108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

ຕົວຢ່າງການສຳພາດວຽກ ເປັນພາສາອັງກິດ ແລະ ແນວທາງການຕອບ

ຕົວຢ່າງການສຳພາດວຽກ ເປັນພາສາອັງກິດ ແລະ ແນວທາງການຕອບ
30 ກັນຍາ 2021 · ໂພສ 5 ປີທີ່ແລ້ວ

ໂດຍປົກກະຕິ, ການສໍາພາດວຽກແມ່ນ ເລື່ອງທີ່ໜັກໃຈໃຫ້ກັບຜູ້ຫາວຽກຫຼາຍຄົນ ແຕ່ຕ້ອງໄດ້ເພີ່ມ ການສໍາພາດໃນພາສາທີສອງ ຫຼື ສາມ ຍິ່ງເພີ່ມຄວາມກົດດັນ. ແຕ່ໃນປັດຈຸບັນການທີ່ຖືກສຳພາດເປັນພາສາອັງກິດກໍບໍ່ແມ່ນສິ່ງໃຫມ່ເລີຍ. ໂດຍສະເພາະແມ່ນໃນເວລາທີ່ທ່ານສົນໃຈກັບການເຮັດວຽກກັບບໍລິສັດຂະຫນາດໃຫຍ່. ແທນທີ່ຈະສູນເສຍເວລາກັງວົນເຮົາຄວນມາຝຶກຊ້ອມພາສາອັງກິດກ່ອນເພື່ອເຮັດໃຫ້ມີຄວາມຫມັ້ນໃຈສູງສຸດ.

 

ເບິ່ງບົດສົນທະນາເຫຼົ່ານີ້ ແລະ ພະຍາຍາມຕອບຄໍາຖາມຕາມທໍາມະຊາດ. ຫລີກລ່ຽງການເລົ່າແບບນົກແກ້ວ ແຕ່ພະຍາຍາມເຂົ້າໃຈທັງຄຳຖາມ ແລະ ຄຳຕອບເອົາໄວ້ໃນແບບຂອງຕົນເອງຈະເປັນການດີ.

1. ເປັນຫຍັງທ່ານຕ້ອງການເຮັດວຽກຮ່ວມກັບພວກເຮົາ? ເປັນຫຍັງສົນໃຈວຽກງານນີ້?

Why do you want to work for this company? 

Why are you interested in this job?

What interests you about this job?

ແນວທາງການຕອບ: ເຮົາຈະຕ້ອງເຂົ້າໃຈຈຸດເດັ່ນຂອງບໍລິສັດ ຫຼື ຕຳແໜ່ງຂອງການເຮັດວຽກທີ່ເຮົາສະໝັກວ່າຍ້ອນຫຍັງເຮົາຈຶ່ງຢາດຮ່ວມເຮັດວຽກນຳອາດຈະເປັນການທ້າທາຍໃນການເຮັດວຽກ, ໂອກາດຄວາມກ້າວໜ້າ ຫຼື ຜົນຕອບແທນກໍຂຶ້ນຢູ່ກັບໂຕເຮົາເອງ ສິ່ງສຳຄັນຄວນຕອບຄຳຖາມໃຫ້ເປັນຕາມຄວາມຮູ້ສຶກທີ່ແທ້ຈິງ.

 

Challenges. Career path/ Career opportunities.

2. ເປັນຫຍັງບໍລິສັດຈຶ່ງຈ້າງເຈົ້າ? ແລະ ເປັນຫຍັງເຈົ້າຈຶ່ງເໝາະສົມກັບຕຳແໜ່ງນີ້ທີ່ສຸດ?

Why should we hire you?

Tell me about yourself. Why should we hire you?

Are you the best person for this job? Why?

ເຈົ້າເຮັດຫຍັງໃຫ້ບໍລິສັດໄດ້ແດ່? What can you contribute to this company?

ແນວທາງການຕອບ: ເຮົາຈະຕ້ອງຮູ້ເປັນຢ່າງດີວ່າຕຳແໜ່ງທີ່ສະໝັກນັ້ນຕອ້ງການຄຸນສົມບັດແບບໃດ ໂດຍເບິ່ງຈາກການປະກາດຊອກຫາວຽກກໍໄດ້ ແລະ ຈຸດເດັ່ນຂໍ້ໃ ຂອງເຮົາຈະຊ່ວຍໃຫ້ຄຳຕອບຂອງເຮົາເປັນເຫດຜົນທີ່ດີທີ່ສຸດ.

I have the experience and effective communication skills to be an asset to your company.

Think that my experience in the XXX industry and my ability to work autonomously make me a good match for this position.

 

3. ຈົ້າເຫັນຄວາມທ້າທາຍຫຍັງໃນວຽກນີ້?

What are you looking for in your next position?

What challenges are you looking for in your next job?

ແນວທາງການຕອບ: ຕອບໂດຍເຊື່ອມໂຍງກັບຄຸນສົມບັດທີ່ເຮົາມີ.

I’m looking for a position where I can have the opportunity to successfully use my skills.

I am looking for the opportunity to use the skills that I have developed during my years in marketing.

 

4. ເຄີຍມີປະສົບການດ້ານນີ້ມາ ຫຼື ບໍ່?

Have you done this kind of work before?

What relevant experience do you have?

ແນວທາງການຕອບ: ເລົ່າຕາມຄວາມເປັນຈິງ. ຖ້າເປັນໜ້າວຽກທີ່ໃກ້ຄຽງວຽກເກົ່າສາມາດເລົ່າປະສົບການທີ່ມີໄດ້ເລີຍ ແຕ່ຖ້າບໍ່ມີປະສົບການເຮັດວຽກໂດຍກົງອາດຈະຄິດຫາຕອນຊ່ວງຝຶກງານ, ເຮັດກິດຈະກຳພິເສດທີ່ສາມາດເວົ້າເຖິງ ແລະ ຊ່ວຍເພີ່ມມູນຄ່າໃຫ້ໂຕເຮົາໄດ້ເຊັ່ນກັນ.

 

5. ເຮັດວຽກພາຍໃຕ້ຄວາມກົດດັນແບບໃດ?

How well do you work under pressure or tight deadlines?

How do you handle pressure?

ແນວທາງການຕອບ: ລອງຍົກຕົວຢ່າງສະຖານະການເຮົາເຄຍປະສົບມາໂດຍກົງອາດຈະເປັນພາບລວມ.

I react to situations, rather than to stress. That way, the situation is handled and doesn’t become stressful. For example, when I deal with an unsatisfied customer, I focus on the task at hand. I believe my ability to communicate effectively with customers during these moments helps reduce my own stress in these situations, and also reduces any stress the customer may feel.

 

6. ເຄິຍພົບບັນຫາທີ່ທ້າທາຍຫຍັງບໍ່ໃນວຽກທີ່ຜ່ານມາ? ແລະ ແກ້ໄຂແນວໃດ?

Describe a difficult experience at work and how you handled it.

What major challenges have you handled?

What problems have you encountered at work?

ແນວທາງການຕອບ: ເຊັ່ນດຽວກັບຂໍ້5 ເຮົາສາມາດຍົກຕົວຢ່າງ ສະຖານະການທີ່ເຮົາເຄິຍມີປະສົບການມາໂດຍກົງ.

 

7. ມີເປົ້າໝາຍໃນການເຮັດວຽກໃນໄລລະຍາວແນວໃດ?

What are your long-term goals or career plans?

What are your long range goals?

Describe your career goals.

ເຫັນໂຕເອງເປັນແບບໃດອີກ 5ປີຕໍ່ໜ້າ? Where do you see yourself in five years?

ແນວທາງການຕອບ: ຕອບຄຳຖາມຂໍ້ນີ້ ໂດຍເບິ່ງຜ່ານມຸມມອງຂອງບໍລິສັດ ລອງຄິດເບິ່ງວ່າເຮົາສາມາດເຮັດຫຍັງໃຫ້ບໍລິສັດໄດ້ແດ່ໃນຕຳແໜ່ງວຽກທີ່ກຳລັງສຳພາດຢູ່.

 

8. ລັກສະນະການເຮັດວຽກຂອງເຈົ້າເປັນແບບໃດ? ມັກເຮັກວຽກດ່ຽວ ຫຼື ເປັນທີມ

Describe your work style.

Do you prefer to work alone or on a team?

ແນວທາງການຕອບ: ລອງຂຶ້ນຕົ້ນປະໂຫຍດ ຫຼື ເສິມປະໂຫຍດເຫຼົ່ານີ້ໃນຄຳຕອບ   

My work style is extremely flexible, …

I am extremely dependable, …

While I complete most of my work independently, I value input and will consult with team members to ensure we’re all on the same track.

 

9. ແມ່ນຫຍັງຄືຈຸດແຂງ ແລະ ຈຸດເດັ່ນຂອງເຈົ້າ?

What do you feel are your greatest strengths?

What is your greatest strength?

ມີຄວາມສາມາດຍັງແດ່ທີ່ນອກຈາກທີ່ເຮົາໄດ້ລົມກັນແລ້ວ ຫຼື ບໍ່? Do you have any other skills of experiences that we have not discussed?

ແນວທາງການຕອບ: ຕອບຕາມຄວາມເປັນຈິງ ບໍ່ຄວນຖ່ອມຕົນຈົນຫຼາຍເກີນໄປ. ແຕ່ຕ້ອງລະວັງບໍ່ຄວນເສີມຈົນຄວາມສາມາດເບິ່ງສູງເກີນໄປ.

I am a skilled salesman with over ten years of experience. I have exceeded my sales goals every quarter.

 

10. ແມ່ນຫຍັງຄືຈຸດອ່ອນ?

What do you feel are your weaknesses?

What is your greatest weakness?

ແນວທາງການຕອບ: ວິເຄາະໃຫ້ອອກກ່ອນວ່າ ຄຸນສົມບັດທີ່ສຳຄັນຕໍ່ຕຳແໜ່ງນີ້ຄືຫຍັງ? ແລ້ວເລືອກເວົ້າ ຄຸນສົມບັດອື່ນໆ ທີ່ບໍ່ຈຳເປັນໃນວຽກນີ້ ແລະ ສາມາດເວົ້າຈຸດອອ່ນໃຫ້ກາຍເປັນຈຸດເດັ່ນໄດ້ຕົວຢ່າງເຊັ່ນ:

When I’m working on a project, I don’t want just to meet deadlines. I rather prefer to complete the project ahead of schedule.

Being organized wasn’t my strongest point, but I implemented a time management system that really helped my organization skills.

 

11. ຈະເວົ້າເຖິງບໍລິສັດເກົ່າຂອງເຈົ້າແນວໃດ?

How would you describe your last employer? 

ແນວທາງການຕອບ: ຫຼີກລ່ຽງການເວົ້າເຖິງຂໍ້ເສຍຂອງບ່ອນເຮັດວຽກເກົ່າ ເວົ້າເຖິງພາບລວມຕາມຄວາມເປັນຈິງ ແລະ ເປັນກາງ.

 

12. ຂໍຄຳອະທິບາຍທີ່ເປັນເຈົ້າ/ເຈົ້າຈະອະທີບາຍຄວາມເປັນໂຕເອງແນວໃດ?

What words would be describe you?

How do people describe you?

How would you describe yourself?

ແນວທາງການຕອບ: ເຊັ່ນດຽວກັບຫຼາຍໆຂໍ້ຂ້າງເຖິງ ພິຈາລະນາກ່ອນວ່າຄຸນສົມບັດໃດທີ່ເຮົາມີ ແລະ ເໝາະສົມກັບຕຳແໜ່ງທີ່ສະໝັກເລືອກເວົ້າແຕ່ຄຸນສົມບັດທີ່ຈະຊ່ວຍເພີ່ມມູນຄ່າໃຫ້ເຮົາໄດ້.

 

13. ຍ້ອນຫຍັງຈຶ່ງອອກຈາກບ່ອນເຮັດວຽກເກົ່າ?

Why did you leave your last position?

Why are you leaving your job? 

Why did you resign? 

ແນວທາງການຕອບ: ອາດຈະຕອບວ່າ ຕ້ອງການປ່ຽນວຽກເພື່ອຄວາມກ້າວໜ້າ, ເພື່ອໂອກາດໃນໜ້າທີ່ການງານເພີ່ມຂຶ້ນ ຫຼື ເພື່ອຕຳແໜ່ງທີ່ສູງຂຶ້ນ.

Want to change jobs for advancement for more opportunities or for larger positions.

 

14. ເຈົ້າຮູ້ຫຍັງກັບອົງກອນເຮົາແດ່?

What do you know about our company?

ແນວທາງການຕອບ: ການສຶກສາຂໍ້ມູນຕ້ອງແມ່ນກ່ຽວກັບບໍລິສັດທີ່ເຮົາໄປສະໝັກວຽກເທົ່ານັ້ນທີ່ຈະຊ່ວຍເຮົາຕອບຄຳຖາມນີ້ໄດ້.