108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

4 ວິທີປັບໂຕໃນການເລີ່ມວຽກໃໝ່ໃນເດືອນທຳອິດ

4 ວິທີປັບໂຕໃນການເລີ່ມວຽກໃໝ່ໃນເດືອນທຳອິດ
30 ກັນຍາ 2021 · ໂພສ 5 ປີທີ່ແລ້ວ

ການປັບໂຕເຂົ້າກັບບ່ອນເຮັດວຽກໃໝ່, ເພື່ອນຮ່ວມງານໃໝ່, ຫົວໜ້າໃໝ່ ອາດຈະເປັນບັນຫາ ສຳລັບຄົນທີ່ບໍ່ຖະໜັດເຂົ້າສັງຄົມ, ບໍ່ຮູ້ວາງໂຕ, ກັງວົນວ່າຕົນເອງຈະປັບໂຕໄດ້ ຫລື ບໍ່, ບໍ່ວ່າຈະຜ່ານຫຍັງມາ ຈົ່ງຖິ້ມອາດີດໄວ້ເປັນບົດຮຽນ ມາເລີ່ມຕົ້ນອານາຄົດທີ່ສົດໃສ ປຽບສະເໝືອນການແຕ້ມສີລົງເຈ້ຍຂາວໃໝ່ນຳພວກເຮົາ. ຫາກກຳລັງຢູ່ໃນຊ່ວງເລີ່ມວຽກ, ຄິດຈະ ປ່ຽນວຽກ ຫລື ເປັນນັກສຶກສາຈົບໃໝ່ທີ່ກຳລັງຊອກຫາວຽກທາງ 108JOBS ຢາກແນະນຳສິ່ງທີ່ຄວນເຮັດ ໃນເດືອນທຳອິດຂອງ ການເຮັດວຽກໃໝ່ 4 ວິທີພື້ນຖານເພື່ອຊ່ວຍຈັດລຳດັບຄວາມສຳຄັນຂອງຕົນເອງຄື:

 

1. ສ້າງຄວາມສຳພັນ ແລະ ກ້າທີ່ຈະຖາມ

ເມື່ອໃດທີ່ໄດ້ເລີ່ມວຽກໃໝ່ ຄວນຕັ້ງຄຳຖາມ ເພື່ອທຳຄວາມເຂົ້າໃຈ ເຖິງວ່າຈະເຄີຍຮູ້ມາຈາກບ່ອນເຮັດວຽກເກົ່າແລ້ວ ແຕ່ບ່ອນເຮັດວຽກ ແລະ ບັນຍາກາດໃນການເຮັດວຽກຢູ່ບ່ອນໃໝ່ຈະແຕກຕ່າງກັບບ່ອນເກົ່າ, ໃຜມີໜ້າທີ່ຫຍັງ, ເພື່ອນຮ່ວມງານເປັນແນວໃດ? ຄວນສັງເກດພຶດຕິກຳ ແລະ ຫາວິທີທີ່ເໝາະສົມ ພ້ອມຮຽນຮູ້ວີທີການທີ່ຈະສື່ສານອອກມາ ໃຫ້ຖືກກາລະເທສະ ເພື່ອຈະປັບຕົວເຂົ້າກັບເພື່ອນຮ່ວມງານໃໝ່ໄດ້ຢ່າງຫນ້າປະທັບໃຈ ແຕ່ກໍຕ້ອງລະວັງເພື່ອບໍ່ໃຫ້ “ຖາມຫລາຍເກີນໄປ” ຈົນເຮັດໃຫ້ ຄົນອ້ອມຂ້າງເບື່ອໜ່າຍກັບບົດສົນທະນາ ເຮັດໃຫ້ທຸກຄົນເບິ່ງເຈົ້າໃນແງ່ລົບ ຄິດວ່າເຈົ້າບໍ່ຮູ້ກາລະເທສະວ່າເວລານີ້ ຄວນເວົ້າ ຫລື ບໍ່ຄວນເວົ້າເລື່ອງໃດ ເລື່ອງນີ້ຕ້ອງໃຊ້ເວລາ ແລະ ຮຽນຮູ້ໄປກັບສະຖານະການໂຕຈິງ.

 

2. ຊ່ວຍເຮັດໃຫ້ຊີວິດຫົວໜ້າງ່າຍຂຶ້ນ

ເຖິງວ່າຈະມາຮັບຕຳແໜ່ງຕໍ່ ຫລື ໄດ້ຕຳແໜ່ງໃໝ່ ຄວນຊ່ວຍຄົນອ້ອມຂ້າງເຮັດວຽກ ໃຫ້ເປັນລະບົບຫລາຍຂຶ້ນ ແຕ່ຢ່າຫັກໂຫມຈົນເກີນໄປ ເພາະບາງເທື່ອເຮົາກໍບໍ່ສາມາດເຮັດຖືກໃຈຕາມທີ່ຫົວຫນ້າສັ່ງໄດ້ ພາຍໃນເດືອນດຽວ ພວກເຮົາຈຶ່ງຄວນເລີ່ມດ້ວຍການອາສາຊ່ວຍເຮັດວຽກນ້ອຍໆ ຫລື ບໍ່ດັ່ງນັ້ນກໍໍເປັນການສະແດງຄວາມຄິດເຫັນທີ່ເປັນປະໂຫຍດຕໍ່ວຽກເພື່ອໃຫ້ຫົວຫນ້າ ແລະ ພະນັກງານຄົນອື່ນໆເຫັນຄວາມຕັ້ງໃຈທີ່ສຳຄັນນອກຈາກນີ້ເມື່ອເວລາຜ່ານໄປ ສິ່ງເຫລົ່ານີ້ຈະຊ່ວຍເສີມສ້າງພາວະຄວາມ ເປັນຜູ້ນຳ ທີ່ຈະຄ່ອຍໆປະກົດໃຫ້ເຫັນໃນໂຕເຈົ້າ.

 

3. ເພື່ອນຮ່ວມງານທີ່ສາມາດແນະນຳວຽກໃຫ້ໄດ້

ພາຍໃນ 1-2 ທິດທຳອິດຂອງການເຂົ້າເຮັດວຽກໃໝ່ ຢ່າມົວແຕ່ກົ້ມໜ້ານັ່ງຢູ່ແຕ່ໂຕະເຮັດວຽກ ເຮົາຄວນປົດລ໋ອກໂຕເອງໂດຍການອອກໄປເລີ່ມສານສຳພັນອັນດີ ເຖິງວ່າຜູ້ທີ່ພົບເຫັນຈະຢູ່ຄົນລະພະແນກກໍຕາມ ຈັ່ງໃດກໍບໍ່ເສຍຫາຍທີ່ເຮົາຈະ ຍິ້ມໃຫ້ ແລະ ແນະນຳໂຕເອງຈັກໜ້ອຍໜຶ່ງເຊັ່ນວ່າ: ຕາມຫ້ອງກາເຟ ຫລື ສະຖານທີ່ຕ່າງໆທີ່ເຈົ້າບັງເອີນພົບກັນ. ມີມະນຸດສຳພັນທີ່ດີກັບເພື່ອນຮ່ວມງານ, ນອກຈາກຈະຊ່ວຍໃຫ້ເຮົາບໍ່ມີບັນຫາໃນການເຮັດວຽກ ຍັງສົ່ງຜົນດີຕໍ່ໜ້າທີ່ການງານໃນອານາຄົດອີກດ້ວຍ ເຮົາຄວນຫາທີ່ປຶກສາທີ່ສາມາດຊ່ວຍແນະນຳວຽກໃຫ້ເຮົາໄດ້ເພາະຈະເຮັດໃຫ້ເຂົ້າໃຈວຽກຫລາຍຂຶ້ນ.

 

4. ຕິດຕາມຄວາມຄືບຫນ້າ ແລະ ວາງແຜນພາບລວມຂອງຕົນເອງ 

ຊ່ວງເລີ່ມຕົ້ນອາດຈະມີແຮງເຫລືອເຟືອໃນການເຮັດວຽກ ແຕ່ລະມື້ປຽບສະເໝືອນມັນເປັນການປະຈົນໄພທີ່ໜ້າຕື່ນເຕັ້ນ, ແຕ່ເມື່ອເວລາຜ່ານໄປອາດເລີ່ມຮູ້ສຶກເຄີຍຊິນກັບວຽກ ແລະ ຢຸດທີ່ຈະພັດທະນາຕົນເອງ ເພື່ອປ້ອງກັນບໍ່ໃຫ້ຄວາມຮູ້ສຶກເຫລົ່ານີ້ ເກີດຂຶ້ນ ເຮົາຄວນຕິດຕາມຄວາມຄືບໜ້າຂອງຕົນເອງ ໂດຍໃຊ້ເວລາຈັກເຄິ່ງຊົ່ວໂມງແຕ່ລະອາທິດ ຈົນເຮັດໃຫ້ເປັນນິໄສ ເພື່ອກວດເບິ່ງຄືນວ່າສິ່ງໃດສຳເລັດແລ້ວ, ບໍ່ວ່າຈະເປັນໂປຣເຈັກ, ຄວາມສຳພັນລະຫວ່າງເພື່ອນຮ່ວມງານ ຫລື ກົດລະບຽບຕ່າງໆ ໃນບ່ອນເຮັດວຽກ ເພື່ອເປັນເຄື່ອງພິສູດຄວາມກ້າວໜ້າຂອງຕົນເອງ ແລະ ແນ່ນອນວ່າອາດຈະພົບກັບ ບັນຫາຍັງບໍ່ເຂົ້າໃຈ ກ່ຽວກັບລະບົບ ແລະ ສະພາບແວດລ້ອມການເຮັດວຽກ ເຊິ່ງຈະເປັນປະໂຫຍດຫາກວ່າ ສາມາດຮຽນຮູ້ຈາກຂໍ້ຜິດພາດ ແລະ ວາງແຜນການເຮັດວຽກລ່ວງໜ້າເປັນລາຍອາທິດໄດ້ຢ່າງຖືກຕ້ອງ.