ຫຼາຍຄົນອາດຈະພົບບັນຫາວ່າ: ເປັນຫຍັງຈົບມາດົນແລ້ວແຕ່ຍັງບໍ່ໄດ້ວຽກ? ສົ່ງໃບສະໝັກໄປຫຼາຍບໍລິສັດແລ້ວແຕ່ກໍຍັງບໍ່ໄດ້ວຽກ? ຖ້າພົບບັນຫາແບບນີ້ຄວນເຮັດແນວໃດດີ?.
ພວກເຮົາເລີຍມີວິທີທີ່ທຸກທ່ານສາມາດເອົາໄປປັບໃຊ້ໃຫ້ເຂົ້າກັບຕົນເອງມາແບ່ງປັນ.
1. ກ່ອນອື່ນຕ້ອງເບິ່ງວ່າເຮົາມີຄວາມຕັ້ງໃຈຫຼາຍປານໃດ
ສຳລັບນັກສຶກສາຈົບໃໝ່ ແນ່ນອນຫຼາຍຄົນອາດຈະຍັງບໍ່ຮູ້ວ່າຕົນເອງເໝາະສົມກັບວຽກໃດ? ແມ່ນວ່າເຮົາຈະເໝາະສົມກັບທຸກໆວຽກສະເໝີໄປ ເຮັດໃຫ້ເຮົາຍືນໃບສະໝັກວຽກໄປແບບບໍ່ລະອຽດ ຫຼື ຄິດວ່າຕໍາແໜ່ງທີ່ເຮົາສະໝັກໄປອາດຈະເຮັດໄດ້ຄິດແຕ່ວ່າຂໍໃຫ້ໄດ້ວຽກກ່ອນ. ນີ້ອາດເປັນສາເຫດທີ່ເຮັດໃຫ້ບໍ່ໄດ້ວຽກ. ເຮົາຕ້ອງເລີ່ມຈາກການ ຄົ້ນຫາຕົນເອງໃຫ້ພົບກ່ອນວ່າວຽກທີ່ເໝາະສົມກັບວຽກແບບໃດ, ເລີ່ມຈາກສາຍການຮຽນທີ່ຮຽນມາເພາະຈະມີໂອກາດໄດ້ວຽກກວ່າສາຍອື່ນ ຫຼື ອາດຈະສະໝັກວຽກຕາມຄວາມມັກ, ຄວາມສົນໃຈໃນວຽກນັ້ນ. ແຕ່ຕ້ອງເຮັດໃຫ້ອົງກອນທີ່ໄປສະໝັກວຽກນັ້ນຮູ້ສຶກໝັ້ນໃຈໃນຄວາມຕັ້ງໃຈ ແລະ ສາມາດເຮັດວຽກໃນຕຳແໜ່ງທີ່ສະໝັກໄດ້ແທ້.
2. ມີຂໍ້ຈຳກັດໃນການເຮັດວຽກຫຼາຍເກີນໄປ ຫຼື ບໍ່?
ນັກສຶກສາຈົບໃໝ່ບາງຄົນຕ້ອງການເຮັດວຽກ ແຕ່ວັນຈັນ-ສຸກ ເວລາ8:00-17:00 ຢູ່ໃນເຂດຕົວເມືອງ, ເດີນທາງສະດວກເທົ່ານັ້ນ ຊຶ່ງປັດຈຸບັນຫຼາຍໆບໍລິສັດເຮັດວຽກໃນວັນເສົາ ແລະ ອາດຈະມີການປັບປ່ຽນເວລາ. ການທີ່ເຮົາສ້າງຂໍ້ຈຳກັດໃນການເຮັດວຽກມັນຈະເປັນຕົວຫຼູດໂອກາດໃນການເຮັດວຽກຫຼາຍຂຶ້ນ.
3. ຢ່າລືມປັບປຸງຕົນເອງ
ຫຼາຍຄົນນອກຈາກບໍ່ມີປະສົບການໃນການເຮັດວຽກແລ້ວ ຍັງບໍ່ເຄີຍຜ່ານການສຳພາດວຽກ ເຊິ່ງໃນການສຳພາດເຂົ້າເຮັດວຽກນັ້ນບຸກຄະລິກເປັນສິ່ງທີ່ສຳຄັນ. ສະນັ້ນ, ຄວນສຶກສາຂໍ້ມູນ ຫຼື ຕ້ອງມີການປ່ຽນບຸກຄະລິກແນວໃດ? ຖ້າເປັນຄົນຂິ້ອາຍເວລາລົມກັບໃຜແລ້ວບໍ່ກ້າສົບຕາ ກໍອາດຈະລອງແນມເປັນໄລຍະໆ, ຖ້າເປັນຄົນແຕ່ງໂຕບໍ່ເກັ່ງກໍອາດຈະຊອກຫາວິທີແຕ່ງໂຕໄປສະໝັກວຽກ ຫຼື ຖ້າເປັນຄົນເວົ້າໄວກໍຄວນຝຶກໃຫ້ເວົ້າຊ້າລົງ ແລະ ຊັດເຈນສິ່ງເຫຼົ່ານີ້ລ້ວນແຕ່ມີຜົນໃນການສໍາພາດ.
