼາຍທີ່ບໍ່ໄດ້ປະກາດຜ່ານຊ່ອງທາງເວັບໄຊ້ ຫຼື ສື່ສາທາລະນະ, ຜູ້ຈ້າງງານມັກຈະເບິ່ງຫາຜູ້ສະໝັກຜ່ານການແນະນຳຈາກຄົນໃນວົງການ ຫຼື ໝູ່ຮ່ວມງານ. ການມີເຄືອຂ່າຍທີ່ກວ້າງຂວາງນັ້ນ ຈະຊ່ວຍໃຫ້ເຮົາສາມາດເຂົ້າເຖິງໂອກາດນັ້ນໄດ້ໄວກວ່າຄົນອື່ນ. 

2. ສ້າງຄວາມປະທັບໃຈຜ່ານຄວາມສຳພັນ 

ການສ້າງເຄືອຂ່າຍຊ່ວຍໃຫ້ເຮົາມີໂອກາດພົບປະຜູ້ຄົນໃນອຸດສາຫະກຳດຽວກັນ, ການໂອ້ລົມ ແລະ ສະແດງຄວາມສົນໃຈໃນວຽກ ແລະ ອົງກອນທີ່ເຮົາໂອ້ລົມນຳ ຈະຊ່ວຍໃຫ້ເຮົາໂດດເດັ່ນ ແລະ ໄດ້ຮັບຄວາມສົນໃຈ ເມື່ອບໍລິສັດ ຫຼື ອົງກອນນັ້ນ ມີຕຳແໜ່ງໃຫມ່ທີ່ເປີດຮັບຢູ່. 

3.ຮຽນຮູ້ ແລະ ພັດທະນາທັກສະ 

ການສ້າງເຄືອຄ່າຍບໍ່ແມ່ນພຽງແຕ່ການຊອກວຽກເຮັດງານທຳ ແຕ່ຍັງເປັນໂອກາດໃນການຮຽນຮູ້ຈາກຜູ້ຊ່ຽວຊານໃນດ້ານຕ່າງໆ. ເຮົາສາມາດໂອ້ລົມ ແລກປ່ຽນປະສົບການ, ຮັບຟັງຄຳແນະນຳ ແລະ ຮຽນຮູ້ກ່ຽວກັບເທຣນ ແລະ ທັກສະທີ່ຈຳເປັນໃນສາຍວຽກນັ້ນໄດ້. 

4. ເພີ່ມໂອກາດໃນການແນະນຳຕໍ່ 

ເມື່ອເຮົາມີເຄືອຂ່າຍທີ່ດີ ຄົນຮູ້ຈັກໃນເຄືອຂ່າຍຂອງເຮົາ ອາດຈະແນະນຳເຮົາໃຫ້ກັບຜູ້ຈ້າງງານໄດ້, ເພາະການໄດ້ຮັບການແນະນຳຈາກບຸກຄົນທີ່ມີຄວາມໜ້າເຊື່ອຖື ຈະຊ່ວຍເພີ່ມໂອກາດໃຫ້ເຮົາໄດ້ຮັບການພິຈາລະນາພິເສດຈາກຜູ້ຈ້າງງານ. 

5. ສ້າງຊື່ສຽງໃນສາຍວຽກ 

ການມີສ່ວນຮ່ວມໃນກິດຈະກຳຕ່າງໆຂອງເຄືອຂ່າຍເຊັ່ນ: ການເຂົ້າຮ່ວມການຝຶກອົບຮົມ, ການເຂົ້າຮ່ວມການສຳມະນາ ຫຼື ການເປັນອາສາສະໝັກໃນກິດຈະກຳທີ່ກ່ຽວຂ້ອງກັບວຽກ ຈະຊ່ວຍສ້າງຊື່ສຽງໃນທາງບວກໃຫ້ກັບເຮົາ ແລະ ເຮັດໃຫ້ເຮົາເປັນທີ່ຮູ້ຈັກໃນສາຍວຽກໄດ້ຫຼາຍຂຶ້ນ. 

6. ເສີມສ້າງຄວາມໝັ້ນໃຈ 

ການມີເຄືອຂ່າຍທີ່ກວ້າງຂວາງຊ່ວຍໃຫ້ເຮົາຮູ້ສຶກໝັ້ນໃຈຫຼາຍຂຶ້ນ ເມື່ອຢູ່ໃນສັງຄົມຂອງຜູ້ຊ່ຽວຊານ. ການໂອ້ລົມ ແລະ ແລກປ່ຽນຄວາມຄິດເຫັນ ຈະຊ່ວຍເສີມສ້າງຄວາມໝັ້ນໃຈໃນຕົນເອງ ແລະ ຄວາມສາມາດຂອງເຮົາໄດ້. 

7. ສ້າງໂອກາດໃນການປ່ຽນວຽກ 

ຫາກເຮົາກຳລັງເບິ່ງຫາໂອກາດໃນການປ່ຽນວຽກ ການສ້າງເຄືອຂ່າຍເປັນເຄື່ອງມືສຳຄັນທີ່ຈະຊ່ວຍໃຫ້ເຮົາຮັບຮູ້ໂອກາດວຽກໃຫມ່ ແລະ ໄດ້ຮັບຄຳແນະນຳໃນການປັບຕົວ ຫຼື ພັດທະນາທັກສະທີ່ຈຳເປັນ.

8. ຮັບຮູ້ຂໍ້ມູນຂ່າວສານ ແລະ ແນວໂນ້ມໃຫມ່ 

ການສ້າງເຄືອຂ່າຍຈະຊ່ວຍໃຫ້ເຮົາໄດ້ຮັບຂໍ້ມູນຂ່າວສານກ່ຽວກັບແນວໂນ້ມໃຫມ່ໆ ໃນອຸດສາຫະກຳ, ເຊິ່ງຈະຊ່ວຍໃຫ້ເຮົາກຽມຕົວ, ປັບຕົວໃຫ້ທັນກັບການປ່ຽນແປງໃນຕະຫຼາດແຮງງານ. 

9. ເສີມສ້າງຄວາມສຳພັນທາງອາຊີບ ແລະ ໜ້າທີ່ວຽກງານ

ເຄືອຂ່າຍທີ່ກວ້າງຂວາງບໍ່ພຽງແຕ່ຊ່ວຍໃນເລື່ອງການຊອກວຽກ ແຕ່ຍັງສ້າງຄວາມສຳພັນທີ່ອາດກາຍເປັນໂອກາດໃນການເປັນຄູ່ຮ່ວມງານນຳກັນໄດ້ໃນອານາຄົດ. 

10. ເພີ່ມໂອກາດໃນການໄດ້ຮັບການສະໜັບສະໜູນ

ໃນບາງຄັ້ງ ການໄດ້ຮັບຄຳແນະນຳ ຫຼື ການສະໜັບສະໜູນຈາກຄົນໃນເຄືອຂ່າຍ ອາດຊ່ວຍໃຫ້ເຮົາໄດ້ຮັບໂອກາດໃນການເຂົ້າເຖິງຂໍ້ມູນທີ່ມີປະໂຫຍດຕໍ່ການພັດທະນາຕົນເອງ ແລະ ການຊອກວຽກໃນອານາຄົດ. 

 

ສະຫຼຸບລວມແລ້ວ, ການສ້າງເຄືອຂ່າຍເປັນເຄື່ອງມືທີ່ສຳຄັນ ແລະ ມີອິດທິພົນໃນການຊອກວຽກ, ທີ່ຈະຊ່ວຍເປີດໂອກາດໃຫມ່ໆ, ເສີມສ້າງຄວາມໝັ້ນໃຈ ແລະ ສ້າງຊື່ສຽງໃນສາຍວຽກຂອງເຮົາໄດ້. ການມີເຄືອຂ່າຍທີ່ກວ້າງຂວາງຊ່ວຍໃຫ້ເຮົາສາມາດເຂົ້າເຖິງໂອກາດ ແລະ ຂໍ້ມູນທີ່ອາດຈະບໍ່ໄດ້ມີຢູ່ທົ່ວໄປໃນຕະຫຼາດແຮງງານ. ຢ່າລໍຊ້າທີ່ຈະສ້າງເຄືອຂ່າຍ ແລະ ເພີ່ມໂອກາດໃນສາຍອາຊີບຂອງເຮົາຈາກມື້ນີ້!!