ເຄີຍບໍ່ສະເໜີຄວາມຄິດ ເປັນຫຍັງຈຶ່ງບໍ່ຜ່ານຈັກເທື່ອ?
ຖ້າຫາກໃຜທີ່ກຳລັງພົບບັນຫາເລົ່ານີ້ຢູ່ເຮົາມີເຄັດລົບມາຝາກຄື:
1. ຕີ
ຕີໂຈດໃຫ້ແຕກ ຕອບຄຳຖາມໃຫ້ໄດ້
ເຮົາມັກພົບຄຳຖາມເລົ່ານີ້ທຸກຄັ້ງເມື່ອເຮົາຂຶ້ນໄປນຳສະເໜີວຽກເຮົາມາເບິ່ງກັນເລີຍມີຄຳຖາມແດ່?
1. ໂປຣເຈັກນີ້ມີປະໂຫຍດຕໍ່ບໍລິສັດແນວໃດ?
2. ເປັນຫຍັງຈຶ່ງມີໂປຣເຈັກນີ້? ເປົ້າໝາຍແມ່ນຫຍັງ?
3.ໂປຣເຈັກເກົ່າ ແລະໃໝ່ແຕກຕ່າງກັນແນວໃດ?
4. ມີວິທີການວັດແທກແນວໃດ?
ດັ່ງນັ້ນຢ່າລືມກຽມຄວາມພ້ອມ ລອງຄິດກັບກັນວ່າຖ້າເປັນເຮົາ ແລ້ວມີໝູ່ຮ່ວມງານນຳສະເໜີ ເຮົາຈະຢາກຖາມຫຍັງກັບເຈົ້າ. ແຕ່ຖ້າຫາເຮົາບໍ່ໄດ້ກຽມຄຳຕອບມາແທ້ໆໃຫ້ບອກໄປກົງໆເລີຍວ່າຍັງບໍ່ກຽມມາ ແຕ່ຢ່າລືມເຮົາຕ້ອງມີການມາແກ້ໄຂຂໍ້ຂ້ອງໃຈ.
2. ເບິ່ງ
ສັງເກດເບິ່ງ
ເບິ່ງໃນທີ່ນີ້ອາດຈະບໍ່ລັກເບິ່ງ ແຕ່ເປັນສັງເກດການ. ເວລາເຂົ້າປະຊຸມຕ້ອງຕັ້ງໃຈຟັງ ແລະ ສັງເກດ, ໃຫ້ສັງເກດຫົວໜ້າ ຫຼື ໝູ່ຮ່ວມງານທີ່ໄດ້ຂຶ້ນນຳສະເໝີ ຄວາມຄິດຂອງຕົນເອງ ວ່າມີຄວາມແປກໃໝ່ ຫຼືມີແບບໃດບໍ່ມີ່ເຮັາບໍ່ທັນມີ,ຂາດໄປໃນການນຳສະໜີ, ສະເກດເບິ່ງວ່າຕ້ອງມີການກຽມຍັງແດ່ ໃຊ້ທ່າທາງແບບໃດແດ່ ລອງມາປັບໃຊ້ກັບຕົນເອງ.
3. ຈັດ
ຈັດສັນເລວາເປັນສິ່ງທີ່ສຳຄັນ
ເຄີຍໄດ້ຍິ່ນບໍ່? ວຽກໃຫ່ຍກໍລົ່ມໄດ້ ຖ້າເຮົາຈັດສັນເວລາບໍ່ດີ ເຮັດບົດນຳສະເໜີຂໍ້ມູນຄົບ ແຕ່ພໍຮອກຕອນຈະຂຶ້ນນຳສະເໜີກັບບໍ່ຮູ້ວ່າອັນໃດຄວນເລີ່ມກ່ອນອັນໃດຄວນເວລາພໍດີ ແຕ່ຖ້າຮອດຕອນນຳສະເໜີເກີດບໍ່ທັນ ກໍຈະເຮັດໃຫ້ບໍ່ມີຄວາມເປັນມືອາຊີບ, ສະນັ້ນເຮົາຕ້ອງວາງ To Do List ໃຫ້ຊັດເຈນຂຶ້ນ.
4. ໝັ້ນ
ໝັ້ນໃຈ ຕັ້ງໃຈ ມຸ່ງໝັ້ນ
ເມື່ອເຮົາກຽມຂໍູ້ນພ້ອມໝົດແລ້ວ, ຄຳຕອບພ້ອມ, ເວລາພ້ອມ, ສ່ວນທີ່ເຫຼືອຄືຄວາມມັ້ນໃຈ ໃຫ້ລອງຄິດພາບຕົນເອງວ່າເຮົາກຳລັງນຳສະເໜີຢູ່ເວທີ່ ເພື່ອນຳສະເໜີສິ່ງທີ່ຍິ່ງໃຫຍ່, ຈາກນັ້ນໃຫ້ສູດຫາຍໃຈເຂົ້າເລີກໆ ແລ້ວໝັ້ນໃຈເຂົ້າໄວ້ ແລະ ເຮັດໃຫ້ເຕັມທີ່.
