108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

6ຂໍ້ເສຍ ຂອງການມາຊ້າ

6ຂໍ້ເສຍ ຂອງການມາຊ້າ
30 ກັນຍາ 2021 · ໂພສ 5 ປີທີ່ແລ້ວ

ເຈົ້າມາເຮັດວຽກຊ້າຄັ້ງສຸດທ້າຍຕອນໃດ? ຈະເປັນແນວໃດເມື່ອເຈົ້າມາຊ້າ ຫລື ມາກົງເວລາ?

ເຮົາເລີຍມີ 6ຂໍ້ເສຍຂອງການມາຊ້າມາຝາກ:

1. ບໍ່ເປັນມືອາຊີບ

ເມື່ອມາປະຊຸມຊ້າ ຄ້າຍຄືກັບວ່າເຈົ້າສະແດງພຶດຕິກຳທີ່ບໍ່ສຸພາບ ຕໍ່ຜູ້ທີ່ຖ້າແຕ່ເຈົ້າຄົນດຽວ ແລະ ເຖິງແມ່ນວ່າຈະຢູ່ໃນລະດັບຫົວໜ້າແລ້ວກໍຕາມ ບາງຄັ້ງຖ້າມີລົມວຽກທີ່ໄດ້ມີການຮ່ວມທຸລະກິດ ຜູ້ຮ່ວມທຸລະກິດຂອງເຈົ້າອາດຈະຕັດສິນໃຈໃນການຮ່ວມງານອີກຄັ້ງ ການຊັກຊ້າສາມາດເຮັດໃຫ້ສະຖານະການປ່ຽນແປງໄດ້.

 

2. ເບິ່ງຄືເຈົ້າບໍ່ສົນໃຈຫຍັງ

ເຖິງວ່າການມາຊ້າ ອາດຈະບໍ່ແມ່ນເລື່ອງໃຫຍ່ໃນສາຍຕາຂອງຫຼາຍຄົນ ແຕ່ເຊື່ອ ຫຼືບໍ່ ມັນສະແດງເຖິງຄວາມໃສ່ໃຈຂອງໂຕເຈົ້າເອງ ໂດຍສະເພາະເວລາທີ່ເຈົ້າຢູ່ໃນຕຳແໜາງທີ່ຕ້ອງໄດ້ຮັບຂໍ້ມູນທີ່ສຳຄັນ ການມາຊ້າອາດເຮັດໃຫ້ເຈົ້າພາດສ່ວນທີ່ສຳຄັນແນ່ນອນ.

 

3. ເຮັດຄົນອື່ນເສຍເວລາ

ເລື່ອງຂອງການມາຊ້າແມ່ນເລື່ອງທີ່ເຮັດໃຫ້ຄົນອື່ນເສຍເວລາ ບໍ່ວ່າຈະເປັນອົງກອນນ້ອຍຫລືໃຫຍ່ ການທີ່ເຮັດໃຫ້ຄົນອື່ນລໍຖ້າ ໃນການປະຊຸມຕ່າງໆ ຫຼືການສົ່ງວຽກຕ່າງໆ ເພາະພາຍໃນຫ້ອງການນອກຈາກປະຊຸມແລ້ວ ເຮົາຕ້ອງມີການພົວພັນກັບພະແນກອື່ນໆພ້ອມ.

 

4. ເສຍວັດທະນະທຳຂອງອົງກອນ

ພາຍໃນອົງກອນກໍຕ້ອງມີກົດລະບຽບທີ່ແຕກຕ່າງກັນໄປ ແຕ່ຢ່າງໜຶ່ງຄືການກົງຕໍ່ເວລາບໍ່ວ່າຈະເປັນຕອນທີ່ຢູ່ຫ້ອງການ, ພົບປະລູກຄ້າ. ຖ້າໄປພົບລູກຄ້າແລ້ວບໍ່ກົງຕໍ່ເວລາກໍຈະມີຜົນກະທົບໃນວຽກ ແລະ ຍັງເຮັດໃຫ້ພາບລັກອົງກອນເສຍຫາຍ.       

                                                                                                                                          

5. ວົງຈອນມາຊ້າກໍດຳເນີນໄປເລື້ອຍໆ

ການມາຊ້າຖ້າເຮັດເປັນປະຈຳຈະຕິດເປັນນິໃສທີ່ແກ້ຍາກ ຍ້ອນຄວາມຊິນເຄີຍທີ່ມາຊ້າແລ້ວອາດຈະບໍ່ຖືກຮ້າຍ ຫຼືຕັດເງິນເດືອນ ແຕ່ເຮັດແບບນີ້ຈະເປັນຜົນເສຍໃນໄລຍະຍາວ ຄວນຈະປັບປ່ຽນເທື່ອລະໜ້ອຍ.

 

ການມາຊ້າກັບການເຮັດວຽກແມ່ນເລື່ອງທີ່ຫຼາຍຄົນໃຫ້ຄວາມ ສຳຄັນຫຼາຍຕໍ່ເລື່ອງນີ້. ເພາະສະນັ້ນຈົ່ງມາໃຫ້ທັນເວລາ ເພາະມັນບໍ່ມີຜົນດີແລ້ວຍັງຖືກຕັດເງິນອີກເດີ້.