ການສຳພາດວຽກແຕ່ລະຄັ້ງຜູ້ທີ່ຖືກສຳພາດຕ້ອງໄດ້ກຽມໂຕເອງໃຫ້ພ້ອມໃນການຕອບຄຳຖາມແບບໝັ້ນໃຈທີ່ສຸດ ແຕ່ບໍ່ໄດ້ແມ່ນເລື່ອງງ່າຍເລີຍທີ່ຈະສາມາດຕອບໄດ້ກິນໃຈຜູ້ສຳພາດ, ນີ້ເປັນຕົວຢ່າງຄຳຖາມທີ່ມັກຖືກຖາມກັນຫຼາຍທີ່ສຸດໃນເວລາສຳພາດວຽກ ແຕ່ຖ້າໄປສຳພາດວຽກກັບບໍລິສັດຕ່າງປະເທດກໍ່ຕ້ອງກຽມເປັນພາສາອັງກິດໄວ້ພ້ອມ.
- ຖາມ: ແນະນຳໂຕເອງໃຫ້ຮູ້ຈັກຫຼາຍຂື້ນອີກແດ່?
- ຕອບ: ຄວນເລົ່າແຕ່ປະສົບການທີ່ກ່ຽວຂ້ອງ ຫຼື ເລື່ອງມີຜົນຕໍ່ການສຳພາດວຽກໃນຄັ້ງນີ້ ແລະ ຂໍ້ມູນອື່ນໆອີກເຊັ່ນວ່າ: ເປັນຄົນຕົງຕໍ່ເວລາຕະຫລອດ ແຕ່ກາເປັນຂໍ້ເສຍເພາະມັກຈະງຸດງິດເວລາເຫັນຄົນອື່ນບໍ່ຕົງເວລາ ເຊິ່ງກຳລັງຫາວິທີປັບປຸງແກ້ໄຂຢູ່.
- ຖາມ: ຍ້ອນຫຍັງເຈົ້າຈຶ່ງຢາກປ່ຽນວຽກ/ຍ້ອນຫຍັງຈຶ່ງອອກຈາກບ່ອນເກົ່າ?
- ຕອບ: ຫ້າມເວົ້າເລື່ອງທີ່ບໍ່ດີຂອງບ່ອນເຮັດວຽກເກົ່າແຕ່ພຽງຢ່າງດຽວ, ຄວນເວົ້າແບບກາງໆເຊັ່ນວ່າ: ຕ້ອງການຄວາມກ້າວໜ້າທາງອາຊີບ, ຢາກເຮັດວຽກທີ່ທ້າທາຍ ຫຼື ຖ້າເຮົາມີບັນຫາກັບຫົວໜ້າຄົນເກົ່າກໍ່ຄວນຕອບວ່າແນວຄວາມຄິດໃນການເຮັດວຽກຕ່າງກັນ.
- ຖາມ: ຍ້ອນຫຍັງຈຶ່ງສົນໃຈຢາກເຮັດວຽກໃນຕຳແໜ່ງນີ້?
- ຕອບ: ຕ້ອງຕອບໃຫ້ເຂົາຮູ້ວ່າເຮົາມີຄວາມຕັ້ງໃຈຢາກເຮັດວຽກຕຳແໜ່ງນີ້ຫລາຍເຊັ່ນວ່າ: ຕຳແໜ່ງນີ້ຕ້ອງໄດ້ໃຊ້ທັກສະໃນການເຈລະຈາຕໍ່ລອງ ແລະ ເຮົາເອງກໍ່ເປັນຄົນທີ່ມີຄຸນສົມບັດທີ່ເໝາະສົມເປັນຕົ້ນ.
- ຖາມ: ຍ້ອນຫຍັງຈຶ່ງຢາກເຂົ້າມາເຮັດວຽກໃນບໍລິສັດພວກເຮົາ?
- ຕອບ: ຄວນຕອບໃຫ້ເຂົາຮູ້ສຶກວ່າ: ເຮົາມີຄວາມຮູ້ກ່ຽວກັບບໍລິສັດຫຼາຍພໍສົມຄວນ, ມີທິດທາງດຽກກັນ, ໄດ້ຍິນສື່ສຽງມາດົນ ແລະ ມີຄວາມຮູ້ສຶກປະທັບໃຈຂອງຜູ້ບໍລິຫານ (ລະບຸຊື່ຖ້າເປັນໄປໄດ້) ທີ່ມີວິໄສທັດກວ້າງໄກໃນການເຈາະຕະຫລາດໃຫມ່ ແລະ ຄິດວ່າມັນເປັນສິ່ງທີ່ທ້າທາຍຫລາຍຖ້າມີໂອກາດຮ່ວມວຽກກັບບໍລິສັດ.
- ຖາມ: ຍ້ອນຫຍັງພວກເຮົາຈຶ່ງຈະຮັບເຈົ້າເຂົ້າເຮັດວຽກ?
- ຕອບ: ຄວນຕອບວ່າເຮົາເກັ່ງຫຍັງ, ມີຄວາມສາມາດ ແລະ ປະສົມການຫຍັງ? ທີ່ເໝາະສົມກັບຕຳແໜ່ງທີ່ເຂົາຕ້ອງການ ແຕ່ຖ້າໃນກໍລະນີທີ່ຄຸນສົມບັດຂອງເຮົາບໍ່ຕົງກັບທີ່ເຂົາຕ້ອງການ ເຮົາຈະຕ້ອງພະຍາຍາມເວົ້າໃນລັກສະນະທີ່ວ່າເຮົາມີທັກສະອື່ນທີ່ສາມາດແທນກັນໄດ້.
- ຖາມ: ເຈົ້າໄດ້ວາງແຜນແນວໃດໃນອີກ 5ປີຕໍ່ຈາກນີ້?
- ຕອບ: ຄວນຕອບໃຫ້ເຂົາຮູ້ວ່າເຮົາມີເປົ້າໝາຍໃນຊີວິດ, ມີເປົ້າໝາຍກຽ່ວກັບອາຊີບຂອງຕົນ ວ່າຈະກ້າວໄປຢູ່ໃນຕຳແໜ່ງໃດ ແລະ ມີຄວາມຮັບຜິດຊອບຫຼາຍຂື້ນແບບໃດໃນອານາຄົດ.
- ຖາມ: ນອກຈາກມາສະຫມັກງານກັບບໍລິສັດພວກເຮົາແລ້ວ ເຈົ້າໄປສະຫມັກບ່ອນອື່ນໄວ້ແດ່ບໍ່?
- ຕອບ: ຄວນຕອບໃຫ້ເຂົ້າໝັ້ນໃຈວ່າ ເຮົາມີຄວາມຕັ້ງໃຈທີ່ຢາກເຮັດວຽກກັບເຂົ້າໄປດົນໆແທ້ ເຖິງແມ່ນວ່າເຮົາໄດ້ໄປສະໝັກບ່ອນອື່ນໄວ້ແລ້ວກໍ່ຕາມ ຖ້າເຂົາຮັບເຮົາ,ແເຮົາກໍ່ເລືອກທີ່ຈະຢູ່ກັບເຂົາ.
- ຖາມ: ຊ່ວຍບອກຈຸດແຂງ ແລະ ຈຸດອ່ອນຂອງເຈົ້າມາເບິ່ງວ່າມີຫຍັງແດ່?
- ຕອບ: ເວລາເວົ້າກ່ຽວກັບຈຸດອ່ອນຂອງໂຕເອງຄວນເວົ້າແຕ່ຈຸດອອ່ນທີ່ບໍ່ໄດ້ມີຜົນເສຍຕໍ່ການເຮັດວຽກເຊັ່ນ: ເປັນຄົນຂັບລົດໃຫຍ່ບໍ່ໄດ້ແຕ່ກຳລັງຫາເວລາໄປຮຽນຢູ່, ຂຽນໜັງສືບໍ່ງາມແຕ່ພີມເອກະສານເກັ່ງ; ສ່ວນຈຸດເດັ່ນແມ່ນຄວນເວົ້າແຕ່ສິ່ງທີ່ກ່ຽວຂອງກັບວຽກ ແລະ ຕ້ອງຕອບໃຫ້ເໝາະສົມ, ມີນ້ຳໜັກ ແລະ ໜ້າເຊື່ອຖື ໂດຍມີຂໍ້ມູນມາຊີ້ແຈງພ້ອມ.
- ຖາມ: ເຈົ້າຄິດວ່າຈະສາມາດເຮັດວຽກກັບຫົວໜ້າທີ່ມີນິໄສແຕກຕ່າງກັບເຈົ້າໄດ້ ຫຼື ບໍ່?
- ຕອບ: ຄວນຕອບວ່າເວລາເຮັດວຽກເຮົາຈະໃຫ້ຄວາມສຳຄັນໄປທີ່ເປົ້າໝາຍຂອງວຽກຫຼາຍກວ່າ ສ່ວນເລື່ອງນິໄສໃຈຄໍນັ້ນເຮົາເອງມີທັກສະໃນການປັບໂຕເຂົ້າກັບຄົນອື່ນໄດ້ດີພໍສົມຄວນ ເຊິ່ງບໍ່ໜ້າຈະເປັນບັນຫາໃນການເຮັດວຽກຮ່ວມກັນ.
- ຖາມ: ໃນຊີວິດທີ່ຜ່ານມາເຈົ້າເຄີຍເຮັດຫຍັງຜິດພາດບໍ່ ຖ້າມີແລ້ວເຈົ້າແກ້ໄຂມັນແບບໃດ?
- ຕອບ: ຫ້າມຕອບວ່າບໍ່ເຄີຍເດັດຂາດ ເພາະໃນໂລກນີ້ບໍ່ມີໃຜທີ່ບໍ່ເຄີຍຜິດພາດຈັກເທື່ອ ແຕ່ການຕອບຄວນອີງຕາມຄວາມເປັນຈິງວ່າເວລາເຮົາຜິດພາດໄປແລ້ວເຮົາໄດ້ເອົາຄວາມຜິດນັ້ນມາເປັນບົດຮຽນ ແລະ ພະຍາຍາມບໍ່ໃຫ້ມັນເກີດຂື້ນອີກ.
ຄຳຖາມເຫຼົ່ານີ້ເປັນພຽງຕົວຢ່າງສຳລັບການກຽມຄວາມພ້ອມເທົ່ານັ້ນ ແຕ່ຖ້າຖືກຄຳຖາມທີ່ບໍ່ຄາດຄິດໄວ້ ມີແຕ່ເຮັດໃຫ້ພະຍາຍາມຄວບຄຸມອາລົມ ຫຼື ພຶດຕິກຳທີ່ສະແດງອອກຂອງໂຕເອງໃຫ້ໄດ້, ເພາະບາງຄັ້ງການຕອບຄຳຖ້າກໍ່ບໍ່ໄດ້ສຳຄັນເທົ່າກັບພຶດຕິກຳທີ່ສະແດງອອກໃນເວລາຕອບຄຳຖາມ.
