ວຽກແລ້ວຊ້າ ແລະ ວຽກສົ່ງບໍ່ທັນເວລາ ເປັນບັນຫາທີ່ເກີດຂຶ້ນກັບການເຮັດວຽກຂອງຫຼາຍຄົນ ເພາະໃນຊີວິດປະຈຳວັນເຮົາຕ້ອງໄດ້ເຮັດຫຼາຍຢ່າງ ເຮັດໃຫ້ບາງຄັ້ງຂາດສະມາທິທີ່ກຳລັງຈົດຈໍ່ກັບວຽກກໍໝົດໄປໄດ້ງ່າຍ ແນ່ນອນວ່າເຮົາກຳນົດສິ່ງຕ່າງໆຮອບໂຕເປັນສິ່ງທີ່ຍາກ ສິ່ງດຽວທີ່ເຮົາພໍຈະກຳນົດໄດ້ຄື ສະມາທິໃນການເຮັດວຽກທີ່ຈະຊ່ວຍຈົດຈໍ່ ແລະ ເຮັດວຽກຈົນສຳເລັດໄດ້
ຖ້າໃຜທີ່ກຳລັງພົບບັນຫາເຫຼົ່ານີ້ຢູ່ ເຮົາມີ5ວິທີທີ່ຈະຊ່ວຍທ່ານໄດ້:
1. ປະຕິເສດໃຫ້ເປັນ
ການຊ່ວຍວຽກຄົນອື່ນເປັນເລື່ອງທີ່ດີ ແຕ່ເຮົາກໍຕ້ອງເຂົ້າໃຈວ່າບົດບາດ ແລະໜ້າທີ່ຂອງເຮົາຄືຫຍັງ ວຽກໃດແດ່ທີ່ເປັນຄວມສຳຄັນອັນດັບຕົ້ນໆຂອງເຮົາ ລອງຕັ້ງເປົ້າໝາຍໃຫ້ຊັດເຈນຈະເຮັດໃຫ້ແລ້ວຕອນໃດ, ທິດໃດ, ມີຫຍັງແດ່ ຖ້າວຽກສຳຄັນເຮົາຍັງບໍ່ແລ້ວ ກໍຕ້ອງປະຕິເສດການຊ່ວຍວຽກຄົນອື່ນກ່ອນ.
2. ຖ້າເມື່ອຍໃຫ້ພັກກ່ອນ
ການໄດ້ນັ່ງພັກໂດຍບໍ່ຕ້ອງເບິ່ງຄອມ ຫຼືອອກໄປຍ່າງເພື່ອຢືດເສັ້ນ 5ນາທີກໍຖືວ່າເປັນໂຕຊ່ວຍໃຫ້ເຮົາໄດ້ພັກຈາກອາການເມື່ອຍລ້າໃນການເຮັດວຽກໄດ້ ເຖິງການນອນເຕັມອິມໃນຕອນກາງຄືນເປັນເລື່ອງທີ່ດີແລ້ວ ແຕ່ຖ້າສະໝອງຂອງເຮົາບໍ່ແລ່ນໃນລະຫວ່າງວັນ ກໍບໍ່ຄວນຟືນເຮັດວຽກຕໍ່ລອງແບ່ງເວລາພັກສັ້ນໆ ເພື່ອຈະຊ່ວຍໃຫ້ເຮົາເຮັດວຽກໄດ້ຢ່າງມີສະມາທິຫຼາຍຂຶ້ນ.
3. ເຮັດວຽກເທື່ອລະຢ່າງ
ການສະລັບວຽກຫຼາຍຢ່າງໃນເວລາດຽວກັນ ຈະເຮັດໃຫ້ເຮົາເສຍສະມາທິ ເຮົາຄວນເຮັດວຽກເທື່ອລະຢ່າງໂດຍການວາງແຜນໃຫ້ຕາຍໂຕເລີຍວ່າຖ້າວຽກໜຶ່ງແລ້ວ ຈະຕໍ່ວຽກໃດ, ຖ້າເຮົາເປັນຄົນເບື່ອງ່າຍ ຕ້ອງແບ່ງເວລາອອກເປັນຄືຕາຕະລາງເພື່ອງເຫັນພາບທີ່ຊັດເຈນຂຶ້ນ.
4. ຝຶກຄວບຄຸມຈິດໃຈ
ເຖິງວ່າການຄວບຄຸມຈິດໃຈໃຫ້ມີສະມາທິສາມາດຝຶກໄດ້ງ່າຍໆເຊັ່ນ: ການລອງກຳນົດລົມຫາຍໃຈເຂົ້າອອກ, ເລ່ນກິລາ ຫຼືນັ່ງສະມາທິ ກໍສາມາດຊ່ວຍໃຫ້ເຮົາຝຶກຄວບຄຸມຈິດໃຈໄດ້ເຊັ່ນກັນ. ວິທີເຫຼົ່ານີ້ຈະຊ່ວຍໃຫ້ເຮົາຄິດເປັນລະບຽບຂຶ້ນ ສາມາດຈັດການອາລົມທີ່ຢູ່ໃນໃຈໄດ້ອີກດ້ວຍ.
5. ເປີດແຜນວຽກທີ່ຕ້ອງເຮັດປະຈຳ
ໃນການເຮັດວຽກຂອງເຮົາ ມັກຈະມີວຽກທີ່ຕ້ອງເຮັດເປັນປະຈຳ ຫຼືວຽກທີ່ຕ້ອງເຮັດຊ້ຳແບບເກົ່າທຸກໆ. ພະຍາຍາມໃຫ້ມີໂມງເຕືອນໄວ້ ເພາະຖ້າເຮົາຮູ້ໜ້າທີ່ປະຈຳແລ້ວໄລຍະເວລາທີ່ໃຊ້ໃນແຕ່ລະມື້ເຮົາກໍສາມາດຄວບຄຸມໄດ້ງ່າຍ ແລະສະດວກເວລາທີ່ຈະເຮັດວຽກອື່ນ ຫຼືຈັດການກັບວຽກທີ່ຍາກໆໄດ້ໂດຍທີ່ບໍ່ຄາດສະມາທິ.
