108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

“ເປັນຫຍັງຈຶ່ງອອກບ່ອນເຮັດວຽກເກົ່າ” ຕອບແນວໃດດີ

“ເປັນຫຍັງຈຶ່ງອອກບ່ອນເຮັດວຽກເກົ່າ” ຕອບແນວໃດດີ
30 ກັນຍາ 2021 · ໂພສ 5 ປີທີ່ແລ້ວ

ຄໍາຖາມສໍາພາດວຽກ ທີ່ຕອບຍາກທີ່ສຸດ ອີກຄຳຖາມກໍຄືຈະເປັນ “ສາເຫດຫຍັງເຈົ້າຈຶ່ງປ່ຽນວຽກ” ເປັນທີ່ຮູ້ຈັກກັນດີວ່າການທີ່ຄົນໜຶ່ງຄິດທີ່ຈະປ່ຽນວຽກ ຕ້ອງບໍ່ພົ້ນຄຳວ່າບໍ່ພໍໃຈໃນບ່ອນເຮັດວຽກເກົ່າ ໃນດ້ານ ຕ່າງໆ ບໍ່ວ່າຈະເປັນເລື່ອງລະບົບວຽກ, ຫົວໜ້າ, ໝູ່ຮ່ວມເຮັດວຽກ, ເງິນເດືອນ ຫຼື ສະວັດດີການຕ່າງໆ ບໍ່ວ່າຢ່າງໃດກໍຕາມ ແທ້ຈິງແລ້ວເບື້ອງຫຼັງຂອງຄຳຖາມນີ້ ຈະເປັນຄຳຖາມເພື່ອ ທົດສອບທັດສະນະຄະຕິ ຂອງຜູ້ຖືກສຳພາດ. ດັ່ງນັ້ນ ບໍ່ມີປະໂຫຍດທີ່ຈະຕອບຄຳຖາມນີ້ ບັນຫາຕ່າງໆທີ່ປະສົບພົບພໍ້ມາເຖິງແມ່ນ ບ່ອນເຮັດວຽກເກົ່າ ຈະມີບັນຫາກໍຕາມ ລອງຕອບຄຳຖາມນີ້ດ້ວຍການເນັ້ນໄປໜຶ່ງໃນສາມຂໍ້ດັ່ງຕໍ່ໄປນີ້:

 

1. ຕົນເອງ:

ເຊັ່ນວ່າຕ້ອງການປ່ຽນວຽກງານເພື່ອຄວາມກ້າວໜ້າ, ເພື່ອໂອກາດໃນການເຮັດວຽກເພີ່ມຂຶ້ນ ຫຼື ເພື່ອຕໍາແໜ່ງທີ່ໃຫ່ຍຂຶ້ນ.

 

2. ວຽກທີ່ສະໝັກ:

ເນື້ອໃນວຽກທີ່ສະໝັກມີຄວາມໜ້າສົນໃຈ ແລະ ທ້າທາຍ, ອີກທັງຍັງເປີດໂອກາດໃຫ້ຕົນເອງ ໄດ້ໃຊ້ຄວາມສາມາດຢ່າງເຕັມທີ່ເຊັ່ນ: ໄດ້ໃຊ້ພາສາຕ່າງປະເທດ, ມີການເດີນທາງ, ການຕິດຕໍ່ກັບຕ່າງຊາດ, ມີໂອກາດໄດ້ເຮັດໂຄງການໃຫ່ຍໆ.

 

3. ບໍລິສັດທີ່ສະໝັກວຽກ:

ຫາກເປັນບໍລິສັດໃຫ່ຍ ສາມາດກ່າວເຖິງຄວາມໝັ້ນຄົງ, ລະບົບທີ່ດີ, ຄວາມພາກພູມໃຈທີ່ໄດ້ຢູ່ອົງກອນລະດັບຊາດ ຫຼື ຖ້າເປັນບໍລິສັດນ້ອຍໆ ກໍສາມາດເປີດໂອກາດໃຫ້ຕົນເອງເຮັດວຽກຢ່າງຄົບວົງຈອນຫຼາຍຂຶ້ນ ຫຼື ເຮັດວຽກສະເພາະທາງຫຼາຍຂຶ້ນ.

 

ບໍ່ມີຄຳຕອບຕາຍໂຕສຳລັບຄຳຖາມນີ້ ແຕ່ບໍ່ວ່າຈະເລືອກຕອບເຫດຜົນໃດກໍຕາມ ຢ່າລືມວ່າຄໍາຕອບ ຂອງທ່ານຕ້ອງເປັນເຫດຜົນທີ່ແທ້ຈິງ ພຽງແຕ່ບໍ່ເນັ້ນທາງລົບ ຢາກໃຫ້ເບິ່ງໃນມຸນບວກ ແລະ ອານາຄົດ, ໄປຮອດສິ່ງທີ່ສາມາດໃຫ້ບໍລິສັດໃໝ່ ແລະ ສິ່ງທີ່ຄາດຫວັງຈະໄດ້ຮັບຈາກບໍລິສັດໃໝ່ຫຼາຍກ່ວາ.

ສຸດທ້າຍແລ້ວ, ເໜືອກ່ວາຄຳຕອບອື່ນໆ ການສຶ່ສານ, ບຸກຄະລິກຄະພາບ, ຄຸນສົມບັດ ແລະ ຄວາມສາມາດຂອງຕົນເອງ ທີ່ຈະສົ່ງຜົນຕໍ່ບໍລິສັດໃໝ່ໃນການພິຈາລະນາເຂົ້າເຮັດວຽກ ຫຼື ບໍ່? ບໍ່ຄວນກັງວົນກັບຄຳຖາມໃດຄຳຖາມໜຶ່ງຫຼາຍເກີນໄປ.