ໂລກຂອງການເຮັດວຽກທີ່ກຳລັງພະເຊີນກັບການປ່ຽນແປງໃນຍຸກທີ່ເສດຖະກິດມີຄວາມບໍ່ແນ່ນອນ, ອາຊີບບາງປະເພດກຳລັງເຕີບໂຕຢ່າງໄວວາ ເນື່ອງຈາກເຕັກໂນໂລຊີ ແລະ ຄວາມຕ້ອງການທີ່ປ່ຽນໄປ, ຂະນະດຽວກັນອາຊີບບາງປະເພດກຳລັງຫຼຸດລົງຢ່າງຕໍ່ເນື່ອງ ເນື່ອງຈາກລະບົບອັດຕະໂນມັດ ແລະ ປັນຍາປະດິດ (AI) ມື້ນີ້ 108.jobs ຂໍນຳສະເໜີ 10 ອັນດັບຕຳແໜ່ງວຽກທີ່ຈະເຕີບໂຕ ແລະ ຫຼຸດລົງໄວທີ່ສຸດ ໃນປີ 2025-2030 ຈາກ Wolrd Economics Forum “The Future Of Jobs” ຈະມີຫຍັງແດ່ນັ້ນໄປເບິ່ງນຳກັນເລີຍ:
🔹10 ອັນດັບວຽກທີ່ເຕີບໂຕໄວທີ່ສຸດ (Fastest-Growing Jobs)
ວຽກເຫຼົ່ານີ້ໄດ້ຮັບການຄາດການວ່າຈະເຕີບໂຕຢ່າງໄວວາເນື່ອງຈາກເຕັກໂນໂລຊີທີ່ປ່ຽນແປງ, ເທຣນຂອງພະລັງງານສະອາດ ແລະ ແນວໂນ້ມດ້ານດິຈິຕອນ:
1 ນັກວິເຄາະຂໍ້ມູນ ແລະ ຜູ້ຊ່ຽວຊານດ້ານ AI (Data Analysts & AI Specialists)
- ຄວາມຕ້ອງການໃນການໃຊ້ຂໍ້ມູນ ແລະ AI ໃນທຸລະກິດທຸກໆອຸດສາຫະກຳເພີ່ມສູງຂຶ້ນ.
- ບໍລິສັດຕ້ອງການນັກວິເຄາະຂໍ້ມູນເພື່ອຕັດສິນໃຈເຊິງກົນລະຍຸດຫຼາຍຂຶ້ນ.
2 ຜູ້ຊ່ຽວຊານດ້ານຄວາມປອດໄພທາງໄຊເບີ້ ((Cybersecurity Specialists)
- ອັດຕາການໂຈມຕີທາງໄຊເບີ້ເພີ່ມຂື້ນ ເຮັດໃຫ້ຕ້ອງມີລະບົບການປ້ອງກັນທີ່ດີ
- ບໍລິສັດຕ້ອງການຜູ້ຊ່ຽວຊານດ້ານຄວາມປອດໄພທາງໄຊເບີ້ເພື່ອປົກປ້ອງຂໍ້ມູນ
3. ວິສະວະກອນພະລັງງານໜູນວຽນ (Renewable Energy Engineers)
- ພະລັງງານແສງອາທິດ ແລະ ພະລັງງານລົມເປັນແນວໂນ້ມສຳຄັນຂອງໂລກ
- ຄວາມຕ້ອງການໃຊ້ພະລັງງານສະອາດເພີ່ມຂຶ້ນທົ່ວໂລກ
- 4. ນັກພັດທະນາ Software & FinTech (Software & FinTech Developers)
- ລະບົບການເງິນດິຈິຕອນ ແລະ ແອັບພິເຄຊັ່ນທາງການເງິນກຳລັງເຕີບໂຕ
- ການໃຊ້ Blockchain ແລະ ລະບົບຊຳລະເງິນອັດຕະໂນມັດຂະຫຍາຍຕົວ
5. ວິສະວະກອນຫຸ່ນຍົນ ແລະ ລະບົບອັດຕະໂນມັດ (Robotics & Automation Engineers)
- ລະບົບອັດຕະໂນມັດ ແລະ ຫຸ່ນຍົນກຳລັງເຂົ້າມາແທນທີ່ແຮງງານໃນຫຼາຍອຸດສາຫະກຳ
- ບໍລິສັດຕ້ອງການຜູ້ຊ່ຽວຊານໃນການພັດທະນາ ແລະ ບຳລຸງຮັກສາລະບົບອັດຕະໂນມັດ
6. ນັກອອກແບບ UI/UX ແລະ ຜູ້ຊ່ຽວຊານ Internet of Things (UX/UI Designers & IoT Specialists)
- ໂລກອອນໄລ ແລະ ອຸປະກອນ IoT ກຳລັງຂະຫຍາຍຕົວຢ່າງໄວວາ
- ຫຼາຍບໍລິສັດກຳລັງຕ້ອງການນັກອອກແບບປະສົບການ ໃຫ້ກັບຜູ້ໃຊ້ງານຕົວຈິງສະດວກສະບາຍ ແລະ ເຂົ້າເຖິງງ່າຍ
7. ຜູ້ຊ່ຽວຊານດ້ານ e-Commerce ແລະ Digital Marketing
- ການຄ້າຂານອອນໄລເຕີບໂຕຢ່າງໄວວາ
- ບໍລິສັດຕ້ອງການນັກການຕະຫຼາດທີ່ເຂົ້າໃຈແພັດຟອມດິຈິຕອນ
8. ຜູ້ຊ່ຽວຊານດ້ານການແພດໄລຍະໄກ (Telemedicine Specialists & Healthcare Techs)
- ການໃຊ້ເຕັກໂນໂລຊີ Telemedicine ເພີ່ມຂຶ້ນຫຼັງຍຸກໂຄວິດ
- ລະບົບສຸຂະພາບກຳລັງພັດທະນາໄປສູ່ການໃຫ້ບໍລິການທາງໄກ ຫຼື ທາງອອນລາຍຫຼາຍຂຶ້ນ
9. ຜູ້ຊ່ຽວຊານດ້ານຄລາວຄອມພິວຕີ້ງ (Cloud Computing Specialists)
- ການໃຊ້ລະບົບ Cloud ຂະຫຍາຍຕົວຢ່າງກວ້າງຂວາງໃນທຸລະກິດທຸກປະເພດ
- ບໍລິສັດຕ້ອງການຜູ້ຊ່ຽວຊານທີ່ສາມາດຈັດການ ແລະ ພັດທະນາໂຄງສ້າງພື້ນຖານເທິງຄລາວໄດ້
10. ວິສະວະກອນຊີວະວິທະຍາ ແລະ ເຕັກໂນໂລຊີອາຫານ (Biotech & Food Tech Engineers)
- ການພັດທະນາເຕັກໂນໂລຊີອາຫານ ແລະ ຊີວະວິທະຍາສາດເພື່ອສຸຂະພາບກຳລັງມາແຮງ
- ບໍລິສັດຕ້ອງການຜູ້ຊ່ຽວຊານທີ່ສາມາດພັດທະນາອາຫານແຫ່ງອານາຄົດ
🔻10 ອັນດັບວຽກທີ່ຫຼຸດລົງໄວທີ່ສຸດ (Fastest-Declining Jobs)
ວຽກເຫຼົ່ານີ້ກຳລັງຖືກແທນທີ່ດ້ວຍເຕັກໂນໂລຊີ, ລະບົບອັດຕະໂນມັດ ແລະ ພຶດຕິກຳຂອງຜູ້ບໍລິໂພກທີ່ປ່ຽນໄປ:
1 ພະນັກງານປ້ອນຂໍ້ມູນ (Data Entry Clerks)
- ຊອບແວ AI ແລະ ລະບົບອັດຕະໂນມັດສາມາດຈັດການຂໍ້ມູນໄດ້ຖືກຕ້ອງ ແລະ ໄວກວ່າມະນຸດ.
2. ແຄັດເຊີຍ ແລະ ພະນັກງານປະຈຳຮ້ານຄ້າ (Cashiers & Retail Salespersons)
- ລະບົບຊຳລະເງິນອັດຕະໂນມັດ ແລະ E-Payment ກຳລັງແທນທີ່ພະນັກງານແຄັດເຊຍ
3. ພະນັກງານແອັດມິນ ແລະ ເລຂານຸການ (Administrative & Executive Secretaries)
- ລະບົບອັດຕະໂນມັດສາມາດຈັດການຕາຕະລາງວຽກ ແລະ ເອກະສານໄດ້ເອງຫຼາຍຂື້ນ.
4. ພະນັກງານໄປສະນີ (Postal Service Clerks)
- ການໃຊ້ອີເມວ ແລະ ການສື່ສານທາງດິຈິຕອນເຮັດໃຫ້ການສົ່ງຈົດໝາຍຫຼຸດລົງ
5. ພະນັກງານບັນຊີ ແລະ ຜູ້ດູແລເງິນເດືອນ (Accounting & Payroll Clerks)
- ໂປຣແກລມບັນຊີ ແລະ AI ສາມາດຄຳນວນເງິນເດືອນໄດ້ອັດຕະໂນມັດຫຼາຍຂື້ນ.
6. ພະນັກງານຂາຍ ‘ຜ່ານທາງໂທລະສັບ’ (Telemarketers)
- ຜູ້ບໍລິໂພກຫັນໄປໃຊ້ລະບົບອັດຕະໂນມັດ ແລະ ໂຄສະນາທາງດິຈິຕອນແທາຍການຊື້ຜ່ານໂທລະສັບຫຼາຍຂຶ້ນ
7. ພະນັກງານສູນບໍລິການລູກຄ້າ (Customer Service Representatives – Call Centers)
- Chatbots ແລະ AI ສາມາດຕອບຄຳຖາມລູກຄ້າໄດ້ຢ່າງຖືກຕ້ອງ ແລະ ໄວກວ່າມະນຸດຫຼາຍຂຶ້ນ.
8. ພະນັກງານໂຮງງານຜະລິດອາຫານທີ່ບໍ່ມີທັກສະສະເພາະທາງ (Factory Workers – Low Skill Jobs)
- ຫຸ່ນຍົນ ແລະ ລະບົບອັດຕະໂນມັດກຳລັງເຂົ້າມາແທນທີ່ວຽກທີ່ສາມາດເຮັດໄດ້ຊ້ຳໆໃນໂຮງງານຫຼາຍຂຶ້ນ.
9. ພະນັກງານທະນາຄານແບບເກົ່າ (Traditional Bank Tellers)
- Mobile Banking ແລະ ລະບົບດິຈິຕອນກຳລັງເຮັດໃຫ້ລູກຄ້າບໍ່ຈຳເປັນຕ້ອງເຂົ້າໄປໃຊ້ງານບໍລິການທະນາຄານຢູ່ສາຂາຫຼາຍຂຶ້ນ.
10. ພະນັກງານສົ່ງເອກະສານ ແລະ ສົ່ງຈົດໝາຍ (Mailroom Clerks & Couriers)
- ການໃຊ້ເອກະສານອີເລັກໂຕນິກ ແລະ ລະບົບການຈັດການອອນໄລຫຼຸດຄວາມຈຳເປັນໃນການໃຊ້ເອກະສານຫຼາຍຂຶ້ນ
ສະຫຼຸບລວມແລ້ວ ຕະຫຼາດແຮງງານກຳລັງປ່ຽນແປງຢ່າງໄວວາ ວຽກທີ່ກ່ຽວຂ້ອງກັບເຕັກໂນໂລ, ຊີດີຈິຕອນ AI, ພະລັງງານສະອາດ ແລະ ການແພດກຳລັງເປັນທີ່ຕ້ອງການສູງ, ໃນຂະນະທີ່ວຽກທີ່ສາມາດແທນທີ່ດ້ວຍລະບົບອັດຕະໂນມັດກຳລັງຫຼຸດລົງຢ່າງຕໍ່ເນື່ອງ
ຫາກເຈົ້າກຳລັງຕ້ອງການເຕີບໂຕໃນຕະຫຼາດແຮງງານປີ 2025-2030 ເຈົ້າຄວນພັດທະນາທັກສະໃນອຸດສະຫະກຳທີ່ກຳລັງເຕີບໂຕ ແລະ ກຽມພ້ອມຮັບມືກັບການປ່ຽນແປງໃນໂລກຂອງການເຮັດວຽກຢູ່ສະເໝີ
ຂໍ້ມູນຈາກ: https://www.weforum.org/stories/2025/01/future-of-jobs-report-2025-the-fastest-growing-and-declining-jobs/

