108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

ຂີ້ຄ້ານເຮັດວຽກ ຈະເຮັດແນວໃດ?

ຂີ້ຄ້ານເຮັດວຽກ ຈະເຮັດແນວໃດ?
30 ກັນຍາ 2021 · ໂພສ 5 ປີທີ່ແລ້ວ

7ວິທີຮັບມືກັບຄວາມຮູ້ສຶກຂີ້ຄ້ານເຮັດວຽກ

ເປັນເລື່ອງປົກກະຕິເລີຍ ທີ່ສາມາດເກີດຂຶ້ນໄດ້ກັບມະນຸດທຸກຄົນ ເຊັ່ນການຕ້ອງຕື່ນເຊົ້າເພື່ອມາເລີ່ມຕົ້ນກັບກອງເອກະສານຈຳນວນຫຼາຍໆວາງຢູ່ໜ້າໂຕະ ເຮັດໃຫ້ຮູ້ສຶກອ່ອນເພີຍ, ເມື່ອຍ, ໝົດແຮງ ແລະ ບໍ່ມີແຮງບັນດານໃຈ ຈົນສຸດທ້າຍກໍຕ້ອງຝືນເຮັດວຽກໝົດມື້ດ້ວຍຄວາມຮູ້ສຶກຂີ້ຄ້ານ.

ຄວາມຂີ້ຄ້ານຈະມີຢູ່ 2ແບບໄດ້ແກ່:

  1. ເກີດຂື້ນຫຼັງຈາກທີ່ເຮັດວຽກໜັກມາໝົດທັງອາທິດ ແລະ ຢາກນອກຢູ່ລ້າໆ ໃນມື້ພັກ.
  2. ຂີ້ຄ້ານທີ່ເກີດຈາກການຂາດແຮງກະຕຸ້ນໃນການເຮັດວຽກ ໂດຍມີເປົ້າໝາຍແຕ່ບໍ່ມີພະລັງທີ່ຈະເຮັດວຽກໃຫ້ສຳເລັດ.

ແລ້ວເປັນຫຍັງເຮົາຈື່ງຂີ້ຄ້ານ?

ປັດໄຈທີ່ເຮັດໃຫ້ເກີດຄວາມຂີ້ຄ້ານມີຫຼາຍຢ່າງເຊັ່ນ: ບາງຄົນຄິດວ່າຕົນເອງຈະຕ້ອງໄປເຮັດວຽກກໍເກີດຄວາມຮູ້ສຶກຂີ້ຄ້ານແລ້ວ, ບາງຄົນຢ້ານຜິດພາດ ເລີຍເລືອກທີ່ຈະບໍ່ລົງມືເຮັດເລີຍກໍມີ ແລະບາງຄົນກໍຂາດແຮງຈູງໃຈໃນການເຮັດວຽກ ນອກຈາກນີ້ສະໝອງຂອງເຮົາຍັງຕ້ອງການເວລາພັກຜ່ອນໃຫ້ກັບຮ່າງກາຍ ແລະຈິດໃຈຢ່າງສະໝ່ຳສະເໝີ ດັ່ງນັ້ນຈຶ່ງເປັນທພມະຊາດຂອງສະໝອງຢູ່ແລ້ວ ທີ່ຈະເຮັດໃຫ້ເຮົາຮູ້ສຶກຂີ້ຄ້ານ.

ແຕ່ຖ້າເຈົ້າກຳລັງຮູ້ສຶກຂີ້ຄ້ານເຮັດວຽກຢູ່ ນີ້ຄື 7ວິທີຈະຊ່ວຍໃຫ້ເຈົ້າສາມາດຈັດການກັບຄວາມຂີ້ຄ້ານຂອງຕົນເອງໄດ້.

1. ຫາແຮງຈູງໃຈໃນການເຮັດວຽກ

ເຈົ້າເຮັດວຽກໄປເພື່ອຫຍັງ? ເພື່ອໃຜ? ເຮັດແລ້ວຈະໄດ້ຫຍັງກັບມາ? ການສ້າງແຮງຈູງໃຈຈະຊ່ວຍໃຫ້ເຈົ້າມີແຮງກະຕຸ້ນໃນການເຮັດວຽກເພີ່ມຂຶ້ນ ແລສາມາດເອົາຊະນະຄວາມຂີ້ຄ້ານໄດ້.

2. ຕັ້ງເປົ້າໝາຍໃຫ້ຊັດເຈນ

ຕັ້ງເປົ້າໝາຍຈະຊ່ວຍເຈົ້າໃຫ້ມີທິດທາງໃນການເຮັດວຽກໃຫ້ຊັດເຈນຂຶ້ນໂດຍຫາກເຈົ້າຮູ້ວ່າຕົນເອງຕ້ອງການຫຍັງ ແລະເຮັດໄປເພື່ອຫຍັງ ວິທີການຕ່າງໆຈະຊ່ວຍໃຫ້ເຈົ້າບັນລຸເປົ້າໝາຍເຊັ່ນ: ຖ້າເຈົ້າຢາກມີເຮືອນເປັນຂອງຕົນເອງ ເຈົ້າກໍຕ້ອງຕັ້ງໃຈເຮັດວຽກເພື່ອເກັບເງິນ.

3. ສ້າງຕາຕະລາງການເຮັດວຽກ

ການວາງແຜນ ແລະຈັດລະດັບຄວາມສຳຄັນຂອງວຽກ ຈະຊ່ວຍໃຫ້ເຈົ້າສາມາດເຫັນພາບລວມຂອງການເຮັດວຽກໄດ້ຫຼາຍຂຶ້ນ ແລະເຮັດອອກມາໄດ້ຢ່າງມີປະສິດທິພາບ ເຊິ່ງເມື່ອເຈົ້າເຮັດວຽກປະສົບຜົນສຳເລັດແລ້ວຢ່າລືມໃຫ້ລາງວັນກັບໂຕເອງ ສິ່ງເລົ່ານີ້ຈະຊ່ວຍໃຫ້ເຂົ້າມີແຮງກະຕຸ້ນໃນການເຮັດວຽກເພີ່ມຂຶ້ນ.

4. ເລືອກເຮັດຢ່າງໃດຢ່າງໜຶ່ງ

ເມື່ອຕັ້ງເປົ້າໝາຍສຳເລັດແລ້ວ ເຈົ້າຈະມີລາຍການເປົ້າໝາຍຈຳນວນຫຼາຍທີ່ຕ້ອງເຮັດໃຫ້ສຳເລັດ ການເລືອກຢ່າງໃດຢ່າງໜຶ່ງຈະເຮັດໃຫ້ເຈົ້າມີສະມາທິມີ ແລະມີແຮງກະຕຸ້ນໃນການເຮັດໃຫ້ເປົ້າໝາຍນັ້ນປະສົບຜົນສຳເລັດ ຫຼາຍກ່ວາການເຮັດຫຼາຍໆຢ່າງພ້ອມກັນ ເພາະຈະເຮັດໃຫ້ເຈົ້າຮູ້ສຶກຊັບສົນ ວຸ້ນວາຍ ອາດຈະສົ່ງຜົນໃຫ້ເປົ້າໝາຍທີ່ຕັ້ງໄວ້ບໍ່ເກີດຄວາມຄືບໜ້າຈົນເກີດຄວາມຮູ້ສຶກທໍ້ ແລະຂີ້ຄ້ານຈະເຮັດຕໍ່.

5. ເລີ່ມຈາກສິ່ງນ້ອຍໆກ່ອນ

ການເລີ່ມເຮັດວຽກທີ່ມີເປົ້າໝາຍໃຫ່ຍເລີຍອາດຈະເຮັດໃຫ້ເຈົ້າເກີດຄວາມຮູ້ສຶກທໍ້ໄດ້ງ່າຍໆ ດັ່ງນັ້ນຂຶ່ງຄວນຈະເລີ່ມຈາກການວາງແຜນເປັນລຳດັບຂັ້ນ ຫຼືແບ່ງເປັນສ່ວນນ້ອຍໆກ່ອນ ແລະລົງມືເຮັດທຸກມື້ແບບສະໝ່ຳສະເໝີ ພ້ອມຍັງຊ່ວຍສ້າງກຳລັງໃຈໃນການເຮັດວຽກໄດ້ອີກດ້ວຍ.

6. ບໍລິຫານຈັດການຕົນເອງ

ສະພາບແວກລ້ອມອ້ອມໂຕເຮົາຈະສົ່ງຜົນຕໍ່ຄວາມດຸໝັ່ນ ຫຼືຂີ້ຄ້ານຂອງເຈົ້າໄດ້ເຊັ່ນ: ຖ້າບ່ອນເຮັດວຽກຫົກ ອາດຈະເປັນເຫດຜົນທີ່ເຮັດໃຫ້ເຮົາຮູ້ສຶກວຸ້ນວາຍບໍ່ເປັນລະບຽບ ລອງຈັດໃຫ້ສະອາດຂຶ້ນ ເວລາເຮັດວຽກຈະໄດ້ຮູ້ສຶກສະບາຍ ແລະຈະກະຕຸ້ນໃຫ້ເຮັດວຽກໄດ້ດີຂຶ້ນ ຖເາເຮົາຈັດໂຕະເຮັດວຽກໄດ້ດີແລ້ວ ເລື່ອງວຽກອື່ນໆໃນຊີວິດກໍດີເຊັ່ນດຽວກັນ.

7. ຕິດຕາມ

ຈົດບັນທຶກຄວາມກ້າວໜ້າຂອງເຈົ້າລົງໃນປຶ້ມບັນທຶກ ຫຼືເປັນແອັບຕ່າງໆ ໃນໂທລະສັບ, ຄອມພິວເຕີ້ ສິ່ງເລົ່ານີ້ຈະຊ່ວຍໃຫ້ເຈົ້າສາມາດເຫັນເປົ້າໝາຍໄດ້ຫຼາຍຂຶ້ນ ແລະຊັດເຈນຂຶ້ນ.


ຢ່າງໃດກໍຕາມການຈິງຈັງກັບການເຮັດວຽກຫຼາຍເກີນໄປກໍອາດຈະເຮັດໃຫ້ເກີດຄວາມຄຽດໄດ້ ເຊິ່ງການທີ່ຄົນເຮົາຈະຂີ້ຄ້ານແດ່ ກໍຖືວ່າບໍ່ແມ່ນເລື່ອງແປກຫຍັງແຕ່ຫາກ ວ່າຂີ້ຄ້ານ ຫຼາຍເກີນໄປກໍຈະສົ່ງຜົນເສຍຕໍ່ການເຮັດວຽກໃນໄລຍະຍາວໄດ້ ດັ່ງນັ້ນເຮົາສາມາດຮູ້ສຶກໄດ້ ແຕ່ຄວນຈັດການ ແລະ ຮູ້ວິທີຮັບມືກັບມັນ.