108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

EP. 5 | ເລືອກວຽກແນວໃດ ໃຫ້ຢູ່ໄດ້ຍາວ?

EP. 5 | ເລືອກວຽກແນວໃດ ໃຫ້ຢູ່ໄດ້ຍາວ?
31 ສິງຫາ 2023 · ໂພສ 3 ປີທີ່ແລ້ວ

ຫລາຍຄົນທີ່ເລີ່ມເຂົ້າມາເຮັດວຽກໃໝ່ຯກໍຮູ້ສຶກຕື່ນເຕັ້ນໃນຊ່ວງທຳອິດ ແຕ່ພໍດົນຯໄປກໍເລີ່ມມີອາການເບື່ອ, ບໍ່ມີຄວາມສຸກ, ບໍ່ມີກຳລັງໃຈໃນການເຮັດວຽກຈົນສຸດທ້າຍກໍລາອອກໄປເຊິ່ງການປ່ຽນງານຕະຫລອດອາດຈະສົ່ງຜົນທີ່ບໍ່ຄ່ອຍດີຕໍ່ Credit ເຮົາປານໃດ ເຊິ່ງບົດນີ້ 108jobs ຈະມາຊ່ວຍແນະນຳໃຫ້ໝູ່ເພື່ອນທີ່ກຳລັງຊອກບ່ອນເຮັດວຽກວ່າຈະເລືອກວຽກແນວໃດໃຫ້ຢູ່ຍາວ:

 

  1. ວຽກທີ່ມັກ ຫຼື ຖະໜັດ
    ການເລືອກງານທີ່ມັກຈະເຮັດໃຫ້ຮູ້ສຶກມີຄວາມສຸກ ແລະ ສາມາດເຮັດມັນໄດ້ເໝື່ອຍຍາກ ຍິ່ງງານນັ້ນເປັນງານທີ່ເຮົາຖະໜັດຢູ່ແລ້ວ ເຮົາກໍຈະສາມາດເຮັດມັນໄດ້ດີກວ່າຄົນທົ່ວໄປ ເຮັດໃຫ້ເຮົາຮູ້ສຶກມີຄຸນຄ່າທີ່ໄດ້ເຮັດມັນແຕ່ຖ້າເຮົາບໍ່ຖະໜັດ ແຕ່ໃຈເຮົາມັກຕໍ່ໃຫ້ມັນຍາກເຮົາກໍມີໃຈທີ່ສູ້ກັບມັນຢູ່ສະເໝີ ເໝືອນກັບເຮົາມັກໃຜຈັກຄົນໜຶ່ງ ເຮົາກໍຈະພາຍາຍາມຈີບເຂົາໃຫ້ເຖິງທີ່ສຸດ ບໍ່ວ່າເຂົາຈະມັກບໍ່ມັກກໍຕາມ.
  2. ວຽກທີ່ຕົງກັບບຸຄະລິກນິໄສຕົວເອງ
    ເຊື່ອວ່າຫລາຍຄົນຕ້ອງເຄີຍເຈິະຄົນອື່ນທັກວ່າ "ບຸກຄະລິກແບບນີ້ເປັນຫຍັງຄືບໍ່ລອງໄປເຮັດອາຊີບນີ້" "ນິໄສແບບນີ້ໜ້າຈະເໝາະກັບອາຊີບນີ້ໃດ໋"
    ຄົນສ່ວນໃຫຍ່ບໍ່ຄ່ອຍໄດ້ສັງເກດຕົວເອງວ່າຕົວເອງເປັນຄົນຈັ່ງໃດ, ມີບຸກຄະລິກນິໄສແນວໃດ ເລີຍເຮັດໃຫ້ບໍ່ຮູ້ຈັກຕົວເອງ ຈົນກະທັ່ງມີຄົນອື່ນມັກທັກທ້ວງເຮົາຈຶ່ງໄດ້ຮູ້ວ່າເຮົາເປັນແນວໃດ ເຊິ່ງເລື່ອງນີ້ກໍມີງານວິໄຈຂອງຊາວອາເມລິກາຄົນໜຶ່ງຊື່ວ່າ (John L. Haaland) ລາວຄິດຄົ້ນທິດສະດີການເລືອກອາຊີບຈາກບຸກຄະລິກອອກມາ ທີ່ມີຊື່ວ່າ John Holland's Theory of Career Choice (RIASEC) ໂດຍລາວໄດ້ບອກວ່າ ອາຊີບກັບບຸກຄະລິກມີຄວາມສອດຄ່ອງກັນ ລາວເຊື່ອວ່າຄົນເຮົາຈະມີຄວາມສຸກ ແລະ ເຮັດວຽກໄດ້ຢ່າງມີປະສິດທິພາບກໍຕໍ່ເມື່ອພວກເຂົາເລືອກອາຊີບທີ່ຕົງກັບບຸກຄະລິກ ແລະ ນິໄສສ່ວນຕົວ ໂດຍເຂົາໄດ້ເຮັດແບບສຳຫລວດແບ່ງບຸກຄະລິກອອກເປັນ 6 ໝວດຄື:
    R = Realistic
    - ບຸກຄະລິກນິໄສ: ມັກລົງມືໝຸ້ງໝັ້ນເຮັດວຽກກັບເຄື່ອງມືອຸປະກອນຕ່າງຯໄດ້ດີ, ມັກເຮັດວຽກນອກສະຖານທີ່ ຫຼື ວຽກກາງແຈ້ງ
    - ອາຊີບທີ່ເໝາະ: ວິສະວະກອນ, ງານຊ່າງເຕັກນິກ, ນັກກິລາ, ນັກປະດິດ, ເຈົ້າໜ້າທີ່ປ່າໄມ້້, ກະເສດຕະກອນ, ນັກບິນ ງານສາຍກ່ຽວກັບເຕັກໂນໂລຊີ
    I = Investigative
    - ບຸກຄະລິກນິໄສ: ມັກລົງມື, ມຸ້ງໝັ້ນ ເຮັດວຽກກັບເຄື່ອງມື ຫຼື ອຸປະກອນຕ່າງຯໄດ້ດີ ມັກເຮັດວຽກນອກສະຖານທີ່ ຫຼື ງານກາງແຈ້ງ
    - ອາຊີບທີ່ເໝາະ: ແພດ, ນັກວິໄຈ, ນັກເຄມີ, ນັກສະຖິຕິ, ນັກເສດຖະສາດ,ຄູສອນ, ຄະນິດຕະສາດ ຫຼື ວິທະຍາສາດ, ນັກຈິດຕະວິດທະຍາ, ນັກວາງແຜນ, ນັກສືບ, ນັກໂບຮານຄະດີ, ນັກມະນຸດວິທະຍາ
    A = Artistic
    - ບຸກຄະລິກນິໄສ: ມັກງານສິນລະປະ, ຮັກອິດສະຫລະເປັນຕົວຂອງຕົວເອງ
    - ອາຊີບທີ່ເໝາະ: Graphic Design, ຄູສອນສິນລະປະ, ຄູສອນພາສາ, ຜູ້ກຳກັບ, ນັກສະແດງ, ນັກຮ້ອງ, ນັກດົນຕີ, ສະຖາປະນິກ, ຊ່າງພາບ, ນັກແຕ່ງເພງ, ນັກຂ່າວ, ນັກຂຽນ
    S = Social
    - ບຸກຄະລິກນິໄສ: ມັກເຮັດວຽກກັບຄົນ, ມີຈິດອາສາ, ມັກດູແລໃຫ້ຄຳແນະນຳຊ່ວຍເຫຼືອ ແລະ ເຂົ້າໃຈຜູ້ອື່ນ
    - ອາຊີບທີ່ເໝາະ: ນັກສັງຄົມສົງເຄາະ,ນັກວິຊາການ, ນັກລັດຖະສາດ, ຄູ ບັນນະຮັກ, ພາຍາບານ, ນັກກາຍຍະພາບບຳບັດ, ນັກຈິດຕະວິດທະຍາ, ຕຳຫລວດ, ລ່າມ ມັດຄຸເທດ, ພະນັກງານຕ້ອນຮັບ, ພະນັກງານບໍລິການລູກຄ້າ, ທູດ,ເລຂານຸການ, ທີ່ປຶກສາ
    E = Enterprising
    - ບຸກຄະລິກນິໄສ: ເປັນຜູ້ນຳ, ມັກພົບປະຜູ້ຄົນ, ໂນ້ມນ້າວຄົນເກັ່ງ
    - ອາຊີບທີ່ເໝາະ: ພະນັກງານຂາຍ, ນັກທຸລະກິດ, ນັກການຕະຫລາດ,ຜູ້ພິພາກສາ, ນັກການເມືອງ, ທີ່ປຶກສາດ້ານທຸລະກິດ, ພິທີກອນ
    C = Conventional
    - ບຸກຄະລິກນິໄສ: ມັກຕົວເລກ ແລະ ຂໍ້ມູນ ມີລະບຽບ, ມີຄວາມຮັບຜິດຊອບ,ມັກເຮັດວຽກທີ່ມີການຈັດການເປັນຂັ້ນເປັນຕອນ
    - ອາຊີບທີ່ເໝາະ: ນັກບັນຊີ, ຜູ້ຕວດສອບບັນຊີ, ນັກສະຖິຕິ, ທີ່ປຶກສາດ້ານຊັບພະຍາກອນມະນຸດ, ເຈົ້າໜ້າທີ່ທະນາຄານ, ເຈົ້າໜ້າທີ່ທຸລະການ, ເລຂານຸການ, ຄົນດູູແລ Stock ສິນຄ້າ
  3. ວຽກທີ່ Culture ອົງກອນເໝາະກັບເຮົາ
    ວັດທະນະທຳອົງກອນຄືອົງປະກອບສຳຄັນຫລາຍໃນການເຮັດວຽກຢູ່ຮ່ວມກັນ ບໍ່ວ່າຈະເປັນທັດສະນະຄະຕິ, ຄ່ານິຍົມ, ຄວາມເຊື່ອທີ່ທຸກຄົນໃນອົງກອນ ເຊິ່ງຈະມີຜົນຕໍ່ບັນຍາກາດເຮັດວຽກ ຖ້າວັດທະນະທຳອົງກອນທີ່ Style ການເຮັດວຽກບໍ່ສອດຄ້ອງກັບເຮົາ ເຮົາກໍຈະຝືນຢູ່ຢ່າງບໍ່ມີຄວາມສຸກ
    ເຮົາສາມາດສອບຖາມໄດ້ຈາກການສອບຖາມໝູ່, ຄົນຮູ້ຈັກ, ຊ່ອງທາງຕິດຕາມຕ່າງຯ (Web, Facebook) ຫຼື ຈະສອບຖາມ HR ໂດຍຕົງຕອນສຳພາດເລີຍກໍຍິ່ງດີ.
  4. ວຽກທີ່ມີຄວາມກ້າວໜ້າ
    ທຸກຄົນທີ່ເຂົ້າມາລ້ວນມີເປົ້າໝາຍທີ່ຈະເຕີບໂຕທາງການງານ, ເງິນ ແລະ ທັກສະອື່ນຯ ເວລາເລືອກວຽກເຮົາກໍລອງຖາມຕົວເອງເບິ່ງວ່າ ໃນອານາຄົດ 5-10 ປີຂ້າງໜ້າເຮົາຢາກຈະກ້າວໜ້າໄປຢູ່ຈຸດໃດ ແລ້ວບໍລິສັດທີ່ເຮົາເລືອກສາມາດນຳພາເຮົາໄປຢູ່ຈຸດທີ່ເຮົາຕ້ອງການໄດ້ຫລືບໍ່?
  5. ວຽກທີ່ມີຄຸນຄ່າ
    ການມີຄຸນຄ່າຄືຄວາມໝາຍຂອງການມີຊີວິດຢູ່ ເພາະເຮົາຈະຮູ້ວ່າເຮົາມີຊີວິດໄປເຮັດຫຍັງ?, ເພື່ອຫຍັງ?, ເພື່ອໃຜ? ຈະເຮັດໃຫ້ເຮົາຈະມີກຳລັງໃຈໃນການເຮັດວຽກສ້າງຄຸນຄ່າໃຫ້ສັງຄົມໃນທຸກຯວັນຢູ່ສະເໝີ.
  6. ວຽກທີ່ມີເວລາໄດ້ໃຊ້ຊີວິດ
    ເພາະເຮົາເປັນຄົນບໍ່ແມ່ນຫຸ່ນຍົນທີ່ສາມາດເຮັດວຽກໄດ້ 24hr ຕະຫລອດເວລາການມີ Work Life Balance ທີ່ດີມັນສຳຄັນຫລາຍ ເພາະຈະເຮັດໃຫ້ເຮົາຮັກສາສົມດຸນທັງດ້ານການເຮັດວຽກ, ໃຊ້ຊີວິດ ແລະ ພັກຜ່ອນໄດ້ດີ ມີຜົນສຳຫລວດໜຶ່ງຂອງຊາວອາເມຣິກາພົບວ່າ ເຫດຜົນໃນການປ່ຽນງານຂອງພວກເຂົາບໍ່ແມ່ນເລື່ອງເງິນເດືອນ ແຕ່ເປັນການຢາກມີ Work Life Balance ທີ່ດີຍິ່ງຂຶ້ນ ຫລາຍຄົນຢາກເຮັດວຽກກັບບໍລິສັດທີ່ມີແນວຄິດໃຫ້ຄວາມສຳຄັນທັ້ງດ້ານການເຮັດວຽກ ແລະ ຊີວິດສ່ວນຕົວ ບໍ່ແມ່ນອຸທິດຊີວິດໃຫ້ແຕ່ກັບງານຈົບບໍ່ມີເວລາໃຫ້ກັບຕົວເອງ ຈຶ່ງເປັນສາເຫດເຮັດໃຫ້ຫລາຍຄົນເຮັດວຽກຢ່າງບໍ່ Happy ນຳໄປສູ່ພາວະ "Burn Out" ຈົນຕ້ອງລາອອກໃນທີ່ສຸດ.

ເຮົາບໍ່ໄດ້ບອກວ່າການເລືອກງານໂດຍໃຊ້ປັດໄຈເງິນ, ຕຳແໜ່ງ ຫຼື ຊື່ສຽງບໍລິສັດ ເປັນສິ່ງທີ່ບໍ່ດີ ແຕ່ພຽງຢາກແນະນຳໃຫ້ເບິ່ງປັດໄຈອື່ນນຳ ແຕ່ເລື່ອງນີ້ກໍບໍ່ໄດ້ມີຖືກຜິດຕາຍຕົວ ຂຶ້ນກັບຄວາມພໍໃຈຂອງແຕ່ລະຄົນທີ່ສາມາດຍອມຮັບໄດ້ຂໍ້ດີຂໍ້ເສຍຂອງມັນໄດ້ຫລາຍພຽງໃດ ຍິ່ງເຮົາຍອມຮັບຂໍ້ດີຂໍ້ເສຍໄດ້ຫລາຍຊ່ຳໃດເຮົາກໍຈະຢູ່ນຳອົງກອນນັ້ນໄດ້ດົນ.