108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

ຂຽນ CV ແບບໃດໃຫ້ຖືກໃຈ HR?

ຂຽນ CV ແບບໃດໃຫ້ຖືກໃຈ HR?
28 ຕຸລາ 2021 · ໂພສ 5 ປີທີ່ແລ້ວ

ໃນການສະໝັກວຽກຕ່າງໆຫຼາຍຄົນກໍອາດຈະຄຸ້ນເຄີຍກັບຄຳວ່າ CV, ແຕ່ຄືຈະຍັງມີອີກຫຼາຍໆຄົນທີ່ອາດຈະຍັງບໍ່ເຂົ້າໃຈ ແລະ ຍັງບໍ່ຮູ້ວ່າຈະຂຽນ CV ແບບໃດໃຫ້ຖືກໃຈ HR 

ມື້ນີ້ແອັດມິນເລີຍຫາຂໍ້ມູນນຳມາແຊຣກັບທຸກຄົນທີ່ເຂົ້າມາອ່ານຫວັງວ່າທຸກຄົນຈະໄດ້ພື້ນຖານການຂຽນ CV ໄປນຳໃຊ້ບໍ່ຫຼາຍກໍໜ້ອຍເດີ້...

 

CV (Curriculum Vitae)

CV ຫຍໍ້ມາຈາກ Curriculum Vitae ເຊິ່ງເປັນພາສາລາຕິນ ມີຄວາມໝາຍວ່າປະຫວັດຊີວິດ ຫຼື ເວົ້າໃຫ້ເຂົ້າໃຈງ່າຍໆວ່າ ເອກະສານສະຫຼຸບປະຫວັດການເຮັດວຽກສ່ວນບຸກຄົນ, ໂດຍຈະເນັ້ນສັ້ນ ຫຼື ຍາວນັ້ນຂຶ້ນກັບປະສົບການທີ່ເຮົາໄດ້ເຮັດຜ່ານມາ ແລະ ຕຳແໜ່ງໜ້າວຽກທີ່ເຮົາຈະສະໝັກ ແຕ່ສ່ວນຫຼາຍກໍຈະເນັ້ນຂຽນໃຫ້ມີຄວາມຍາວພຽງແຕ່ 1-2 ໜ້າເທົ່ານັ່້ນ. ເຊິ່ງໃນ CV ຈະຂຽນເຖິງ ຂໍ້ມູນສ່ວນຕົວ, ຊ່ອງທາງການຕິດຕໍ່, ປະຫວັດການເຮັດວຽກ, ປະຫວັດການສຶກສາ, ທັກສະທີ່ໂດດເດັ່ນ ແລະ ເປົ້າໝາຍຂອງຕົນເອງທີ່ມີປະໂຫຍດຕໍ່ຕຳແໜ່ງທີ່ຕົນເອງສະໝັກໃນບໍລິສັດນັ້ນ ເພື່ອເຮັດໃຫ້ HR ສາມາດທຳຄວາມຮູ້ຈັກກັບຜູ້ສະໝັກໄດ້ຄ່າວໆ ວ່າຈະມີຄວາມໃກ້ຄຽງ ແລະ ເໝາະສົມກັບຕຳແໜ່ງທີ່ເຮົາສະໝັກຫຼາຍໜ້ອຍສ່ຳໃດ, ດັ່ງນັ້ນ CV ຈະຕ້ອງຊັດເຈນ ແລະ ເຮັດໃຫ້ HR ເຫັນເຖິງພາບລວມຂອງເຮົາໃຫ້ໄດ້ນັ້ນເອງ. 

 

ມາຮອດນີ້ ພໍຈະໄດ້ຮູ້ຈັກຄວາມໝາຍຂອງ CV ກັນລະເນາະ ຕໍ່ໄປນີ້ແມ່ນແອັດມິນຈະຂໍສະຫຼຸບເຄັດລັບເລັກໆນ້ອຍໆໃນການຂຽນ CV ສະໝັກວຽກໃຫ້ໄດ້ຂໍ້ມູນຄົບຖ້ວນ ຊັດເຈນ ແລະ ຖືກໃຈ HR.

ບໍລິຫານພື້ນທີ່ໃນການຂຽນ CV ໃຫ້ເໝາະສົມເປັນສິ່ງສຳຄັນ:

 

  • ສຳລັບນັກສຶກສາຈົບໃໝ່:

1. ຂໍ້ມູນສ່ວນຕົວ + ຊ່ອງທາງການຕິດຕໍ່ 10%

2. ປະສົບການການເຮັດວຽກ 20%

3. ປະຫວັດການສຶກສາ 30%

4. ປະສົບການ ການເປັນອາສາສະໝັກ ແລະ ກິດຈະກຳໃນໂຮງຮຽນ 30%

5. ທັກສະຕ່າງໆ 10% ( ພາສາ, ຄອມພິມເຕີ້ ເປັນຕົ້ນ...)


  • ສຳລັບຜູ້ທີ່ມີປະສົບການການເຮັດວຽກແລ້ວ:

1. ຂໍ້ມູນສ່ວນຕົວ 10%

2. ປະສົບການການເຮັດວຽກ 50%

3. ປະຫວັດການສຶກສາ 10%

4. ທັກສະຕ່າງໆ 20%

5. ໃສ່ຮູບທີ່ເປັນທາງການເທົ່ານັ້ນ


ການສະໝັກວຽກເປັນຂັ້ນຕອນໃນລະດັບທີ່ເປັນມືອາຊີບ. ສະນັ້ນ, ຜູ້ສະໝັກເອງກໍຕ້ອງສະແດງເຖິງຄວາມເປັນມືອາຊີບນຳດ້ວຍການໃສ່ຮູບຖ່າຍທີ່ເປັນທາງການເຊັ່ນ: ຮູບຕິດບັດ ຫຼື ຮູບທີ່ສຸພາບ, ບໍ່ຄວນໃສ່ຮູບທີ່ບໍ່ເໝາະສົມເພາະຈະເຮັດໃຫ້ເຮົາເສຍໂອກາດໃນການໄດ້ວຽກນັ້ນກໍເປັນໄດ້ເຊັ່ນຮູບ: ຮູບເຊວຟີ້, ໄປທ່ຽວ, ຮູບຖ່າຍກັບລົດ, ຮູບໃສ່ແວ່ນຕາດຳ, ຮູບໃສ່ຜ້າປິດປາກຕ່າງໆ.

  • ຂຽນຂໍ້ມູນສ່ວນຕົວ ແລະ ຊ່ອງທາງການຕິດຕໍ່ໃຫ້ຊັດເຈນ.

ລາຍລະອຽດຂໍ້ນີ້ຖືວ່າເປັນສ່ວນທີ່ສຳຄັນຢ່າງໜຶ່ງເພາະວ່າ ບໍ່ວ່າເຮົາຈະຂຽນ CV ມາດີປານໃດ ແຕ່ເຮົາໃສ່ເບີໂທຕິດຕໍ່ ຫຼື ອີເມວຜິດກໍຈະເຮັດໃຫ້ HR ຕິດຕໍ່ເຮົາ ບໍ່ໄດ້ ແລະ ເຮົາກໍຈະບໍ່ຮູ້ວ່າເຮົາໄດ້ວຽກ ຫຼື ບໍ່ ຢ່າລືມກວດສອບຂໍ້ນີ້ດີໆເດີ້.

  • ຂຽນລາຍລະອຽດທີ່ເຄີຍເຮັດວຽກ ຫຼື ປະສົບການໃນການເປັນອາສາໝັກຕ່າງໆໃຫ້ຊັດເຈນ

ມາເຖິງສ່ວນທີ່ສຳຄັນທີ່ສຸດອີກສ່ວນໜື່ງຂອງການຂຽນ CV ນັ້ນກໍຄືການຂຽນລາຍລະອຽດຕ່າງໆໃນປະສົບການທີ່ເຮົາເຄີຍເຮັດຜ່ານມາໃຫ້ຊັດເຈນ ແລະ ໃສ່ຂໍ້ມູນໃຫ້ຫຼາຍທີ່ສຸດເຊັ່ນ: ເຄີຍເຮັດວຽກບ່ອນໃດມາ ບໍລິສັດໃດ ຕຳແໜ່ງໃດ ເລີ່ມຕັ້ງແຕ່ມື້ໃດ-ຢຸດມື້ໃດ ລຽງລຳດັບຈາກວຽກລ່າສຸດ ໄປເຖິງເກົ່າສຸດທີ່ເຄີຍເຮັດມາ ແລະ ສ່ວນສຳຄັນທີ່ສຸດແມ່ນສ່ວນຂອງໜ້າວຽກທີ່ເຮົາເຄີຍເຮັດມາ ທີ່ເຮົາຕ້ອງສະຫຼຸບລົງໄປໃນ CV ຕ້ອງມີຄວາມຍາວທີ່ພໍດີ ແລະ ຈັບໃຈຄວາມໄດ້.

 

ຖ້າຫາກເຮົາເປັນນັກສຶກສາຈົບໃໝ່ທີ່ຍັງບໍ່ເຄີຍມີປະສົບການການເຮັດວຽກຢູ່ໃສມາກ່ອນ ໃຫ້ຂຽນລາຍລະອຽດຂອງການການເປັນອາສາສະໝັກ ແລະ ປະສົບການໃນການຝຶກງານ ຢ່າປ່ອຍຂໍ້ນີ້ໄປ ໂດຍໃຫ້ເຫດຜົນວ່າ ຍ້ອນເຮົາເປັນນັກສຶກສາຈົບໃຫມ່ຈື່ງບໍ່ມີປະສົບການ. ເພາະຖ້າເຮົາເປັນນັກສຶກສາຈົບໃໝ່ ຄູ່ແຂ່ງຂອງເຮົາກໍຄືນັກສຶກສາຈົບໃໝ່ເຊັ່ນກັນ ແລະ HR ມັກຈະເລືອກນັກສຶກສາຈົບໃໝ່ທີ່ມີທັກສະ ແລະ ຄວາມເຂົ້າໃຈລາຍລະອຽດຂອງປະສົບການການເຮັດວຽກທີ່ເຂົາເຈົ້າເຄີຍເຮັດຜ່ານມາ ຫຼາຍກວ່າຄົນທີ່ບໍ່ຂຽນປະສົບການການເຮັດວຽກຂອງຕົວເອງເລີຍ.

 

  • ຂຽນລາຍລະອຽດກ່ຽວກັບການສຶກສາຂອງຕົນເອງ

ລາຍລະອຽດການສຶກສາກໍເປັນສິ່ງໜື່ງທີ່ບໍ່ຄວນເບີ່ງຂ້າມ ເຮົາຕ້ອງໃສ່ໃຈລາຍລະອຽດຂອງການສຶກສາ ຕັ້ງແຕ່ ຄະນະ-ສາຂາທີ່ຈົບມາ, ລະດັບການສຶກສາ, ສະຖານທີ່ທີ່ສຶກສາໃຫ້ລະອຽດ ເພາະວ່າມີບາງໜ້າວຽກທີ່ເປັນວຽກສະເພາະທາງຫຼາຍໆໜ້າວຽກ ທີ່ຈະຮັບນັກສຶກສາທີ່ຈົບສະເພາະຄະນະ ແລະ ສາຂານັ້ນໆ ເທົ່ານັ້ນ.

  • ສຳລັບຫຼາຍໆຄົນທີ່ຍັງສົງໄສວ່າຈຳເປັນທີ່ຈະຕ້ອງຂຽນຄະແນນ GPA ໃສ່ບໍ່ ຄຳຕອບຄືບໍ່ຈຳເປັນ!! ເພາະບໍ່ໄດ້ມີການບັງຄັບໃດໆ, ແຕ່ຖ້າເຮົາມີຄະແນນ 3.00 ຂື້ນໄປ ຖ້າເຮົາຂຽນຄະແນນລົງໄປຕື່ມກໍຈະເຮັດໃຫ້ເຮົາມີໂອກາດໄດ້ວຽກຂຶ້ນຕື່ມ.
  • ທັກສະພື້ນຖານທົ່ວໄປ ແລະ ທັກສະດ້ານພາສາຕ່າງໆ

ຂໍ້ນີ້ແມ່ນການເພີ່ມຄວາມສົນໃຈໃຫ້ CV ຂອງເຮົາດ້ວຍການຂຽນທັກສະພື້ນຖານທົ່ວໄປເຊັ່ນ: ທັກສະການເຮັດວຽກເປັນທີມ, ທັກສະການສື່ສານ, ທັກສະການແກ້ໄຂບັນຫາສະເພາະໜ້າ, ທັກສະການເຮັດ Microsoft office ຫຼື ທັກສະດ້ານພາສາວ່າເຮົາສາມາດ ອ່ານ ຂຽນ ເວົ້າ ພາສາໃດໄດ້ແນ່ ຈະເຮັດໃຫ້ HR ເບີ່ງເຫັນຄວາມສາມາດເຮົາໄດ້ຫຼາຍຂຶ້ນ. 

  • ທັກສະທີ່ໂດດເດັ່ນ ຫຼື ທັກສະ ສະເພາະດ້ານ

ສຳລັບຂໍ້ນີ້ຍົກຕົວຢ່າງເຊັ່ນ: ເຮົາຈະສະໝັກວຽກຕຳແໜ່ງນັກບັນຊີ ເຮົາກໍຂຽນທັກສະສະເພາະທາງທີ່ເຮົາສາມາດເຮັດໄດ້ກໍແມ່ນການເຮັດບັນຊີ ຄິດໄລ່ລາຍຮັບ-ລາຍຈ່າຍຕ່າງໆທີ່ກ່ຽວກັບການເຮັດບັນຊີ, ແຕ່ຖ້າເຮົາຈະສະໝັກໃນຕຳແໜ່ງ Graphic design  ເຮົາກໍຈະຕ້ອງສາມາດໃຊ້ແອັບ Photo shop ຫຼື ແອັບອື່ນໆທີ່ກ່ຽວກັບໜ້າວຽກນີ້ໄດ້.

 

  • ສົ່ງໄຟລເປັນ PDF ເທົ່ານັ້ນ

ເມື່ອຂຽນ CV ແລ້ວໆ ກໍຢ່າສົ່ງໄຟລເປັນ .doc ຫຼື .docx ໃຫ້ HR ໂດຍເດັດຂາດ ໃຫ້ແປງເປັນໄຟລ PDF ກ່ອນແລ້ວຈຶ່ງສົ່ງສະໝັກວຽກ ເພາະເມື່ອ HR ນຳໄຟລໄປເປີດຢູ່ໂທລະສັບ ຫຼື ຄອມເຄື່ອງໃດ ກໍຈະໄດ້ໜ້າໄຟລແບບເກົ່າ ແລະ ໄຟລບໍ່ແຕກ.