10 ເຄັດລັບ ໃນການສໍາພາດວຽກໃຫ້ໄດ້ວຽກໃນຝັນ
ການສຳພາດວຽກແມ່ນຂັ້ນຕອນສຳຄັນ ແລະ ເປັນໂອກາດທີ່ເຮົາຈະໄດ້ສະແດງຄວາມສາມາດ ແລະ ຄວາມຕັ້ງໃຈໃຫ້ກັບຜູ້ຈ້າງງານ. ເພື່ອເພີ່ມໂອກາດໃນການໄດ້ວຽກໃນຝັນ ນີ້ແມ່ນ 10 ເຄັດລັບຈາກທີມງານ 108.jobs ເພື່ອຊ່ວຍໃຫ້ຜູ້ຊອກວຽກປະສົບຜົນສຳເລັດໃນການສຳພາດໄດ້ຫຼາຍຂື້ນ:
- ສຶກສາຂໍ້ມູນບໍລິສັດໃຫ້ລະອຽດ
ກ່ອນການສຳພາດວຽກ, ເຮົາຄວນສຶກສາກ່ຽວກັບບໍລິສັດທີ່ເຮົາສະໝັກໃຫ້ດີເຊັ່ນ: ບໍລິສັດທີ່ເຮົາສະໝັກແມ່ນບໍລິສັດກ່ຽວກັບຫຍັງ, ເປົ້າໝາຍ-ວິໄສທັດຂອງບໍລິສັດ ແລະ ວຽກງານທີ່ບໍລິສັດກຳລັງດຳເນີນການຢູ່. ການສຶກສາ ແລະ ທຳຄວາມເຂົ້າໃຈໃນທຸລະກິດຂອງບໍລິສັດທີ່ເຮົາສະໝັກ ຈະຊ່ວຍໃຫ້ເຮົາຕອບຄຳຖາມສຳພາດວຽກໄດ້ຢ່າງໝັ້ນໃຈ ແລະ ສະແດງໃຫ້ເຫັນວ່າເຮົາມີຄວາມສົນໃຈ ແລະ ກຽມຕົວມາເປັນຢ່າງດີ.
- ຝຶກຕອບຄຳຖາມສຳພາດ
ການກຽມຕົວຕອບຄຳຖາມສຳພາດທີ່ HR ມັກຖາມເລື້ອຍໆ ເຊັ່ນ: “ຍ້ອນຫຍັງເຈົ້າຈື່ງຢາກເຮັດວຽກຢູ່ບໍລິສັດນີ້?” ຫຼື “ຈຸດແຂງ ແລະ ຈຸດອ່ອນຂອງເຈົ້າແມ່ນຫຍັງ?”... ການຝຶກຕອບຄຳຖາມເຫຼົ່ານີ້ ຈະຊ່ວຍໃຫ້ເຮົາຫຼຸດຄວາມກົດດັນ ແລະ ເຮັດໃຫ້ເຮົາຕອບຄຳຖາມໄດ້ຢ່າງໝັ້ນໃຈ.
- ແຕ່ງກາຍໃຫ້ເໝາະສົມ
ການແຕ່ງກາຍໃຫ້ເໝາະສົມກັບວັດທະນະທຳຂອງບໍລິສັດທີ່ເຮົາສະໝັກວຽກເປັນສິ່ງສຳຄັນໃນການສ້າງຄວາມປະທັບໃຈທຳອິດ. ການເລືອກເສື້ອຜ້າທີ່ສະອາດ ແລະ ເປັນທາງການ ຈະຊ່ວຍໃຫ້ເຮົາເບິ່ງຄືເປັນມືອາຊີບ ແລະ ມີຄວາມພ້ອມໃນການເຮັດວຽກ.
- ສະແດງຄວາມໝັ້ນໃຈໃນຕົນເອງ
ການສຳພາດວຽກບໍ່ແມ່ນພຽງແຕ່ເປັນການຕອບຄຳຖາມເທົ່ານັ້ນ, ແຕ່ຍັງເປັນການສະແດງໃຫ້ເຫັນເຖິງຄວາມໝັ້ນໃຈໃນຕົນເອງ ແລະ ຄວາມສາມາດຂອງເຮົາ. ຢ່າລືມຍິ້ມ ແລະ ສົບຕາກັບຜູ້ສຳພາດ ເພື່ອສະແດງຄວາມສົນໃຈ ແລະ ເປີດໃຈໃນການສົນທະນາ.
- ກຽມຄຳຖາມສຳລັບຜູ້ສຳພາດ
ການກຽມຄຳຖາມ ສຳລັບຜູ້ສຳພາດຈະເຮັດໃຫ້ເຮົາເບິ່ງຄືມີຄວາມສົນໃຈໃນໜ້າວຽກ ແລະ ບໍລິສັດທີ່ເຮົາສະໝັກ ເຊັ່ນເຮົາຄວນຖາມວ່າ: “ຕຳແໜ່ງນີ້ມີໂອກາດໃນເຕີບໂຕໃນບໍລິສັດແນວໃດ?” ຫຼື “ຄວາມຄາດຫວັງຈາກພະນັກງານໃນຕຳແໜ່ງນີ້ມີຫຍັງແດ່?” ຫຼື ຄຳຖາມອື່ນໆ ຕາມຄວາມສົນໃຈຂອງເຮົາ. ຄຳຖາມເຫຼົ່ານີ້ຈະຊ່ວຍໃຫ້ເຮົາເຂົ້າໃຈໜ້າວຽກໄດ້ດີຍິ່ງຂື້ນ.
- ຟັງ ແລະ ຕອບຄຳຖາມຢ່າງຮອບຄອບ
ການຟັງຄຳຖາມຢ່າງລະອຽດກ່ອນຕອບ ຈະຊ່ວຍໃຫ້ເຮົາຕອບໄດ້ກົງປະເດັນ ແລະ ມີຄວາມເຂົ້າໃຈຫຼາຍຂຶ້ນ ຫາກບໍ່ເຂົ້າໃຈຄຳຖາມ, ເຮົາບໍ່ຄວນລັງເລທີ່ຈະຖາມຜູ້ສຳພາດຄືນ ກ່ອນຕອບ.
- ສະແດງຄວາມກະຕືລືລົ້ນ
ຜູ້ຈ້າງງານສ່ວນໃຫຍ່ຈະປະທັບໃຈຜູ້ສະໝັກທີ່ສະແດງຄວາມກະຕືລືລົ້ນ ແລະ ມີຄວາມຕັ້ງໃຈ, ເພາະນັ້ນສະແດງໃຫ້ເຫັນວ່າເຮົາພ້ອມທີ່ຈະຮຽນຮູ້ ແລະ ເຕີບໂຕໃນບໍລິສັດ.
- ຍົກຕົວຢ່າງທີ່ຊັດເຈນຈາກປະສົບການຂອງເຮົາ
ການຍົກຕົວຢ່າງຈາກປະສົບການທີ່ເຮົາເຄີຍເຮັດວຽກຜ່ານມາ ຫຼື ກິດຈະກຳທີ່ກ່ຽວຂ້ອງກັບຕຳແໜ່ງທີ່ເຮົາສະໝັກ ຈະຊ່ວຍໃຫ້ຜູ້ຈ້າງງານເຫັນທັກສະ ແລະ ຄວາມສາມາດຂອງເຮົາໃນທາງປະຕິບັດຕົວຈິງ
- ສ້າງຄວາມສຳພັນທີ່ດີໃນລະຫວ່າງການສຳພາດ
ການໂອ້ລົມ ແລະ ການສ້າງຄວາມສຳພັນທີ່ດີລະຫວ່າງການສຳພາດ ຈະຊ່ວຍໃຫ້ຜູ້ສຳພາດຮູ້ສຶກວ່າ ເຮົາແມ່ນຄົນທີ່ເໝາະສົມກັບທີມ ແລະ ບັນຍາກາດໃນການເຮັດວຽກໃນບໍລິສັດ.
- ກ່າວຄຳຂອບໃຈຫຼັງການສຳພາດ
ຫຼັງຈາກການສຳພາດ, ຢ່າລືມທີ່ຈະກ່າວຄຳຂອບໃຈ ແລະ ສົ່ງຂໍ້ຄວາມ ຫຼື ອີເມລຂອບໃຈຜູ້ສຳພາດ, ການສະແດງຄວາມຂອບໃຈຢ່າງສຸພາບ ແລະ ເປັນມືອາຊີບ ຈະເຮັດໃຫ້ເຮົາໂດດເດັ່ນໃນສາຍຕາຜູ້ຈ້າງງານ ແລະ ນີ້ອາດເປັນສິ່ງທີ່ເຮັດໃຫ້ເຮົາໄດ້ຮັບຂໍ້ສະເໜີທີ່ດີກໍເປັນໄດ້.
ສະຫຼຸບລວມແລ້ວ, ການສຳພາດແມ່ນໂອກາດສຳຄັນໃນການສະແດງຄວາມສາມາດ ແລະ ຄວາມຕັ້ງໃຈໃນການເຮັດວຽກ, ໂດຍສະເພາະແມ່ນການກຽມຕົວເປັນຢ່າງດີ ທັງໃນເລື່ອງຂອງຂໍ້ມູນບໍລິສັດ, ການຕອບຄຳຖາມ, ການຖາມຄຳຖາມ ແລະ ການສະແດງອອກເຖິງຄວາມໝັ້ນໃຈ ຈະຊ່ວຍເພີ່ມໂອກາດໃນການໄດ້ຮັບວຽກໃນຝັນຂອງເຮົາໄດ້. ແລະ ທີ່ສຳຄັນຢ່າລືມທີ່ຈະຮັກສາມາລະຍາດ, ກ່າວຄຳຂອບໃຈ ແລະ ກະຕືລືລົ້ນຢູ່ສະເຫມີໃນທຸກໆການສຳພາດ!!!!! ຂໍໃຫ້ທຸກທ່ານໂຊກດີ!
