"ເພິ່ງຮຽນຈົບໃໝ່ ຈະໃຫ້ຫາປະສົບການມາແຕ່ໃສ? " ນີ້ຄືສິ່ງທີ່ນັກສຶກສາຈົບໃໝ່ຫລາຍຄົນຢາກຈະອຸທານອອກມາເວລາໄປສະໝັກວຽກນຳບໍລິສັດຕ່າງຯ ບໍ່ວ່າຈະໄປສະໝັກບ່ອນໃດຕໍ່ບ່ອນໃດກໍຕ້ອງການຄົນທີ່ມີປະສົບການ ເຊິ່ງມື້ນີ້ 108่jobs ຈະມາຊ່ວຍແບ່ງປັນ Tips ດີຯທີ່ຈະຊ່ວຍໃຫ້ຄົນທີ່ຈົບໃໝ່ຫາແຫລ່ງໃນການເກັບກ່ຽວປະສົບການ ເພື່ອເພີ່ມໂອກາດໃນການສະໝັກວຽກ ເຊິ່ງມີຢູ່ 4 ແຫລ່ງຄື:
- ຫາຄວາມຮູ້ເພີ່ມ Skill ໃນ Internet ຫຼື ເຂົ້າງານຝຶກອົບຮົມ (Course)
ໃນຍຸກທີ່ເຕັກໂນໂລຊີທີ່ທັນສະໄໝເຮັດໃຫ້ເຮົາຫາຂໍ້ມູນໄດ້ງ່າຍ ແລະ ສາມາດຮຽນຮູ້ໄດ້ຫລາຍຢ່າງໃນ Internet ເຊິ່ງມີແບບທັງ Free ແລະ ເສຍເງິນ ເຊິ່ງແບບ Free ກໍສາມາດຮຽນໄດ້ຕາມ Website, Google, Youtube, Facebook, Tiktok ຕ່າງຯ ຖ້າແບບເສຍເງິນກໍແນະນຳໃຫ້ຊອກເຂົ້າ Course Online ກໍໄດ້ເຊັ່ນ: Udemy ເປັນຕົ້ນ ຫຼື ຖ້າເຮົາຢາກລົງມືຕົວຈິງກໍແນະນຳໃຫ້ຫາເຂົ້າ Course ຫລັກສູດສອນໄລຍະສັ້ນ ເຊິ່ງຈະເຮັດໃຫ້ເຮົາໄດ້ຮຽນຮູ້ ແລະ ລົງມືປະຕິບັດຕົວຈິງ ພັດທະນາ Skill ໄດ້ໄວ ແລະ ບໍ່ເສຍເວລາລອງຜິດລອງຖືກເອງ. - ພາຕົວເອງໄປຢູ່ໃນກຸ່ມ Community ຂອງສາຍງານທີ່ສົນໃຈ
ຖ້າເຮົາມີເປົ້າໝາຍທີ່ຊັດເຈນແລ້ວວ່າຢາກເຮັດວຽກດ້ານໃດ ຫຼື ບໍລິສັດໃນທຸລະກິດຫຍັງກໍລອງພາຕົວເອງເຂົ້າໄປຢູ່ໃນ Community ນັ້ນໃຫ້ຫລາຍທີ່ສຸດເຊັ່ນ: ເຮົາຢາກເຮັດວຽກດ້ານການຕະຫລາດ ເຮົາກໍຕ້ອງພາຕົວເອງເຂົ້າໄປໃນແວດວົງທີ່ຮວມຮວມຄົນທີ່ເຮັດວຽກດ້ານການຕະຫລາດ ຫລື ຄົນທີ່ສົນໃຈເໝືອນຯກັນ ບໍ່ວ່າຈະເປັນການເຂົ້າ Group: Facebook, Discord, Line ຕ່າງຯເພື່ອເຂົ້າໄປແລກປ່ຽນຄວາມຮູ້ເຊິ່ງກັນແລະກັນ ຫລື ຖ້າເຮົາຕ້ອງການຢາກຮູ້ລະດັບສີມືຂອງຕົວເອງກໍລອງຜະລິດຜົນງານໃຫ້ຄົນໃນກຸ່ມ Comment Feedback ກັນເບິ່ງວ່າຈະມີຜົນຕອບຮັບເປັນແນວໃດ ເພື່ອເຮົາຈະໄດ້ພັດທະນາຕົວເອງຫລາຍຂຶ້ນ ເພາະເຊື່ອວ່າດຽວຈະມີຄົນທີ່ເຮັດວຽກສາຍນັ້ນມາແນະນຳເຮົາເພີ່ມເຕີມແນ່ນອນບໍ່ໜ້ອຍກໍຫລາຍພໍສົມຄວນ ຫລື ໂຊກດີເຂົາອາດຈະຄົນຊ່ວຍແນະນຳລູ່ທາງໃຫ້ເຮົາໄດ້ງານທີ່ຕ້ອງການໄດ້ງ່າຍຂຶ້ນກໍເປັນໄດ້. - ຫາທີ່ຝຶກງານ (Internship)
ການຝຶກງານຖືເປັນຫົວໃຈສຳຄັນໃນການສ້າງປະສົບການ ແລະ ໄດ້ຮັບການພິຈາລະນາຈາກນາຍຈ້າງເປັນພິເສດ ເພາະນອກຈາກຝຶກງານເຮົາຈະໄດ້ Skill ເຮົາຍັງຈະໄດ້ Connection, ໃບຝຶກງານ ແລະ ມີບຸກຄົນອ້າງອີງເພື່ອເວລາເຮົາໄປສະໝັກວຽກບ່ອນອື່ນເຮົາກໍມີຫລັກຖານກາລັນຕີທີ່ສົ່ງໄປພ້ອມກັບ CV/Resume, Cover Letter ໄດ້ ແລະ ຖ້າເຮົາສະແດງສີມືໃຫ້ເຂົາເຫັນວ່າເຮົາມີສີມືຄຸນນະສົມບັດເດັ່ນເປັນປະໂຫຍດຕໍ່ອົງກອນ ເຂົາກໍອາດຈະເລືອກເຮົາຈາກນັກສຶກສາຝຶກງານມາເປັນພະນັກງານໄດ້ຫລັງຈາກສຳເລັດເສັດສິ້ນການຝຶກງານ. - ເປັນອາສາສະໝັກ (Volunteer)
ງານອາສາສະໝັກເປັນງານເລີ່ມຕົ້ນທີ່ດີເກັບການເກັບກ່ຽວປະສົບການ ເພາະມັນສະແດງໃຫ້ເຂົາເຫັນວ່າເຮົາມີຄວາມເຕັມໃຈ ແລະ ຕັ້ງໃຈກະຕືລືລົ້ນທີ່ໄດ້ເຮັດງານອາສາສະໝັກໂດຍບໍ່ຫວັງຜົນຕອບແທນ ເວລາເຮົາໄປສະໝັກວຽກເຮົາກໍຈະມີແຕ້ມປຽບຫລາຍຂຶ້ນຈາກຄົນທົ່ວໄປ ເຊິ່ງງານອາສາມັກສ່ວນຫລາຍມັກຈະມີຕາມອົງກອນບໍ່ສະແຫວງຜົນກຳໄລ ສ່ວນຫຼາຍລັກສະນະງານຈະເປັນງານຊ່ວຍເຫລືອສັງຄົມ, ງານ Event ຕ່າງຯ.
ສະນັ້ນ, ບໍ່ວ່າກາຫາງານນັ້ນຈະຍາກພຽງໃດຈົ່ງຈື່ໄວ້ວ່າ "ຈຸດເລີ່ມຕົ້ນມັກຈະຍາກສະເໝີ" ການເວລາ ແລະ ຄວາມພາຍາຍາມເທົ່ານັ້ນຈະເປັນຕົວພິສູດ ຂໍເປັນກຳລັງໃຈໃຫ້ທຸກຄົນທີ່ຈົບໃໝ່ໄດ້ວຽກໄວໆກັນ ✌
