108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

EP. 3 | 4 ຂັ້ນຕອນໃນການສະໝັກວຽກ

EP. 3 | 4 ຂັ້ນຕອນໃນການສະໝັກວຽກ
11 ສິງຫາ 2023 · ໂພສ 3 ປີທີ່ແລ້ວ

ສຳລັບຄົນທີ່ກຳລັງເລີ່ມສະໝັກວຽກໃໝ່ກໍອາດຈະງົງຯບໍ່ຮູ້ວ່າຈະຕ້ອງເລີ່ມຕົ້ນຈັ່ງໃດ? ຈະເລີ່ມຈາກຈຸດໃດຫາຈຸດໃດດີ? ໃນ EP ນີ້ 108jobs ຈະບອກຂັ້ນຕອນຂະບວນການໃນການສະໝັກວຽກກັນເພື່ອໃຫ້ເຮົາຕຽມພ້ອມໄດ້ດີຂຶ້ນໃນການສະໝັກວຽກ ເຊິ່ງມີຢູ່ 4 ຂັ້ນຕອນດັ່ງນີ້:

 

  1. ຫາວຽກ
    ຂັ້ນຕອນທຳອິດຄືຂັ້ນຕອນຫາງານ ເຊິ່ງເປົ້າໝາຍຂອງຂັ້ນຕອນນີ້ຄືຫາແຫລ່ງປະກາດວຽກງານວ່າໄປກາດຢູ່ໃສແນ່ ເຊິ່ງສ່ວນຫລາຍກໍຈະແຫລ່ງກໍຈະມີ: ໜັງສືພິມ, ວິທະຍຸ

    , Social Media Facebook ເຊິ່ງຄົນສ່ວນຫລາຍກໍຈະນິຍົມຫາງານໃນ Facebook page, Facebook Group, Website ແລະ Application ຫລາຍກວ່າ ເນື່ອງຈາກມັນສະດວກສະບາຍສາມາດຫາງານໄດ້ທຸກທີ່ ເຊິ່ງ 108jobs ເຮົາກໍໃຫ້ບໍລິການລູກຄ້າໃນດ້ານນີ້ມາສະເໝີ ແລະນອກຈາກນັ້ນຍັງຕ້ອງໄດ້ສຶກສາບໍລິສັດທີ່ເຮົາຈະໄປສະໝັກໃຫ້ຊັດເຈນເຊັ່ນ:

    - ບໍລິສັດນັ້ນເຮັດກ່ຽວກັບຫຍັງ? ຜົນງານເປັນແນວໃດ?

    - ອົງກອນສອດຄ້ອງກັບຄວາມຕ້ອງການເຮົາຫລາຍພຽງໃດເຊັ່ນ: ເຮົາມັກ ຫຼື ຖະໜັດໃນດ້ານນັ້ນບໍ່? ເງິນເດືອນ ແລະ ສະຫວັດດີການຕອບໂຈດເຮົາບໍ່? ສະພາບແວດລ້ອມ ແລະ ວັດຖະນະທຳອົງກອນເຂົ້າກັບເຮົາບໍ່?

     

  2. ຂຽນໃບສະໝັກວຽກ

    ເມື່ອເຮົາຜ່ານຂັ້ນຕອນຫາງານມາແລ້ວ ເຮົາກໍມາຂັ້ນຕອນ "ຂຽນໃບສະໝັກງານ" ເປັນຂັ້ນຕອນທີ່ເຮົາຕ້ອງຂຽນໃບສະໝັກງານສົ່ງໃຫ້ບໍລິສັດທີ່ເຮົາຕ້ອງການສະໝັກງານ ເຊິ່ງເອກະສານໃນການສະໝັກງານເຊິ່ງປະກອບມີ: 

    1) CV/Resume = ໃບສະໝັກງານ

    2) Cover Letter = ຈົດໝາຍສະໝັກງານ

    3) Portfolio = ຜົນງານ

    ນອກຈາກການຂຽນຂໍ້ມູນແລ້ວ ການ Design ໃຫ້ສວຍງາມກໍເປັນສິ່ງສຳຄັນບໍ່ແພ້ກັນ ເນື່ອງມີຄົນສະໝັກມາຈຳນວນຫຼວງຫລາຍ ເຮັດໃຫ້ HR ຕ້ອງໃຊ້ເວລາພຽງບໍ່ເທົ່າໃດນາທີໃນການກວດຜ່ານຯ ຖ້າ Design ບໍ່ໜ້າສົນໃຈ HR ກໍຈະມີໂອກາດທີ່ຈະຖືກປັດຖິ້ມກ່ອນທັນທີທີ່ຈະໄດ້ອ່ານຂໍ້ມູນລາຍລະອຽດ. ສະນັ້ນ, Design ດີກໍເໝືອນໜ້າຕາດີ ເພາະຈະຊ່ວຍດຶງດູດໃຫ້ຄົນມາສົນໃຈບໍ່ໜ້ອຍກໍຫລາຍພໍສົມຄວນ ເມື່ອຂຽນໃບສະໝັກແລ້ວຂັ້ນຕໍ່ໄປເຮົາກໍສົ່ງ File ໄປທາງ Mail ຂອງ HR ແລ້ວລໍຖ້າຜົນ ເຊິ່ງໄລຍະເວລາການລໍຖ້າກໍຈະຂຶ້ນກັບແຕ່ລະບ່ອນເຊິ່ງສ່ວນຫລາຍແລ້ວຈະຢູ່ທີ່ 1-2 ອາທິດ ຫຼື ບາງບ່ອນອາດຈະບໍ່ແຈ້ງມາເລີຍກໍມີ ເພາະເນື່ອງຈາກມີຜູ້ສະໝັກເຂົ້າມາຫລາຍແລະອາດຈະເກີດບັນຫາຕ່າງຯຂຶ້ນມາໄດ້ ຖ້າເຮົາຢາກຮູ້ຜົນໄວແນະນຳໃຫ້ຕິດຕໍ່ໄປຫາ HR ໂດຍກົງເລີຍກໍຈະດີ ເພາະເຮົາຈະໄດ້ຄຳຕອບໄວກວ່າການລໍຖ້າແນ່ນອນ.

     

  3. ສຳພາດວຽກ
    ຖ້າເຮົາຜ່ານເຮົາຈະໄດ້ຮັບການແຈ້ງຈາກ HR ໂດຍຈະມີການໂອ້ລົມກັນເລື່ອງນັດສຳພາດ ເຊິ່ງເປັນຂັ້ນຕອນສຳຄັນທີ່ຈະເຮັດໃຫ້ເຮົາໄດ້ກ້າວເຂົ້າໄປເລີ່ມທົດລອງວຽກ ແລະ ກໍເປັນຂັ້ນຕອນທີ່ກົດດັນ ເພາະເຮົາຈະໄດ້ຢູ່ຕົວຕໍ່ຕົວກັບ HR ເຊິ່ງເຮົາຈະຕ້ອງຕຽມພ້ອມຮັບມືໃນການຕອບຄຳຖາມ HR ໃຫ້ໄດ້ທຸກສະຖານະການ ສະນັ້ນ, ການຝຶກຕຽມການ Present ໃຫ້ຄ່ອງຊັດເຈນເປັນສິ່ງສຳຄັນ ເພື່ອສະແດງໃຫ້ HR ເຫັນວ່າເຮົາຕຽມການມາດີ ແລະ ພ້ອມທີ່ຈະເຮັດວຽກໃນອົງກອນນີ້ ແລະເມື່ອເຮົາໄດ້ສຳພາດແລ້ວເຂົາກໍຈະໄດ້ຮັບການແຈ້ງຜົນຈາກ HR ເຊິ່ງອາດຈະຢູ່ ເຊິ່ງສ່ວນຫລາຍແລ້ວຈະຢູ່ທີ່ 1-2 ອາທິດ.
  4.  
  5. ທົດລອງວຽກ
    ເມື່ອເຮົາຜ່ານດ່ານສຳພາດວຽກແລ້ວ ຕໍ່ໄປກໍເປັນຂັ້ນຕອນສຸດທ້າຍໃນການພິສູດ ເຊິ່ງຂັ້ນຕອນນີ້ເປັນຂັ້ນຕອນທີ່ເຮົາຈະໄດ້ຖືກຮັບມອບໝາຍວຽກງານຈາກຫົວໜ້າງານ ເພື່ອທົດລອງວ່າເຮົາສາມາດຮັບຜິດຊອບໜ້າທີ່ວຽກງານໄດ້ດີຫລາຍພຽງໃດ ເຊິ່ງໂດຍທົ່ວໄປໄລຍະການທົດລອງງານກໍຈະຢູ່ທີ 2-3 ເດືອນ ຂຶ້ນກັບເງື່ອນໄຂຂອງແຕ່ລະບໍລິສັດ ສະນັ້ນ, ໃນຊ່ວງສຸດທ້າຍນີ້ເຮົາກໍຕ້ອງເຮັດວຽກໃຫ້ເຕັມທີ່ທີ່ສຸດເທົ່າທີ່ເຮັດໄດ້ ເພື່ອສະແດງສະກະຍະພາບໃຫ້ເຂົາເຫັນວ່າເຮົາພ້ອມແລ້ວທີ່ຈະເຮັດວຽກສ້າງປະໂຫຍດໃຫ້ກັບອົງກອນນີ້.