108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

7 ແນວທາງການສໍາພາດວຽກ ແລະ ແນວທາງການຕອບ ສູ່ຕຳແໜ່ງພະນັກງານຂາຍ

7 ແນວທາງການສໍາພາດວຽກ ແລະ ແນວທາງການຕອບ ສູ່ຕຳແໜ່ງພະນັກງານຂາຍ
30 ກັນຍາ 2021 · ໂພສ 5 ປີທີ່ແລ້ວ

ມັນຄ້າຍຄືກັບການຈໍາລອງ ການສະເໜີວຽກແຂ່ງກັບຄົນອື່ນໆ. ເວລານີ້ຈຶ່ງເປັນໂອກາດທີ່ຈະຂາຍທັກສະ ແລະ ປະສົບການ. ແຕ່ບໍ່ວ່າຕົນເອງຈະເປັນພະນັກງານຂາຍຫຼາຍປີແລ້ວກໍຕາມ "ການສໍາພາດວຽກ" ຍັງເປັນຂັ້ນຕອນທີ່ສາມາດເຮັດໃຫ້ຕື່ນເຕັ້ນໄດ້ສະເໝີ. ຈະປະສົບຜົນສໍາເລັດໃນການສໍາພາດວຽກ ຫຼື ບໍ່? ບໍ່ໄດ້ຂຶ້ນກັບຈໍານວນຄໍາຕອບທີ່ທ່ານຕອບຖືກ. ແຕ່ມັນຂຶ້ນກັບຄວາມເຂົ້າໃຈຄໍາຖາມໄດ້ຢ່າງຖືກຕ້ອງ ແລະ ຄໍາຕອບທີ່ດີຈະເຮັດໃຫ້ໂດດເດັ່ນຫຼາຍກ່ວາພວກເຮົາໄດ້ລວມເອົາຄວາມຫມາຍ ໃນແຕ່ລະຄໍາຖາມທີ່ຜູ້ປະກອບການຕ້ອງຮູ້ ແລະ ແນະນໍາຄໍາຕອບອີກດ້ວຍ.

 

1. ແມ່ນຫຍັງທີ່ເຈົ້າມັກຫຼາຍທີ່ສຸດກ່ຽວກັບການເປັນພະນັກງານຂາຍ? 

ຄວາມໝາຍ: ຜູ້ສໍາພາດຕ້ອງຢາກຮູ້ວ່າແມ່ນຫຍັງຄືສິ່ງທີ່ພັກດັນ ແລະ ແຮງບັນດານໃຈທີ່ເຮັດໃຫ້ຢາກເພະນັກງານຂາຍ.

ວິທີການຕອບ: ເລືອກຄໍາຕອບຈາກປະສົບການຂອງຕົນເອງ ເວົ້າເຖິງດ້ານຕ່າງໆຂອງຂະບວນການຂາຍ ທີ່ຄິດວ່າມີຄວາມຕື່ນເຕັ້ນເຊັ່ນ: ການພົວພັນກັບຄົນທີ່ແຕກຕ່າງກັນ, ຜະລິດຕະພັນທີ່ທ່ານຂາຍສົ່ງຜົນໃຫ້ສັງຄົມແນວໃດ? ພະຍາຍາມເວົ້າແບບບໍ່ເປັນທາງການ ແລະ ເວົ້າຢ່າງສະເພາະເຈາະຈົງ. ຄໍາຕອບນີ້ຈະສະແດງໃຫ້ຜູ້ສໍາພາດເຫັນເຖິງຄວາມຈິງໃຈ, ຄວາມຮັກ ແລະ ຄວາມເຊື່ອທີ່ມີຕໍ່ອາຊີບນີ້.

 

2. ຄິດວ່າແມ່ນຫຍັງເປັນປັດໃຈສໍາຄັນທີ່ເຮັດໃຫ້ເຈົ້າປະສົບຜົນສໍາເລັດໃນອາຊີບນີ້?

ຄວາມໝາຍ: ເປັນການທົດສອບລັກສະນະແລະຄຸນລັກສະນະຂອງທ່ານ.

ວິທີການຕອບ: ຍົກເອົາປັດໄຈທີ່ຄິດວ່າກຽ່ວພັນຕໍ່ການປະສົບຜົນສໍາເລັດ ໃນອາຊີບ 2-3ຢ່າງ ແລະ ໃຫ້ເຫດຜົນວ່າເປັນຫຍັງຈຶ່ງຄິດວ່າມັນສິ່ງສໍາຄັນ?

 

3. ແຮງບັນດານໃຈສໍາລັບການຂາຍແມ່ນຫຍັງ? 

ຄວາມໝາຍ: ນາຍຈ້າງຕ້ອງການຮູ້ວ່າ ແມ່ນຫຍັງທີ່ເປັນແຮງພັກດັນ ສໍາລັບການເຮັດວຽກ ແລະ ເໝາະສົມ ກັບບໍລິສັດ ຫຼື ບໍ່? ຖ້າພວກເຂົາຕົກລົງຈ້າງເຮັດວຽກ.

ວິທີການຕອບ: ຕອບຄໍາຖາມນີ້ຢ່າງຊື່ສັດ, ຢ່າຕອບຄຳຖາມສ້າງພາບທີ່ຄິດວ່າຜູ້ສຳພາດຕ້ອງການຟັງ. ຖ້າຕ້ອງການຈະເຕີບໂຕ ມີອານາຄົດໃນການເຮັດວຽກຂອງອົງການໃດຫນຶ່ງຄວນພິຈາລະນາວັດທະນະທໍາຂອງອົງກອນ ແລະ ສິ່ງທີ່ອົງການຕ້ອງການນັ້ນສອດຄ່ອງກັນ ຫຼື ບໍ່? ໃຊ້ໂອກາດນີ້ເພື່ອສະແດງຄວາມເປັນຕົນເອງ, ບອກແຮງບັນດານໃຈ ຜະລິດຕະພັນ-ບໍລິການທີ່ເປັນຜົນກໍາໄລທີ່ຈັບຕ້ອງໄດ້ ຫຼື ການເຮັດຍອດຂາຍເກີນເປົ້າ.

 

4. ຊ່ວຍບອກວິທີການຂາຍຕັ້ງແຕ່ເລີ່ມຕົ້ນ ຈົນສໍາເລັດການຂາຍ ກັບຄົນທີ່ຫວັງວ່າຈະເປັນລູກຄ້າໃນອະນາຄົດໄດ້ບໍ່? 

ຄວາມໝາຍ: ອົງການຕ້ອງການທີ່ຈະປະເມີນຄວາມສາມາດດ້ານສັງຄົມຂອງທ່ານ, ວິທີການຫາລູກຄ້າ ແລະ ວິທີການຂາຍ.

ວິທີການຕອບ: ຕອບຄໍາຖາມ ເນັ້ນຫນັກໃສ່ການສະແດງຄວາມສາມາດ ໃນການສ້າງຄວາມສໍາພັນກັບລູກຄ້າ, ເນັ້ນການສື່ສານກັບລູກຄ້າແນວໃດ "ຟັງ" ໃຫ້ກັບລູກຄ້າຫຼາຍນ້ອຍເທົ່າໃດ. ຍົກຕົວຢ່າງຄໍາຖາມສ່ວນໃຫ່ຍທີ່ໃຊ້ເພື່ອເຂົ້າເຖິງລູກຄ້າຂອງທ່ານ. ທັກສະການນໍາສະເຫນີວຽກທີ່ດີມີຄວາມສໍາຄັນ. ແຕ່ວ່ານີ້ບໍ່ແມ່ນປັດໄຈດຽວທີ່ເຮັດໃຫ້ປິດການຂາຍໄດ້. ສິ່ງທີ່ສໍາຄັນກວ່ານີ້ແມ່ນຄວາມສາມາ ໃນການຟັງ ແລະ ສ້າງຄວາມສໍາພັນທີ່ດີກັບລູກຄ້າເພື່ອໃຫ້ມີຄວາມເຊື່ອໝັ້ນ ແລະ ຄວາມຫມັ້ນໃຈເຊິ່ງຈະສົ່ງຜົນຕໍ່ການຂາຍຂອງທ່ານ.

 

5. ຄວາມສໍາເລັດທີ່ຫນ້າຈົດຈໍາທີ່ສຸດໃນອະດີດແມ່ນຫຍັງ?

ຄວາມໝາຍ:     ຜູ້ສໍາພາດຕ້ອງການຮູ້ ການຂາຍຂອງທ່ານປະສົບຜົນສໍາເລັດແນວໃດ? ແລະ ຕ້ອງການເບິ່ງ ທັກສະການຂາຍຂອງທ່ານ.

ວິທີການຕອບ:   ເລືອກເອົາຕົວຢ່າງສະເພາະທີ່ສະແດງໃຫ້ເຫັນຈຸດແຂງ ແລະ ທັກສະທີ່ໂດດເດັ່ນໃນການ ເປັນຜູ້ຂາຍ. ຖ້າເປັນໄປໄດ້ໃຫ້ຕົວຢ່າງ ຍອດຂາຍທີ່ເຄີຍເຮັດທະລຸເປົ້າ ຫຼື ເຫດການທີ່ເຮັດໃຫ້ທ່ານເປັນຄົນ ເລີ່ມສ້າງສັນຂະບວນການຂາຍໃຫມ່ ທີ່ເພີ່ມຍອດຂາຍຂອງທີມໃນໄຕມາດ ຫຼື ຮອບປີ. ພະຍາຍາມບອກ ລາຍລະອຽດຫຼາຍເທົ່າທີ່ເປັນໄປໄດ້. ລວມເຖິງຂັ້ນຕອນແຕ່ລະຂັ້ນວ່າທ່ານເອົາຊະນະບັນຫາຕ່າງໆ ແລະ ອຸປະສັກລະຫວ່າງທາງແນວໃດ ເພື່ອໃຫ້ໄດ້ໃຈຜູ້ສໍາພາດຫຼາຍຂຶ້ນ.

 

6. ເຮົາມັກຮຽນຮູ້ຈາກຄວາມລົ້ມເຫຼວຫຼາຍກ່ວາຄວາມສໍາເລັດ ຊ່ວຍບອກເຖິງຄວາມລົ້ມເຫຼວຂອງ ການຂາຍ ແລະ ເຈົ້າໄດ້ຮຽນຮູ້ຫຍັງຈາກປະສົບການນັ້ນ? 

ຄວາມໝາຍ: ການເວົ້າເຖິງຄວາມລົ້ມເຫຼວແມ່ນສິ່ງທ້າທາຍຢ່າງໜຶ່ງ ການຕອບຄໍາຖາມນີ້ຈະສະແດງໃຫ້ຜູ້ສໍາພາດເຫັນວຸດທິພາວະ ແລະ ການຈັດອາລົມຄວາມຮູ້ສຶກຂອງທ່ານ.

ວິທີການຕອບ: ຍົກຕົວຢ່າງໃນອະດີດທີ່ເຮັດຜິດພາດ ອະທິບາຍວ່າເພາະສາເຫດຫຍັງ? ຈຶ່ງເກີດຄວາມຜິດພາດນັ້ນອະທິບາຍການໄດ້ຮຽນຮູ້ ແລະ ເຕີບໃຫຍ່ຈາກເຫດການນັ້ນຫຼາຍເທົ່າໃດ? ຄໍາຕອບນີ້ຈະສະແດງ ໃຫ້ເຫັນວ່າທ່ານບໍ່ອາຍທີ່ຈະຍອມຮັບເອົາຄວາມຜິດພາດ ແລະ ການເຕີບໃຫຍ່ຈາກປະສົບການຄັ້ງນັ້ນ.

 

7. ຄິດວ່າແມ່ນຫຍັງຄືຄວາມທ້າທາຍໃນການເປັນພະນັກງານຂາຍ ແລະ ມີວິທີຈັດການກັບສິ່ງທ້າທາຍ ແລະ ອຸປະສັກແນວໃດ? 

ຄວາມໝາຍ: ອົງການຕ້ອງການຮູ້ຈຸດອອ່ນຂອງທ່ານ ແລະ ຕ້ອງການທີ່ຈະປະເມີນວ່າທ່ານສາມາດຈັດການກັບບັນຫາຕ່າງໆທີ່ຢູ່ພາຍໃຕ້ຄວາມກົດດັນ.

ວິທີການຕອບ: ຄວາມຊື່ສັດເປັນຈຸດຂາຍຂອງທ່ານ ບອກອົງການເຖິງຈຸດອ່ອນທີ່ທ່ານຄິດວ່າເປັນອຸປະສັກທີ່ໃຫຍ່ທີ່ສຸດ. ນອກຈາກນັ້ນໃຫ້ອະທິບາຍໃຫ້ພວກເຂົາຮູ້ວິທີຈັດການກັບຄວາມບົກຜ່ອງນັ້ນແນວໃດ, ສິ່ງທີ່ອົງກອນຕ້ອງການຄືຢາກເຫັນທ່ານກ້າຍອມຮັບໃນຂໍ້ຜິດພາດ ແລະ ປັບປຸງພັດທະນາຕົນເອງຢ່າງຕໍ່ເນື່ອງ.