ຫຼາຍຄົນເຂົ້າໃຈວ່າ: ວຽກດ້ານທະນາຄານ ເປັນວຽກທີ່ພະນັກງານໃຫ້ບໍລິການ ຮັບຝາກ-ຖອນເງິນ ຫຼື ເປີດບັນຊີເທົ່ານັ້ນ!! ແຕ່ວຽກທະນາຄານຍັງມີອີກຫຼາຍໆຕໍາແໜ່ງທີ່ໃຫ້ບໍລິການທີ່ທ່ານອາດຈະຍັງບໍ່ຮູ້.
ທະນາຄານແຕ່ລະແຫ່ງ ມີທຸລະກິດຫຼັກໆ ທີ່ໃຫ້ບໍລິການຫຼາຍດ້ານ ຕໍາແໜ່ງຂອງວຽກທະນາຄານ ຈຶ່ງແບ່ງອອກເປັນຫຼາຍປະເພດ ຕາມລັກສະນະການໃຫ້ບໍລິການຂອງທະນາຄານເຊັ່ນ: ການບໍລິການດ້ານການເງິນ, ການບໍລິການລູກຄ້າ, ການບໍລິການດ້ານບັດເຄຣດິດ, ສິນເຊື່ອບຸກຄົນ, ສິນເຊື່ອອະສັງຫາລິມະຊັບ, ບໍລິການຮັບຝາກເງິນ, ການບໍລິການດ້ານເງິນກູ້ສໍາລັບທຸລະກິດ ແລະ ອື່ນໆ.
ຄຸນສົມບັດຂອງຜູ້ທີ່ຕ້ອງການເຮັດວຽກທະນາຄານ:
ວຽກທະນາຄານ ບໍ່ສະເພາະແຕ່ແມ່ນວຽກການໃຫ້ບໍລິການຮັບຝາກ-ຖອນເງິນ ພຽງຢ່າງດຽວ. ດັ່ງນັ້ນ, ຜູ້ທີ່ກໍາລັງສົນໃຈວຽກດ້ານນີ້ ຕ້ອງກຽມຕົວໃຫ້ພ້ອມ ແລະ ໝັ້ນໃຈວ່າຕົນເອງຈະມີຄຸນສົມບັດດັ່ງຕໍ່ໄປນີ້:
1. ມີຄວາມຮູ້ຄວາມສາມາດກ່ຽວກັບຕໍາແໜ່ງທີ່ເຮັດ
2. ບຸກຄະລິກກະພາບທີ່ໜ້າເຊື່ອຖື
3. ມີໃຈມັກຮັກໃນວຽກການບໍລິການ
4. ດຸໝັ່ນ ແລະ ອົດທົນ
5. ມີຄວາມສາມາດດ້ານການສື່ສານ
7. ສາມາດເຮັດວຽກພາຍໃຕ້ຄວາມກົດດັນ
7. ມີຄວາມຮອບຄອບໃນດ້ານການຈັດການຂໍ້ມູນ
ລັກສະນະຂອງວຽກການທະນາຄານ
1. ໃຫ້ບໍລິການດ້ານບັນຊີເຊັ່ນ: ເປີດ-ປິດບັນຊີ
2. ຫາລູກຄ້າສໍາລັບລົງທືນ ລວມທັງປະກັນໄພ ແລະ ປະກັນໄພຊີວິດ (ສະເພາະບາງທະນາຄານທີ່ມີປະກັນໄພ)
3. ໃຫ້ບໍລິການທາງການເງິນ
4. ໃຫ້ຄວາມຮູ້ກ່ຽວກັນການເງິນ ແລະ ການລົງທືນ
5. ຮັບຜິດຊອບເຮັດລາຍງານປະຈໍາວັນຂອງການເຮັດທຸລະກໍາທາງການເງິນ
6. ຕິດຕໍ່ປະສານງານທາງດ້ານຂໍ້ມູນລາຍຮັບ-ລາຍຈ່າຍກັບຄູ່ຄ້າ
7. ວາງແຜນ ແລະ ວິເຄາະທາງການເງິນ, ການບໍລິຫານເງິນລົງທືນ
8. ຄວບຄຸມ ແລະ ຕິດຕາມບັນຊີລູກໜີ້
ວຽກທະນາຄານ, ເປັນອີກໜຶ່ງທາງເລືອກ ສໍາລັບຜູ້ທີ່ສົນໃຈປະກອບອາຊີບກ່ຽວກັບການເງິນ, ເປັນວຽກໜຶ່ງທີ່ຕ້ອງອາໄສຄວາມສາມາດຂອງພະນັກງານໃນການດືງດູດລູກຄ້າໃຫ້ຫຼາຍຂຶ້ນ ແລະ ສ້າງແຮງຈູງໃຈໃຫ້ລູກຄ້າສົນໃຈລົງທືນກັບທະນາຄານເຊັ່ນ: ການຝາກເງິນ, ການກູ້ເງິນ ແລະ ການລົງທືນຕ່າງໆ ທີ່ທະນາຄານໃຫ້ບໍລິການ.
