ໃນທຸກໆອົງກອນສາມາດເວົ້າໄດ້ວ່າ ພະນັກງານທຸກຄົນຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ເຊິ່ງແມ່ນແຮງກົດດັນໃນການເຮັດວຽກ, ບໍລິສັດທີ່ໃສ່ໃຈພະນັກງານຈະເຫັນບັນຫາທີ່ກ່າວມາ ບໍ່ວ່າຈະເປັນການສົນທະນາເພື່ອຜ່ອນຄາຍ, ອອກກຳລັງກາຍ ແຕ່ສິ່ງທີ່ສຳຄັນທີ່ສຸດແມ່ນພະນັກງານເອງຄວນຮູ້ວິທີການບໍລິຫານຄວາມກົດດັນໃນການເຮັດວຽກເພື່ອຈະສາມາດເຮັດວຽກໃຫ້ລຸລ່ວງໄດ້ແຕ່ຍັງມີສຸຂະພາບຮ່າງກາຍແລະຈິດໃຈທີ່ດີ.
ຄວາມກົດດັນໃນການເຮັດວຽກ ແມ່ນສະແດງໃຫ້ເຫັນເຖິງການເຮັດວຽກທີ່ແຕກຕ່າງກັນໃນສາຍອາຊີບຕ່າງໆ ຖ້າເກີດຂື້ນ ຄວນຊອກຫາວິທີການຈັດການກັບມັນໃຫ້ໄວເທົ່າທີ່ຈະໄວໄດ້.
1. ຄວາມກົດດັນແມ່ນແຮງຈູງໃຈທີ່ດີໃນການເຮັດວຽກ.
ຄວາມກົດດັນໃນການເຮັດວຽກ ແມ່ນສິ່ງທີ່ກະຕຸ້ນໃຫ້ພວກເຮົາເຮັດວຽກໄດ້ດີ ຕາມທຳມະຊາດຂອງມະນຸດແມ່ນສິ່ງມີຊີວິດທີ່ຕ້ອງຢູ່ລອດ. ພວກເຮົາຕ້ອງການສິ່ງທ້າທາຍຕ່າງໆ ເພື່ອຜ່ານອຸປະສັກ ເຊິ່ງຊ່ວຍໃຫ້ພວກເຮົາສາມາດພັດທະນາຕົນເອງໄດ້ຫຼາຍຂື້ນ. ເພາະສະນັ້ນບໍ່ຄວນເບິ່ງຄວາມກົດດັນທາງລົບຫລາຍເກີນໄປ ສິ່ງທີ່ຕ້ອງເຮັດແມ່ນຄວນເຂົ້າໃຈສິ່ງ ແລະ ເບິ່ງວ່າມັນເປັນເລື່ອງປົກກະຕິສຳລັບວຽກທີ່ຈະພົບກັບທຸກໆຄົນ.
2. ປະເມີນຄວາມທ້າທາຍ ແລະ ຄວາມສ່ຽງຕ່າງໆທີ່ຍອມຮັບໄດ້.
ການປະເມີນຄວາມກົດດັນໃນການເຮັດວຽກຈະຊ່ວຍໃຫ້ເຮົາຮັບມືກັບແຮງກົດດັນໃນການເຮັດວຽກ ຖ້າເຮົາຄິດຫາວິທີຕ່າງໆເພື່ອແກ້ໄຂບັນຫາເຮົາຈະພາຕົນເອງຊອກຫາວິທີຈົນກວ່າຈະສາມາດແກ້ໄຂຄວາມກົດດັນນັ້ນໄດ້.
3. ວາງແຜນລ່ວງໜ້າ ແລະ ຫາກເກີດເຫດການອື່ນຈະເຮັດແນວໃດ?
ການວາງແຜນລ່ວງໜ້າເຖິງແມ່ນວ່າອາດຈະມີປ່ຽນແປງຈາກແຜນ ແຕ່ຈຸດສຳຄັນແມ່ນການປ່ຽນແປງແຜນໄດ້ໄວ ແລະ ຊັດເຈນແມ່ນສຳຄັນ. ມັນເປັນຄວາມຄິດທີ່ດີທີ່ຈະມີແຜນສຳຮອງໃນກໍລະນີທີ່ແຜນA ບໍ່ເປັນໄປຕາມຄາດຫວັງ ຫຼື ບໍ່ຄາດຄິດ ເພາະມັນຈະຊ່ວຍຫຼຸດຜ່ອນຄວາມຕຶງຄຽດຈາກຄວາມຜິດພາດຫຼາຍຢ່າງ.
4. ຄວບຄຸມຕົວເອງໃຫ້ດີ.
ການຕອບໂຕ້ກັບຄວາມທ້າທາຍຕ່າງໆແມ່ນໜຶ່ງໃນຂະບວນການຮຽນຮູ້ ແລະ ບາງຄັ້ງຕ້ອງຮູ້ຈັກຖອຍຄິດຫາວິທີແກ້ໄຂບັນຫາ ຕັ້ງຄຳຖາມເມື່ອປະເຊີນໜ້າກັບບັນຫາເຊິ່ງຈະຊ່ວຍໃຫ້ເຂົ້າໃຈໂອກາດທີ່ຈະແກ້ໄຂໄດ້ດີຂຶ້ນ, ໂດຍສະເພາະໃນສະຖານະການທີ່ມີຄວາມກົດດັນ.
5. ຈັດການກັບຄວາມຕຶງຄຽດໃນການເຮັດວຽກ, ຈັດການເລື່ອງຕ່າງໆໃນຊີວິດປະຈຳວັນ
ວິທີການຕ່າງໆເພື່ອບັນເທົາຄວາມເຄັ່ງຕຶງໃນເວລາເຮັດວຽກຈະຊ່ວຍໃຫ້ເຮົາສາມາດຮັບມືກັບຄວາມກົດດັນຂອງຊີວິດປະຈຳວັນ. ເຮັດໃຫ້ເຮົາຢູ່ເໜືອທຸກອຸປະສັກ ແລະ ກ້າວໄປຂ້າງໜ້າເຖິງແມ່ນວ່າເມື່ອເຮົາເມື່ອຍເຮົາກໍ່ຍັງສາມາດຍິ້ມໄດ້.
ທຸກໆວຽກງານແມ່ນປະສົບກັບບັນຫາ ແລະ ອຸປະສັກຕ່າງໆ ຂໍໃຫ້ທຸກຄົນຜ່ານໄປໃຫ້ໄດ້ເດີ້.
