108 Jobs

Open in 108 Jobs app

← ກັບຄືນລາຍລະອຽດບົດຄວາມ
ຄຳແນະນຳອາຊີບ

3 ເຫດຜົນ ທີ່ຄົນເຮັດວຽກຕ້ອງສົນໃຈພາສາອັງກິດໄດ້ແລ້ວ!!

3 ເຫດຜົນ ທີ່ຄົນເຮັດວຽກຕ້ອງສົນໃຈພາສາອັງກິດໄດ້ແລ້ວ!!
30 ກັນຍາ 2021 · ໂພສ 5 ປີທີ່ແລ້ວ

ພາສາອັງກິດໄດ້ກາຍເປັນພາສາທີ່ຖືກນຳໃຊ້ຢ່າງແພ່ຫຼາຍ ແລະ ຍັງເປັນການເປີດໂລກກວ້າງທາງຄວາມຄິດ ຄົນເຮັດວຽກທີ່ສາມາດໃຊ້ພາສາອັງກິດໄດ້ເປັນຢ່າງດີ ຈະໄດ້ປຽບຄົນເຮັດວຽກຄົນອື່ນໆ ເພາະສາມາດຕິດຕໍ່ສື່ສານກັບຄົນໄດ້ທຸກຮູບແບບ ທຸກຊາດ ໂອກາດທີ່ຈະມີຄວາມກ້າວໜ້າໃນການເຮັດວຽກເກີດຂຶ້ນຈາກການໃຊ້ພາສາອັງກິດດ້ວຍເຊັ່ນກັນ ເຮົາຈຶ່ງຕ້ອງເພີ່ມຄວາມໝັ່ນໃຈໃນການໃຊ້ພາສາອັງກິດໃຫ້ຫຼາຍຂຶ້ນ.

 

1. ສະໝັກວຽກດ້ວຍທັກສະພາສາອັງກິດ:

ຈະເຫັນໄດ້ວ່າໃນປະຈຸບັນນີ້ ຫຼາຍໆບໍລິສັດຈະໃຫ້ຄວາມສຳຄັນກັບການໃຊ້ພາສາອັງກິດໃນການເຮັດວຽກ ໃນການລົງປະກາດຮັບສະມັກພະນັກງານ ເຊິ່ງພາສາອັງກິດເປັນຄຸນສົມບັດໜຶ່ງທີ່ຄົນເຮັດວຽກຕ້ອງມີ, ການເວົ້າໄດ້ໜ້ອຍໜຶ່ງ ຫຼື ຂຽນໄດ້ພຽງຢ່າງດຽວ ແຕ່ບໍ່ມີຄວາມເຂົ້າໃຈໃນການໃຊ້ພາສາ ໄດ້ກາຍເປັນອຸປະສັກໃນການເຮັດວຽກຢ່າງຫຼີກລ່ຽງບໍ່ໄດ້. ດັ່ງນັ້ນ, ຖ້າຢາກປະສົບຜົນສຳເລັດໃນການຊອກວຽກເຮົາຈຳເປັນຕ້ອງມີຄວາມສາມາດດ້ານພາສາອັງກິດນຳອີກ.

 

2. ເປັນສື່ກາງໃນການສື່ສານເມື່ອເປີດ ປະຊາຄົມເສດຖະກິດອາຊຽນ (AEC):

ຄົນທີ່ເຮັດວຽກໃນພາກພື້ນອາຊຽນຈະໄດໃຊ້ພາສາອັງກິດເປັນພາສາໃນການສື່ສານຫຼາຍຂຶ້ນ ເພາະຈະມີການເດີນທາງເຂົ້າອອກຂອງຄົນທີ່ເຮັດວຽກໄດ້ຢ່າງເສລີຫຼາຍຂຶ້ນ ພາສາອັງກິດຈຶ່ງມີບົດບາດສຳຄັນ ເມື່ອເຮົາບໍ່ສາມາດເວົ້າພາສາທ້ອງຖິ່ນຂອງເພື່ອນບ້ານໄດ້ທຸກພາສາ ແຕ່ຕ້ອງການຕິດຕໍ່ສື່ສານ ເຮົາຈຳເປັນຕ້ອງສື່ສານດ້ວຍພາສາອັງກິດໃຫ້ໄດ້ ເຮົາຈຶ່ງຈະໄດ້ປຽບຄົນທີ່ເຮັດວຽກຈາກປະເທດອື່ນໆ.

 

3. ສ້າງພາບລັກທີ່ດີໃຫ້ຄົນເຮັດວຽກ:

ປະຕິເສດບໍ່ໄດ້ເລີຍວ່າເວລາທີ່ເຮົາໄດ້ຍິນຫຼາຍຄົນທີ່ສາມາດເວົ້າພາສາອັງກິດໄດ້ຢ່າງຂ້ອງແຄ້ວ ຫຼື ເວົ້າແບບນ້ຳໄຫຼໄຟດັບນັ້ນຈະເຮັດໃຫ້ເຮົາເກີດຄວາມປະທັບໃຈ ແລະ ຊື່ນຊົມຢູ່ໃນໃຈວ່າ ຄົນນັ້ນຕ້ອງເປັນຄົນທີ່ເຮັດວຽກເກັ່ງ ແລະ ມີຄວາມສາມາດໃນການໃຊ້ພາສາອັງກິດເປັນຢ່າງດີ. ພາສາອັງກິດຈຶ່ງຊ່ວຍເສີມສ້າງພາບລັກທີ່ດີໃນການເຮັດວຽກ ຄົນອື່ນຈະຮູ້ສຶກວ່າເຮົາເປັນຄົນເຮັດວຽກເກັ່ງ, ສາມາດຕິດຕໍ່ສື່ສານກັບຄົນອື່ນໄດ້ທຸກຊາດທຸກພາສາ ແລະ ຍັງເຮັດໃຫ້ການເຮັດວຽກຂອງເຮົາສະດວກຫຼາຍຂຶ້ນ.