ແທ້ຈິງແລ້ວຄຸນນະສົມບັດນີ້ ບໍ່ພຽງແຕ່ສໍາຄັນສໍາລັບນັກສຶກສາຈົບໃຫມ່ ຫຼື ສະເພາະຄົນທີ່ມີວຽກເຮັດ ແຕ່ຄວນຢູ່ໃນໂຕຜູ້ເຮັດວຽກທັງຫມົດ ເພາະຈະຊ່ວຍຜັກດັນໃຫ້ອົງກອນ ເຕັມໄປດ້ວຍຄວາມຄິດສ້າງສັນ ແລະ ມີໂອກາດປະສົບຜົນສໍາເລັດ ຫຼາຍກວ່າອົງກອນທີ່ມີແຕ່ຄວາມຊິນຊາ, ບໍ່ມີຄວາມໜ້າຕື່ນເຕັ້ນ. ແຕ່ກໍສ້າງໄດ້ບໍ່ຍາກເກີນໄປ ລອງອ່ານຄຳແນະນຳຈາກພວກເຮົາເພື່ອເປັນແນວທາງໄດ້ເລີຍ:
1. Stay hungry, Stay Foolish:
ຖ້າທ່ານເປັນຄົນໜຶ່ງທີ່ຕິດຕາມຜົນງານຂອງ Steve Jobs, ຄືຈະເຄີຍໄດ້ຍິນປະໂຫຍກນີ້ມາແລ້ວ ໝາຍຄວາມວ່າ: ໃຫ້ເຮົາມີຄວາມຢາກທີ່ຈະຮຽນຮູ້ຕະຫຼອດເວລາ, ໂດຍເຮັດໂຕບໍ່ຮູ້ໃນເລື່ອງຕ່າງໆໃຫ້ຫຼາຍໆ ຢ່າເຮັດຄືຮູ້ທຸກສິ່ງທຸກຢ່າງ, ສິ່ງທີ່ຮູ້ອາດຈະບໍ່ແມ່ນຄວາມຈິງ ຫຼື ປ່ຽນໄປແລ້ວກໍໄດ້ ດັ່ງນັ້ນຈົ່ງຮຽນຮູ້ຢູ່ສະເຫມີ.
2. ຄິດໃຫ້ໄກກວ່າ:
ເວລາເຮັດວຽກ ຫຼື ຢູ່ໃນກອງປະຊຸມທີ່ມີຂໍ້ມູນຂ່າວສານ ໄຫຼຜ່ານວົນວຽນຮອບໂຕຫຼາກຫຼາຍ ຢ່າປະ ຕິບັດຄືກັບຄົນບໍ່ຮູ້ສຶກຫຍັງ ໃຫ້ຄວາມຮູ້ໄຫຼເຂົ້າຫູຊ້າຍ-ອອກທາງຫູຂວາ, ໂດຍບໍ່ໄດ້ຄິດ ສິ່ງທີ່ຄວນເຮັດຄື ຕິດຕາມໂດຍທຸກເວລາ. ຖ້າວ່າມີບັນຫາເຮົາຄວນແກ້ແນວໃດ? ມີຄວາມຄິດເພີ່ມຕື່ມບໍ່? ຖ້າຝຶກຄິດຕະຫຼອດເວລາຈະຊ່ວຍໃຫ້ມີຄວາມກະຕືລືລົ້ນ ເພີ່ມຂຶ້ນເລຶ້ອຍໆ ແລະ ເສີມທັກສະດ້ານຄວາມຄິດອີກນຳ.
3. ຄິດໃນທາງບວກ:
ຢ່າເບິ່ງທຸກສິ່ງໃນທາງລົບ, ຢ່າສ້າງທັດສະນະຄະຕິທີ່ບໍ່ດີໃນການເຮັດວຽກ ເມື່ອເກີດບັນຫາຂຶ້ນ ຈຶ່ງແກ້ໄຂຕາມຄວາມເປັນຈິງ ຢ່າຄິດບໍ່ດີຕັ້ງແຕ່ຍັງບໍ່ທັນໄດ້ເລີ່ມຕົ້ນ ເວັ້ນເສຍແຕ່ວ່າໄດ້ພະຍາຍາມແລ້ວ.
4. ຍອມຮັບການປ່ຽນແປງ.
ເມື່ອເກີດຄວາມປ່ຽນແປງໃນອົງກອນເຊັ່ນ: ມີການປັບ ຫຼື ແກ້ໄຂລາຍລະອຽດຂອງວຽກຕ່າງໆຢ່າຟ້າວຕໍ່ຕ້ານ ຫຼື ຄັດຄ້ານລອງປະຕິບັດຕາມກ່ອນ. ການປ່ຽນແປງບໍ່ແມ່ນບໍ່ດີສະເຫມີໄປ, ຫຼາຍໆຄັ້ງການປ່ຽນແປງເຮັດໃຫ້ສິ່ງຕ່າງໆດີຂື້ນ ແລະ ມີການປ່ຽນແປງຖ້າບໍ່ຄິດຮ້າຍເຮົາຈະມີຄວາມກະຕືລືລົ້ນເກີດຂື້ນສະເໝີ. ເນື່ອງຈາກວ່າຕ້ອງຮັບມືກັບສິ່ງໃຫມ່ໆ ອອກຈາກກອບເກົ່າໆຂອງຕົນເອງ.
5. ຊອກຫາດ້ານທີ່ດີຂອງສິ່ງທີ່ໄດ້ຮັບຜິດຊອບ:
ຄວາມກະຕືລືລົ້ນທໍາມະຊາດຈະເກີດຂຶ້ນເມື່ອພວກເຮົາມີຄວາມສົນໃຈ ຫຼື ພໍໃຈໃນບາງສິ່ງບາງຢ່າງ. ດັ່ງນັ້ນຖ້າເຮົາໄດ້ໜ້າທີ່ຄວາມຮັບຜິດຊອບຍັງມາ ລອງພິຈາລະນາວ່າ ມີສ່ວນໃດທີ່ຖືກໃຈກັບເຮົາ ຫຼື ບໍ່? ຢ່າງນ້ອຍໃຫ້ຄິດເຖິງຜົນທີ່ປາຍທາງວ່າ ຖ້າເຮົາເອົາຊະນະຕົນເອງໃນການໄດ້ເຮັດວຽກໃດໜຶ່ງ ປະສົບຜົນສຳເລັດໄດ້ທະລຸລ່ວງໄປດ້ວຍດີກໍຈະມີຄວາມສຸກ ແລະ ຄວາມກະຕືລືລົ້ນໄຫຼມາເອງແບບບໍ່ໄດ້ສ້າງເລີຍ.
ຖ້າກໍາລັງຊອກຫາວຽກເຮັດງານທໍາຢ່າລືມຫາຄວາມກະຕືລືລົ້ນ. ຖ້າບໍ່ແນ່ໃຈວ່າມີຄວາມກະຕືລືລົ້ນ ພຽງພໍ ຫຼື ບໍ່ລອງບົດແນະນໍາຢູ່ຂ້າງເທິງໄປປັບໃຊ້ກັບຕົນເອງເບິ່ງເດີ້.
