ສະຖານະການບ້ານເຮົາຕອນນີ້ ໄດ້ມີການແຜ່ລະບາດຂອງເຊື່ອພະຍາດອັກເສບປອດຈຸລະໂລກສາຍພັນໃໝ່ ຫຼື Covid-19 ແລະ ໄດ້ເຮັດໃຫ້ຫຼາຍອົງກອນຕັດສິນໄຈປິດຫ້ອງການ ແລະ ອານຸຍາດໃຫ້ພະນັກງານເຮັດວຽກຢູ່ບ້ານ. ເຊິ່ງຕອນນີ້ທີມງານ 108.Jobs ຍັງຄົງສືບຕໍ່ໃຫ້ບໍລິການປົກກະຕິ ແຕ່ຈະເຮັດວຽກຢູ່ບ້ານ (Work From Home) ແລະ ຖ້ານນີ້ເປັນການເຮັດວຽກ ເຮັດວຽກຢູ່ບ້ານ (Work From Home) ຕັ້ງທຳອິດຂອງທ່ານ ມື້ນີ້ເຮົາໄດ້ມີ 5 ເທັກນິກທີ່ຈະເຮັດໃຫ້ການເຮັດວຽກຢູ່ບ້ານຂອງທ່ານມີປະສິດທິພາບຫຼາຍຂຶ້ນໃນຊ່ວງເຮັດວຽກຢູ່ບ້ານແບບນີ້:
1. ກຽມໂຕໃຫ້ຄືກັບຕອນໄປວຽກແທ້ໆ
ໃຫ້ກຽມໂຕໃຫ້ພ້ອມສຳລັບມື້ໃໝ່ໃນການເຮັດວຽກ ເລີ່ມຕັ້ງແຕ່ລ້າງໜ້າ, ຖູແຂ້ວ, ອາບນ້ຳ ເຮັດໂຕໃຫ້ສົດຊື່ນ ແລະ ຢ່າລືມກິນອາຫານເຊົ້າເພື່ອໃຫ້ມີແຮງເຮັດວຽກ ແລະ ພ້ອມເຮັດວຽກໄດ້ມີປະສິດທິພາບຫຼາຍຂຶ້ນ ເພາະຖ້າຫາກວ່າເຮົາເຮັດໃຫ້ຕົນເອງຮູ້ສຶກຄືພັກຜ່ອນຄືຢູ່ບ້ານແລ້ວ ຈະເຮັດໃຫ້ຫານເຮັດວຽກບໍ່ມີປະສິດທິພາບ ເພາະສະໝອງຈະຮູ້ສຶກວ່າເປັນການພັກຜ່ອນ.
2. ລະວັງຢ່າເຂົ້າໃຫ້ຕຽງນອນ
ເຖິງແມ່ນວ່າຈະເປັນການເຮັດວຽກຢູ່ບ້ານ ແຕ່ຫ້າມເດັດຂາດເລີຍ ຢ່າເຂົ້າໃກ້ຕຽງນອນເດັດຂາດ ເພາະການເຮັດວຽກໃຫ້ມີປະສິດທິພາບນັ້ນຈະຕ້ອງແບ່ງເວລາເປັນສັດສ່ວນຢ່າງຊັດເຈນ ແລະ ມີເວລາພັກຜ່ອນ ຈັດການພື່ນທີ່ການເຮັດວຽກໃຫ້ເໝາະສົມ ເພື່ອໃຫ້ຕົນເອງມີສະມາທິຈົດຈໍ່ກັບການເຮັດວຽກ ແລະ ສະດວກຕໍ່ການສ້າງສັນຜົນງານອອກມາ.
3. ຢ່າລືມກິນເຂົ້າພ້ອມ
ຢ່າເຮັດວຽກຈົນລືມເວລາກິນເຂົ້າ ຄວນແບ່ງເວລາພັກທຽງເພື່ອເຕີ່ມພະລັງງານເຮັດວຽກຕໍ່ໃນຊ່ວງແລງ ແລະ ຄິດໃນແງ່ດີ ກໍເປັນໂອກາດທີ່ທ່ານເອງຈະໄດ້ເຮັດອາຫານກິນເອງ ສາມາດເລືອກໄດ້ວ່າເຮົາຈະເຮັດຫຍັງໃຫ້ດີຕໍ່ສຸຂະພາບໃນຊ່ວງນີ້ອີກດ້ວຍ ແລະ ຖ້າຫາກວ່າການກິນເຂົ້າສວຍຄົນດຽວອາດເຮັດໃຫ້ເຈົ້າເຫງົາ ລອງນັດລົມກັບຄົນໃນຫ້ອງການເພື່ອບໍ່ໃຫ້ຄຽດຈົນເກີນໄປ.
4. ສື່ສານກັບໝູ່ຮ່ວມງານ ສະຫຼຸບປະເດັນສຳຄັນ
ເຖິງແມ່ນວ່າເຮົາຈະບໍ່ໄດ້ລົມກັນເຊິ່ງໜ້າ ແຕ່ເຮົາສາມາດນຳໃຊ້ເຄື່ອງມືອອນລາຍໃນການສົນທະນາເຂົ້າຮ່ວມ ເພື່ອປຶກສາ ແລະ ອັບເດດວຽກຕ່າງໆໄດ້ສະເໝີ, ຄວນມີການສື່ສານຢ່າງຊັດເຈນ ແລະ ສະຫຼຸບວຽກທີ່ໄດ້ເຮັດໃນແຕ່ລະມື້. ທີ່ສຳຄັນເຮົາຄວນມີເອກະສານທີ່ເປັນລາຍລັກອັກສອນ ອາດຈະສົ່ງຜ່ານອີເມວ ເພື່ອໃຫ້ມີຄວາມເຂົ້າໃຈກົງກັນ ແລະ ປະສານງານໄດ້ຢ່າງມີປະສິດທິພາບ.
5. ຈັດສັນເວລາວວຽກ ແລະ ເວລາສ່ວນໂຕ
ຈັດສັນເວລາໃຫ້ດີ ເພາະການນັ່ງເຮັດວຽກຢູ່ບ່ານອາດເຮັດໃຫ້ເຮົາຮູ້ສຶກລືມເລວາ ຫຼັງຈາກທີ່ເຈົ້າທຸ່ມເທໃຫ້ກັບວຽກງານມາໝົດມື້ ຮອດເວລາເຮົາກໍຕ້ອງໄດ້ພັກຜ່ອນ ກ່ອນຈະເຮັດວຽກຕໍ່ໃນມື້ຕໍ່ໄປ.
