ເຮົາມັນຈະປູກຝັງສະເໝີມາວ່າ: "ຄວາມຮູ້ ມີສະເພາະແຕ່ໃນຫ້ອງຮຽນ" ເຊິ່ງເມື່ອກ່ອນກໍອາດຈະແມ່ນ ແຕ່ປັດຈຸບັນນີ້ເຮົາຄົງເຫັນແລ້ວວ່າຄວາມຮູ້ມີແທບທຸກທີ່ ເພາະເຮົາຢູ່ໃນຍຸກທີ່ມີເຕັກໂນໂລຊີທີ່ທັນສະໄໝ ເຮົາສາມາດເຂົ້າເຖິງຂໍ້ມູນຫລາຍຯຢ່າງໄດ້ງ່າຍຂຶ້ນ, ໃຊ້ຕົ້ນທຶນຕ່ຳ, ຮຽນຮູ້ໄດ້ໄວ ແລະ ໄດ້ຜົນປະໂຫຍດຫລາຍຂຶ້ນກວ່າແຕ່ກ່ອນ ຫລາຍຄົນເລີຍເລືອກທີ່ຈະຫາຮຽນດ້ວຍຕົນເອງຫລາຍຂຶ້ນເພາະສາມາດປັບຕົວເຂົ້າກັບສະຖານະການໄດ້ໄວ ເຊິ່ງມື້ນີ້ 108jobs ຈະມາແນະນຳແຫລ່ງໃນການຮຽນຮູ້ດີຯວ່າຢູ່ໃສແນ່:
- Google & Youtube
ເປັນຊ່ອງທາງທີ່ຄົນສ່ວນຫລາຍນິຍົມຮຽນຮູ້ກັັນ ເພາະທຸກຄົນມີອຸປະກອນທີ່ສາມາດເຂົ້າເຖິງໄດ້ ແລະ ບໍ່ເສຍເງິນ ເຊິ່ງມີຂໍ້ມູນເນື້ອຫາມະຫາສານໃນການຮຽນຮູ້ ເຮົາສາມາດ Search ຄົ້ນຫາຮຽນຮູ້ໄດ້ທຸກທີ່ທຸກເວລາໄດ້ຕາມທີ່ເຮົາຕ້ອງການ ເຊິ່ງມີເນື້ອຫາຫຼາກຫຼາຍຮູບແບບເຊັ່ນ: ບົດຄວາມ, ພາບ ແລະ VDO. - Course Online
ເປັນສື່ການຮຽນການສອນທີ່ຢູ່ໃນ Website ເຊິ່ງຫລັກສູດເນື້ອຫາກໍຈະມີ VDO ທີ່ອັດມາແລ້ວຈາກຄູສອນ ເຊິ່ງຈະສອນແບບ Step by Step ເຮັດໃຫ້ສາມາດຮຽນໄດ້ເອງທຸກທີ່ທຸກເວລາຕາມຄວາມຕ້ອງການ ເຊິ່ງຈະມີທັງແບບ Free ແລະ ເສຍເງິນ ແຕ່ສ່ວນຫລາຍຈະເສຍເງິນ. - Course & Workshop
Course ຫລັກສູດສອນ ຈະເປັນການຮຽນທີ່ເປັນຫລັກສູດແບບລົງປະຕິບັດໂຕຈິງ ເຊິ່ງຈະໄດ້ຮຽນວິຊາທີ່ສະເພາະເຈາະຈົງຈາກຜູ້ມີປະສົບການ ຈະມີພາກທິດສະດີ ແລະ ປະຕິບັດ ໄລຍະການຮຽນການສອນສ່ວນຫລາຍກໍຈະຢູ່ທີ່ 1-3 ເດືອນ. ສ່ວນ Workshop ຄືງານຝຶກອົບຮົມຕ່າງຈາກ Course ທີ່ໄລຍະການສອນຈະສັ້ນກວ່າ ເພາະສ່ວນຫລາຍຈະໃຊ້ເວລາ 1-2ມື້ ເນັ້ນການປະຕິບັດຫລາຍກວ່າທິດສະດີ ມີກິດຈະກຳຫລາກຫລາຍພາຍໃນງານ ແລະ ມີຜູ້ທີ່ມີປະສົບການ ຫລື ມີຊື່ສຽງເຂົ້າມາຮ່ວມແບ່ງປັນຄວາມຮູ້ພາຍໃນງານ ເຊິ່ງເຮັດໃຫ້ເຮົາສາມາດສອບຖາມແລກປ່ຽນຄວາມຮູ້ໄດ້ໂດຍກົງ. - Tutor
ຖ້າເຮົາບໍ່ມັກຮຽນດ້ວຍຕົວເອງກໍສາມາດຫາ Tutor ຄູສອນໄດ້ ເຊິ່ງຈະມີສອນທາງ Online ແລະ ແບບ Offline ສອນເຖິງທີ່ ມີທັງແບບຕົວຕໍ່ຕົວ ແລະ ແບບກຸ່ມ ການຮຽນແບບນີ້ມີຂໍ້ດີຄືເຮົາສາມາດຮຽນຮູ້ສອບຖາມອາຈານໄດ້ທັນທີ ເຮັດໃຫ້ເຮົາບໍ່ຈຳເປັນຕ້ອງໄປລອງຜິດລອງຖືກດ້ວຍໂຕເອງ. - Community
ການຫາກຸ່ມຊຸມຊົນທີ່ມີຄວາມສົນໃຈໃນດ້ານດຽວກັນເຮັດໃຫ້ເຮົາສາມາດແລກປ່ຽນຂໍ້ມູນຄວາມຮູ້ເຊິ່ງກັນແລະກັນໄດ້ງ່າຍ ນອກຈາກນັ້ນ, ຍັງເຮັດໃຫ້ເຮົາໄດ້ Connection ຮູ້ຈັກຄົນໃນວົງການນັ້ນຕື່ມອີກ ເຊິ່ງສ່ວນຫລາຍກໍຈະເປັນກຸ່ມ Online ໃນ: Facebook Group, Discord, Messenger, Whatsapp ແລະ Line. - ໜັງສື
ສຳຫລັບໃຜທີ່ມັກການອ່ານ ປຶ້ມໜັງສືເປັນສິ່ງທີ່ມີປະໂຫຍດຫລາຍເພາະໃຊ້ຕົ້ນທຶນຕ່ຳ ແຕ່ໄດ້ປະໂຫຍດສູງ ເນື່ອງຈາກມີເນື້ອຫາທີ່ລະອຽດ, ພາສາຫຼັກໄວຍາກອນມີຄວາມຖືກຕ້ອງ ແລະ ມີຄວາມໜ້າເຊື່ອຖືສູງເພາະຜ່ານການກວດສອບມາແລ້ວ. - Application
ສຳລັບຄົນທີ່ບໍ່ມີ Com ແຕ່ມີໂທລະສັບ ການໃຊ້ Application ກໍເປັນທາງເລືອກໜຶ່ງທີ່ຕອບໂຈດໃນການຮຽນຮູ້ໄດ້ດີ ເພາະ App ຈະມີລະບົບທີ່ຖືກອອກແບບມາໃນການຝຶກຝົນຮຽນຮູ້ທີ່ເຂົ້າໃຈງ່າຍທີ່ເປັນຮູບບແບບກິດຈະກຳ, ເກມຕ່າງຯເຮັດໃຫ້ເຮົາມີສ່ວນຮ່ວມມ່ວນຊື່ນໄປກັບການຮຽນ ເຊິ່ງມີແບບ Free ແລະ ເສຍເງິນ. - Game
ຫລາຍຄົນຄິດວ່າເກມເປັນພຽງສື່ບັນເທີງທີ່ມີໄວ້ຫລິ້ນແຂ່ງຂັນກັນສະໜຸກສະໜານ ແຕ່ທີ່ຈິງແລ້ວ Game ສາມາດເປັນສື່ໃນການຮຽນທີ່ມີປະໂຫຍດໄດ້ຫລາຍກວ່າທີ່ຄິດ ເພາະ Game ມັນຄືການຈຳລອງເຫດການ ເຮັດໃຫ້ເຮົາສາມາດຮຽນຮູ້ໄດ້ເໝືອນເຮົາຢູ່ສະຖານະການນັ້ນຈິງ ຕົວຢ່າງ: ເກມ PC Building Simulator ທີ່ຈຳລອງການເຮັດອາຊີບປະກອບ ແລະ ສ້ອມແປງຄອມ ວ່າອາຊີບນີ້ມີໜ້າທີ່ຮັບຜິດຊອບເຮັດຫຍັງແນ່ໃນ 1 ມື້? ເຊິ່ງເປັນທີ່ນິຍົມກັນຂອງຊາວ Gamer ຢ່າງຫຼວງຫລາຍ ເພາະເຂົາສາມາດປະກອບຄອມໄດ້ຕາມ Spec ທີ່ຕ້ອງການ ໂດຍທີ່ບໍ່ຈຳເປັນຕ້ອງໄປລົງທຶນຊື້ອຸປະກອນມາເອງ ເຊິ່ງ Game ປະເພດນີ້ສ່ວນຫລາຍຈະເສຍເງິນ.
ຄວາມຕ້ອງການຂອງຕະຫລາດແຮງງານມີການຜັນປ່ຽນຢູ່ສະເໝີ ເຮົາຕ້ອງໄດ້ມີການປັບຕົວປັບຕົວໃນການຮຽນຮູ້ຢູ່ຕະຫຼອດເວລາ ບໍ່ວ່າຈະເປັນການ: Unskill, Upskill, Reskill ໃຫ້ທັນຕາມຍຸກສະໄໝ ສະນັ້ນ, ການຮຽນເປັນສິ່ງສຳຄັນ ບໍ່ວ່າຈະຮຽນໃນມະຫາໄລ, ວິທະຍາໄລ ຫຼື ຮຽນດ້ວຍຕົວເອງກໍເປັນສິ່ງທີ່ມີປະໂຫຍດ ຂຶ້ນກັບວ່າສິ່ງທີ່ເຮົາຮຽນເຮົາພໍໃຈກັບປະໂຫຍດທີ່ໄດ້ຮັບຫລາຍພຽງໃດ?
"stay hungry , stay foolish ຈົ່ງກະຫາຍ ແລະ ຮຽນຮູ້ຢູູ່ສະເໝີ"
- steve jobs -
