ໃນຊ່ວງທ້າຍປີນີ້ ຈະເຫັນໄດ້ວ່າມີມື້ພັກຍາວຫຼາຍ ແຕ່ກໍຍັງມີຫຼາຍຫ້ອງການທີ່ຍັງໄດ້ເຮັດວຽກຢູ່ ບໍ່ຕ້ອງນ້ອຍໃຈ ເຮົາມີວິທີປ່ຽນໃຫ້ເປັນໂອກາດ.
1. ທາງສະດວກລົດບໍ່ຕິດ
ຊ່ວງເວລາທີ່ມີການພັກຍາວ ຫຼາຍຄົນມັກຈະອອກໄປຫຼິ້ນຕ່າງແຂວງກັນເປັນສ່ວນຫຼາຍ ຫາກຕົນເອງຕ້ອງໄດ້ເຮັດວຽກໃນມື້ພັກນັ້ນບອກໄດ້ເລີຍວ່າໂຊກດີຫຼາຍ ເພາະວ່າອາດຈະຕື່ນສວຍກໍຍັງໄປເຮັດວຽກທັນເພາະລົດບໍ່ຕິດຖ້າທຽບກັບມື້ທຳມະດາແລ້ວເປັນໄປໄດ້ຍາກທີ່ຈະໄປທັນເວລາ.
2. ໄດ້ເງິນໂອທີ
ຕາມກົດໝາຍແຮງງານແລ້ວຄວນມີສິດໄດ້ຮັບຄ່າແຮງງານໃນມື້ພັກ. ດັ່ງນັ້ນ, ເວລານີ້ຖືເປັນໂອກາດທີ່ດີກ່ອນທຸກໆມື້ເລີຍ.
3. ມີໂອກາດສະແດງຜົນງານ
ຫາກເປັນມື້ທີ່ໝູ່ຮ່ວມງານລາພັກ ການທີ່ຕົນເອງມາເຮັດວຽກນັ້ນອາດຈະໄດ້ເຮັດວຽກເພີ່ມບາງຢ່າງຊຶ່ງນັບວ່າເປັນໂອກາດດີທີ່ ຈະໄດ້ສະແດງຜົນງານໃຫ້ຫົວໜ້າເຫັນວ່າເຮົາມີຄວາມຮູ້ທີ່ສາມາດເຮັດວຽກນອກຈາກໜ້າວຽກຂອງຕົນເອງ.
4. ມີເວລາພັກຜ່ອນໃນຫ້ອງການ
ໃນຊ່ວງເວລາເຮັດວຽກໃນມື້ປົກກະຕິ ອາດຈະຕ້ອງເລັ່ງວຽກ ແລະ ບໍ່ໄດ້ມີເວລາຢືດເສັ້ນຢືດສາຍ, ບໍ່ມີເວລາພັກສາຍຕາຈາກຄອມພິວເຕີ ແຕ່ຖ້າເປັນມື້ພັກນີ້ເຮົາສາມາດເຮັດວຽກແບບສະບາຍໆບໍ່ເຄັ່ງຕຶງ ແລະ ບໍ່ມີຄົນມາຈັບຜິດອິກດ້ວຍ.
