ໃນແຕ່ລະປີຈະມີຄົນຮຽນຈົບໃໝ່ເປັນຈຳນວນຫລວງຫລາຍເຮັດໃຫ້ຕະຫລາດແຮງງານມີການແຂ່ງຂັນກັນສູງ ຫລາຍຄົນຕ້ອງແຂ່ງຂັນກັນໃນການຫາວຽກງານ ແລ້ວເຮົາຈະເຮັດແນວໃດຈຶ່ງຈະໄດ້ວຽກໃນເມື່ອຕຳແໜ່ງທີ່ສະເປີດຮັບສະໝັກມີຄົນຍື່ນໄປເປັນ 100 ເປັນ 1000 ມື້ນີ້ 108jobs ຈະມາແນະນຳ Tips ດີຯ “ຫາວຽກແນວໃດໃຫ້ໂດດເດັ່ນກວ່າຄົນອື່ນ?”
- ວິເຄາະເບິ່ງຕົວເອງ ແລະ ບໍລິສັດທີ່ສະໝັກໃຫ້ລະອຽດ
ເນື່ອງຈາກການສະໝັກງານມີການແຂ່ງຂັນກັນສູງເຮັດໃຫ້ HR ມີຕົວເລືອກທີ່ຫລາກຫລາຍ ເຮົາເລີຍຕ້ອງສ້າງທັກສະຕົວເອງໃຫ້ໂດດເດັ່ນແຕກຕ່າງຈາກຄົນອື່ນ ບໍ່ຈະເປັນທັງ Hard ແລະ Soft Skill ວິເຄາະເບິ່ງວ່າຕຳແໜ່ງທີ່ເຂົາປະກາດຮັບສະໝັກເຂົາຕ້ອງການຄົນທີ່ມີຄຸນນະສົມບັດ, ບຸກຄະລິກນິໄສແບບໃດໃນງານນັ້ນ ເຮົາກໍຕ້ອງປະເມີນຕົວເອງວ່າເຮົາມີຂໍ້ໃດທີ່ເຂົາຕ້ອງການ ແລະ ມີຂໍ້ໃດທີ່ເຮົາຍັງຂາດເຮົາກໍຕ້ອງໄປເຕີມ Skill ໃນຈຸດນັ້ນ ສຶກສາຂໍ້ມູນບໍລິສັດໃຫ້ຫລາຍທີ່ສຸດເທົ່າທີ່ເຮັດໄດ້ວ່າເຂົາເຮັດກ່ຽວກັບຫຍັງ, ຜົນງານເປັນແນວໃດເປັນຕົ້ນ ສາມາດຫາຂໍ້ມູນໃນ Web, FB Page, Youtube, Tiktok ແລະ ຊ່ອງທາງອື່ນຯ ຫຼື ສອບຖາມຂໍ້ມູນນຳຄົນທີ່ຮູ້ຈັກກໍຈະດີຫລາຍ. - ການສ້າງຕົວຕົນ
ການສ້າງຕົວຕົນມີມູນລະຄ່າຫລາຍເກີນກວ່າທີ່ເຮົາຄິດ ແລະ ຍາກທີ່ມີຄົນມາລຽນແບບໄດ້ ແລະຍຸກນີ້ກໍເປັນຍຸກທອງໃນການສ້າງຕົວຕົນ ເປັນຍຸກທີ່ງ່າຍດາຍກວ່າຍຸກກ່ອນທີ່ຄົນດັງຯຈະຕ້ອງມີແຕ່ສະເພາະດາລາ, ນັກສະແດງ, ນັກຮ້ອງ ແຕ່ສະໄໝນີ້ພຽງແຕ່ເຮົາມີອຸປະກອນແຕ່ໂທລະສັບພຽງໜ່ວຍດຽວກໍສາມາດສ້າງຜົນງານໂດ່ງດັງຈົນເປັນທີ່ຮູ້ຈັກກັນໃນ Social Media ພາຍໃນຊົ່ວຂ້າມຄືນ ເຮົາມັກຈະເຫັນຄົນດັງດາວເດັ່ນໜ້າໃໝ່ຢູ່ເລື້ອຍຯສະເໝີ ເມື່ອຜົນງານເຮົາເປັນທີ່ຮູ້ຈັກເປັນທີ່ຍອມຮັບ ເຮົາກໍຈະມີຖານຜູ້ຕິດຕາມທີ່ຄອຍສະໜັບສະໜູນ ເວລາໄປສະໝັກວຽກເຮົາກໍຈະໄດ້ປຽບກວ່າຄົນອື່ນຫລາຍເທົ່າ ເພາະເຮົາມີຜົນງານທີ່ເປັນທີ່ຍອມຮັບເປັນຕົວຊີ້ວັດໄດ້ຈິງ ສະນັ້ນ, ຖ້າເຮົາມີຄວາມຖະໜັດ ຫຼື ມີຄວາມມັກດ້ານໃດໜຶ່ງ ກໍລອງອອກມາສ້າງຕົວຕົນຕົວເອງເບິ່ງແລ້ວເກັບສະສົມ Porfolio ໄວ້ມັນຈະເຮັດໃຫ້ເຮົາມີໂອກາດໄດ້ງານງ່າຍກວ່າຄົນອື່ນບໍ່ໜ້ອຍກໍຫລາຍພໍສົມຄວນແນ່ນອນ. - ເກັບຜົນງານທີ່ຜ່ານມາ
ຫລາຍຄົນທີ່ຈົບໃໝ່ສ່ວນຫລາຍແລ້ວຈະບໍ່ມີປະສົບການໃນການເຮັດວຽກໂດຍຕົງມາກ່ອນ ເຮັດໃຫ້ຄົນທີ່ຈົບໃຫມ່ຕ່າງກໍງົງວ່າຫາກໍຮຽນຈົບແລ້ວຈະໃຫ້ເອົາປະສົບການມາແຕ່ໃສ ແຕ່ທີ່ຈິງແລ້ວຄຳວ່າປະສົບການບໍ່ຈຳເປັນຕ້ອງແມ່ນສິ່ງທີ່ເຮົາເຮັດວຽກໂດຍຕົງຢ່າງດຽວ ແຕ່ເຮົາສາມາດເອົາກິດຈະກຳງານ, ຜົນງານ, ຜົນການຮຽນທີ່ເຮົາເຄີຍເຮັດໃນຕອນຢູ່ໂຮງຮຽນມາເປັນ Refference ໄດ້ ມັນຈະເປັນຕົວພິສູດວ່າຜົນງານທີ່ຜ່ານມາວ່າເຮົາມີຄວາມກະຕືລືລົ້ນຫລາຍພຽງໃດໃນວຽກງານທີ່ເຮົາສະໝັກໄປນັ້ນ ນອກຈາກນັ້ນ, ເຮົາສາມາດເອົາກິດຈະກຳບາງຢ່າງມາເປັນຕົວອ້າງອີງໄດ້ເຊັ່ນ: ເປັນຄົນມັກຫລິ້ນກິລາ, ມັກຫລິ້ນດົນຕີ, ມັກແຕ້ມຮູບ, ມັກອ່ານໜັງສືເປັນຕົ້ນ ເຊິ່ງກິດຈະກຳເຫລົ່ານີ້ຈະບົ່ງບອກເຖິງຕົວຕົນທີ່ເຮົາເປັນໄດ້ເປັນໄດ້ແລະສ້າງຄວາມໜ້າເຊື່ອຖືເຮົາໄດ້ຫລາຍຂຶ້ນ. - Design Resume & CV ດີມີໄຊໄປກວ່າເຄິ່ງ
ເນື່ອງຈາກມີຄົນສົ່ງໃບສະໝັກວຽກເຂົ້າມາຫລາຍ ເຮົາເລີຍຕ້ອງມີການ Design ດີໂດດເດັ່ນກວ່າຄົນອື່ນ ອອກແບບໃຫ້ເຂົ້າກັບຕຳແໜ່ງບໍລິສັດທີ່ສະໝັກ ຕ້ອງຮູ້ເຕັກນິກການອອກແບບບໍ່ວ່າຈະເປັນການວາງອົງປະກອບພາບ, ການເລືອກ Element, ການໃສ່ຂໍ້ຄວາມຂໍ້ມູນໃຫ້ຄົບຖ້ວນ, ການເລືອກໃຊ້ສີ, ການໃຊ້ຄຳສັບພາສາ, ການໃຊ້ຮູບຕິດບັດທີ່ໜ້າເຊື່ອຖື ເຊິ່ງເຮົາສາມາດຫາເບິ່ງຕົວຢ່າງ Template ຢູ່ Internet ໄດ້ນັບບໍ່ຖ້ວນ. - ຝຶກຮັບມືການສຳພາດວຽກ
ຝຶກຮັບມືໃນການຕອບຄຳຖາມສະໝັກວຽກໃຫ້ພ້ອມ ບໍ່ຈະເປັນເລື່ອງການ: ການແຕ່ງຕົວ, ການວາງຕົວ, ການ Present, ເຕັກນິການຕອບຄຳຖາມຕ່າງຯ ຝຶກຕົວເອງໃຫ້ລຶ້ງເຄີຍຈົນສາມາດຕອບອອກມາໄດ້ເປັນທຳມະຊາດເທົ່າທີ່ເປັນໄປໄດ້.
ສະນັ້ນ, ເມື່ອເຮົາມີທັກສະຜົນງານພ້ອມແລ້ວສິ່ງທີ່ສຳຄັນກໍຢ່າລືມຄວາມໝັ້ນໃຈເຊື່ອໝັ້ນໃນຕົວເອງເຮັດເຕັມທີ່ ແລະ ຂໍໃຫ້ໂຊກດີໃນການຫາວຽກ.
