108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

EP. 1 | ເປັນຫຍັງເດັກຈົບໃໝ່ເຖິງຫາວຽກຍາກ?

EP. 1 | ເປັນຫຍັງເດັກຈົບໃໝ່ເຖິງຫາວຽກຍາກ?
27 ກໍລະກົດ 2023 · ໂພສ 3 ປີທີ່ແລ້ວ

🤔 ເປັນຫຍັງຄົນຈົບໃໝ່ເຖິງຫາງານຍາກ? ຄຳຖາມນີ້ອາດຈະເປັນຄຳຖາມທີ່ຄອຍວົນວຽນຢູ່ໃນຫົວຂອງກຸ່ມນັກສຶກສາຈົບໃໝ່ທີ່ຫາງານບໍ່ໄດ້ຈັກເທື່ອ ເຊິ່ງສາເຫດແທ້ຯນັ້ນມີຢູ່ຫລາຍປັດໄຈຄື:

 

  1. ບໍ່ມີປະສົບການການເຮັດວຽກມາກ່ອນ
    "ປະສົບການ" ຖືເປັນອີກໜຶ່ງອຸປະສັກທີ່ນັກສຶກສາຈົບໃໝ່ມັກຕ້ອງປະສົບ ເພາະຫຼາຍຄົນໃຊ້ເວລາຊ່ວງທີ່ຮຽນມະຫາວິທະຍາໄລໄປກັບການຮຽນ ໃນຂະໜະທີ່ບາງຄົນກໍຮຽນແຕ່ໃຫ້ຜ່ານໄປໃນແຕ່ລະປີພຽງຢ່າງດຽວ ແລະ ໃຊ້ເວລາໄປກັບການຫລິ້ນ ພໍເຂົ້າມາສູ່ຊ່ວງໄວເຮັດວຽກກໍຈຶ່ງຕະໜັກໄດ້ວ່າຫລາຍອົງກອນຕ້ອງການຄົນມີປະສົບການໃນການໃນການເຮັດວຽກມາກ່ອນ ແລະ ຖ້າເຮົາບໍ່ມີປະສົບການການເຮັດວຽກເລີຍ ເລື່ອງນີ້ອາດຈະເປັນອີກເລື່ອງໜຶ່ງທີ່ເຮັດໃຫ້ຫາງານບໍ່ໄດ້ຈັກເທື່ອເຊິ່ງເຮົາກໍຄວນຫາບ່ອນທີ່ເຮັດໃຫ້ເຮົາໄດ້ເກັບກ່ຽວປະສົບການເຊັ່ນ: ການຫາເປັນອາສາສະໝັກໃນສາຍງານທີ່ກ່ຽວຂ້ອງ, ການຮຽນ Course ອົບຮົມ, ການອ່ານໜັງສື, ການຫາວຽກທີ່ບໍ່ຕ້ອງໃຊ້ບໍ່ສົບການສູງແລ້ວຄ່ອຍຯພັດທະນາໄປເລື້ອຍຯ
  2.  
  3. ທັກສະຫລືຄວາມສາມາດຍັງບໍ່ໂດດເດັ່ນຫລາຍພໍ
    ເພາະໂລກມີການພັດທະນາໄປໄວເຮັດໃຫ້ຫຼັກສູດທີ່ຮຽນບໍ່ສາມາດປັບຕົວຕາມສະພາບໄດ້ທັນເລີຍເຮັດໃຫ້ສິ່ງທີ່ຮຽນນັ້ນບໍ່ສາມາດນຳໃຊ້ໄດ້ຈິງໃນອົງກອນ ລວມເຖິງບໍ່ມີທັກສະຫຍັງໂດດເດັ່ນແຕກຕ່າງຈາກຜູ້ສະໝັກຄົນອື່ນຫຼາຍພໍທີ່ຈະເຮັດໃຫ້ບໍລິສັດເກີດຄວາມສົນໃຈ. ສະນັ້ນ, ຈົ່ງສັງເກດການປະກາດຮັບສະໝັກງານຂອງບໍລິສັດນັ້ນໃຫ້ດີ ວ່າເຂົາຕ້ອງການຄົນເຮັດວຽກແບບໃດ ແລະ ທັກສະຫຍັງທີ່ຈຳເປັນຕໍ່ຕຳແໜ່ງນີ້ ເພາະລາຍລະອຽດໃນໃບສະມັກງານນີ້ ແລະ ທີ່ຈະເຮັດໃຫ້ເຮົາເຫັນວ່າຄວນພັດທະນາທັກສະຫຍັງແນ່ຕື່ມ
  4.  
  5. ການຂຽນ CV/Resume ແລະ Cover Letter ບໍ່ໜ້າສົນໃຈ
    ສາເຫດກໍມາຈາກໂຮງຮຽນບໍ່ຄ່ອຍມີສອນໃນທັກສະການສະໝັກງານ ເລີຍເຮັດໃຫ້ຫຼາຍຯຄົນທີ່ສະໝັກວຽກບໍ່ຮູ້ວິທີໃນການຂຽນປະຫວັດແນວໃດໃຫ້ໜ້າສົນໃຈ ເພາະມັນເປັນສິ່ງທຳອິດທີ່ຈະຮັດໃຫ້ບໍລິສັດຮູ້ຈັກກັບຜູ້ສະໝັກ ແລະ ເປັນຕົວຕັດສິນວ່າຈະເອີ້ນໄປສຳພາດງານຫຼືບໍ່? ສະນັ້ນ, ສຶກສາວິທີການຈົດໝາຍສະໝັກງານທີ່ມີປະສິດທິພາບ ອາດຈະລອງນຳໄປໃຫ້ໝູ່ ຫຼື ຄົນທີ່ປະສົບການຕວດເບິ່ງ ເພື່ອໃຫ້ແນ່ໃນວ່າຈົດໝາຍສະໝັກວຽງານຂອງເຮົານັ້ນສົມບູນແບບທີ່ສຸດແລ້ວ
  6.  
  7. ຂາດທັກສະໃນການສຳພາດງານ
    ນີ້ກໍເປັນອີກທັກສະໜຶ່ງທີ່ໂຮງຮຽນບໍ່ມີສອນເຊັ່ນກັນ ເພາະການສຳພາດເປັນເໝືອນປະຕູດ່ານສຸດທ້າຍທີ່ສຳຄັນທີສຸດໃນການທີ່ອົງກອນຈະຕັດສິນໃຈເລືອກໃຜຈັກຄົນເຂົ້າມາເຮັດວຽກເຊິ່ງໃນຂັ້ນຕອນນີ້ເອງກໍເຮັດໃຫ້ໃຜຫລາຍຄົນພາດໂອກາດທີ່ຈະໄດ້ງານ ເພາະບໍ່ມີການຕຽມຕົວໃຫ້ພ້ອມກ່ອນທີ່ຈະໄປສຳພາດງານ ບໍ່ວ່າຈະເປັນການສຶກສາຂໍ້ມູນອົງກອນ, ສຶກສາເສັ້ນທາງການເດີນທາງ ແລະ ຝຶກຕອບຄຳຖາມສຳພາດງານ
  8.  
  9. ຮູ້ຈັກຄົນນ້ອຍ
    Connection ບໍ່ໄດ້ໝາຍຄວາມວ່າ "ເສັ້ນສາຍ" ທີ່ເຮົາຈະໄດ້ຮັບການຝາກເຂົ້າເຮັດວຽກຈາກຄົນຮູ້ຈັກ ແຕ່ໝາຍເຖິງການຫາຄົນຮູ້ຈັກເພື່ອສອບຖາມຂໍ້ມູນກ່ຽວກັບບ່ອນທີ່ເຮົາຈະໄປສຳພາດນັ້ນ ເປັນເໝືອນການສ້າງໂອກາດທີ່ເຮັດໃຫ້ເຮົາຈະໄດ້ວຽກຫລາຍຂຶ້ນ  ລວມທັງຍັງສາມາດໃຊ້ເປັນບຸກຄົນອ້າງອີງໃຫ້ໄດ້
  10.  
  11. ບໍ່ຕິດຕາມຜົນການສະໝັກງານຫຼືຍອມແພ້ງ່າຍຯ
    ຖ້າເຮົາສົ່ງປະຫວັດສະໝັກ ຫຼື ໄປສຳພາດແລ້ວບໍ່ໄດ້ຮັບການຕິດຕໍ່ກັບ ຫຼື ແຈ້ງຜົນການສຳພາດ ກໍຢ່າລັງເລຫລືຢ້ານທີ່ຈະສົ່ງ Email ຫຼື ໂທລະສັບສອບຖາມເບິ່ງ ເພາະບາງຄັ້ງອາດຈະເກີດຄວາມຜິດພາດຫຍັງແນ່ເຊັ່ນ: ບໍລິສັດບໍ່ໄດ້ຮັບ Email ທີ່ສົ່ງໄປສະໝັກງານ ຫຼື ລືມຕິດຕໍ່ກັບມາແຈ້ງຜົນ ນອກຈາກນັ້ນ, ໃນກໍລະນີທີ່ເຮົາສະໝັກວຽກ ແລະ ໄປສຳພາດຫຼາຍທີ່ແລ້ວ ແຕ່ຍັງບໍ່ໄດ້ງານຈັກເທື່ອກໍຢ່າງເພິ່ງທໍ້ ຫຼື ຍອມແພ້ ແລະ ເອົາແຕ່ໂທດສິ່ງຮອບຂ້າງ ແຕ່ໃຫ້ລອງເບິ່ງຫາຈຸດບົກພ່ອງຂອງຕົວເອງ ແລະ ພາຍາຍາມພັດທະນາໃຫ້ດີຂຶ້ນແທນ ແລະ ແອດເຊື່ອວ່າຖ້າເຮົາພັດທະນາປັບປຸງຕົວເອງຢູ່ສະເໝີ ວັນໜຶ່ງເຮົາຈະໄດ້ງານແນ່ນອນ ຂໍເປັນກຳລັງໃຈໃຫ້ຄົນຈົບໃໝ່ທຸກຄົນໄດ້ງານໄວຯກັນ ຂໍໃຫ້ໂຊກດີ ✌️